ສປປລາວ ຈະເປີດກອງປະຊຸມ ພິຈາຣະນາກົດໝາຍ ສະບັບໃໝ່
ສະພາແຫ່ງຊາດ ສປປລາວ ຈະໄຂກອງປະຊຸມ ເພື່ອຮັບຮອງເອົາຮ່າງ ກົດໝາຍ 8 ສະບັບ ໃນອາທິດໜ້ານີ້.
-
ຈຳປາທອງ
2009-11-11 -
-
-
Your browser doesn’t support HTML5 audio
ສະພາແຫ່ງຊາດລາວ ຊຸດທີ 6 ຈະໄຂກອງປະຊຸມ ເທື່ອທີ 8 ເພື່ອຮັບຮອງເອົາຮ່າງກົດໝາຍ 8 ສະບັບ ແຕ່ວັນທີ 16 ຫາວັນທີ 28 ພຶສຈິກາ 2009 ທີ່ຈະມາເຖິງນີ້.ເຈົ້າໜ້າທີ່ ສະພາແຫ່ງຊາດ ເປີດເຜີຍເຖິງຮ່າງກົດໝາຍ ທີ່ທາງສະພາແຫ່ງຊາດ ຈະຮັບຮອງເອົານັ້ນວ່າ:
"ເອີ ມີກົດໝາຍສານ ປະຊາຊົນ, ໄອຍະການປະຊາຊົນ, ທະບຽນຄອບຄົວ, ທະບຽນສານ, ກົດໝາຍລົງທຶນຂອງຣັດ, ກົດໝາຍວ່າດ້ວຍການກໍ່ສ້າງ,
ກົດໝາຍຊາວໜຸ່ມ ແລະຕໍ່ມາກໍ່ແມ່ນ ກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ມີທັງໝົດເທົ່ານັ້ນ ຊຸດນີ້ມີ 8 ກົດໝາຍ."
ທ່ານເວົ້າຕື່ມວ່າ ສະພາແຫ່ງຊາດ ໄດ້ເລີ້ມວຽກງານ ການອອກກົດໝາຍ ເພື່ອນຳໃຊ້ໃນ ສັງຄົມລາວ ມາແຕ່ປີ 1989 ນັບຕັ້ງແຕ່ ສປປລາວ ເລີ່ມເປີດປະເທດ ສູ່ໂລກ
ພາຍນອກ ແລະ ຊຸກຍູ້ໃຫ້ມີ ການຄ້າ ແລະການລົງທຶນ ຈາກຕ່າງປະເທດ. ແລະວ່າ ຍ້ອນການພັທນາທາງ ເສຖກິດແລະສັງຄົມ ຢູ່ລາວເພີ່ມຂຶ້ນ ແລະ ຂະຫຍາຍ ວົງກວ້າງອອກ ຈຶ່ງເລັ່ງໃຫ້ ສປປລາວ ຕ້ອງໄດ້ສ້າງ ແລະປັບປຸງກົດໝາຍ ໃຫ້ຫລາຍຂຶ້ນ ເພື່ອໃຫ້ສອດຄ່ອງ ກັບສະພາບການ. ໃນກອງປະຊຸມສະພາ ເທື່ອທີ່ແລ້ວ ກໍໄດ້ມີການ ຮັບຮອງເອົາ ກົດໝາຍ 5 ສະບັບ ດັ່ງເຈົ້າໜ້າທີ່ສະພາ ທ່ານດຽວກັນນີ້ ເວົ້າວ່າ:
"ເອີຕອນນັ້ນ ເພີ່ນອອກ ມັນມີ 5 ກົດໝາຍ ມີກົດໝາຍພິມຈຳໜ່າຍ, ກົດໝາຍແນວລາວສ້າງຊາດ, ກົດໝາຍສົ່ງເສີມ ການລົງທຶນ, ກົດໝາຍນ້ຳປະປາ ແລະ ກໍກົດໝາຍການປະມົງ ມີເທົ່ານັ້ນແຫລະ."
ໃນກອງປະຊຸມ ເທື່ອນີ້ ນອກຈາກຈະຮັບຮອງເອົາ ກົດໝາຍ 8 ສະບັບ ທີ່ວ່າມາແລ້ວນັ້ນ ສະພາແຫ່ງຊາດລາວ ຍັງຈະໄດ້ອະພິປາຍ ບັນຫາຕ່າງໆ ທີ່ເກີດຂຶ້ນ ໃນສັງຄົມລາວ ເພື່ອມອບໃຫ້ທາງ ຣັຖບານ ນຳໄປແກ້ໄຂ.