ຮ່າງກົດໝາຍໃຊ້ທີ່ດິນ ຂອງນັກລົງທຶນໃນລາວ

ສປປລາວ ກຳລັງຮ່າງກົດໝາຍ ທີ່ຈະອະນຸຍາດໃຫ້ ນັກລົງທຶນ ຕ່າງປະເທດ ມີສິດໃຊ້ ທີ່ດິນໃນປະເທດໄດ້.

ກ່ອນນີ້ ກົມກົດໝາຍ ທີ່ຂື້ນກັບກະຊວງແຜນການ ແລະ ການລົງທຶນຂອງລາວ ໄດ້ຮ່າງກົດໝາຍ ທີ່ຈະອະນຸຍາດ ໃຫ້ນັກລົງທຶນ ຕ່າງປະເທດມີສິດ ນຳໃຊ້ທີ່ດິນ ຢູ່ລາວ ຕໍ່ມາໄດ້ສເນີຂື້ນ ໄປຫາຣັຖບານ ແລະຣັຖບານ ໄດ້ແກ້ໄຂດັດແປງ ແລ້ວຍື່ນໄປຫາ ສະພາແຫ່ງຊາດ. ປັດຈຸບັນນີ້ ຄນະປະຈຳ ສະພາແຫ່ງຊາດ ກຳລັງສຶກສາ ຄົ້ນຄວ້າຮ່າງກົດໝາຍ ສະບັບນີ້ຢູ່ ດັ່ງເຈົ້າໜ້າທີ່ ສະພາແຫ່ງຊາດລາວ ທ່ານນຶ່ງຊີ້ແຈງວ່າ:

“ກຳລັງພິຈາຣະນາ ຢູ່ໃນສະພາ ເພື່ອຄົ້ນຄວ້າຄືນໃໝ່ ບາງມາຕຣາ ໂດຍສະເພາະແມ່ນ ມາຕຣາເຣື່ອງການ ອະນຸຍາດ ໃຫ້ຜູ້ລົງທຶນມີສິດ ໃນການນຳໃຊ້ທີ່ດິນ ເພາະວ່າມັນມີ ຫາງສຽງກັບຄືນມາ ດັ່ງນັ້ນເພິ່ນສິເບິ່ງ ແລ້ວເພິ່ນສິເຮັດ ຂື້ນມາໃໝ່ຕາມ ຄວາມເໝາະສົມ”.

ຮ່າງກົດໝາຍສະບັບນີ້ ຈະອະນຸຍາດ ໃຫ້ນັກລົງທຶນ ຕ່າງປະເທດມີສິດ ໃຊ້ທີ່ດິນຢູ່ລາວ ແຕ່ຈະເຊົ່າຫລືໃຊ້ ທີ່ດິນໄດ້ສະເພາະ ແຕ່ບ່ອນທີ່ທາງການ ຈັດໄວ້ເທົ່ານັ້ນ ດັ່ງເຈົ້າໜ້າທີ່ ອົງການຄຸ້ມຄອງທີ່ດິນ ແຫ່ງຊາດ ປະຈຳສຳນັກງານ ນາຍົກຣັຖມົນຕຣີກ່າວວ່າ:

“ມັນກໍຂື້ນນຳທາງ ຝ່າຍລາວ ທາງຝ່າຍລົງທຶນ ເຂົາຈະລົງທຶນ ເຮັດອັນໃດ ຈະປະໃຫ້ຜູ້ລົງທຶນ ເລືອກເອົາຕາມໃຈ ກໍບໍ່ໄດ້ ຈະປະໃຫ້ທາງຝ່າຍເຮົາ ເຮັດຕາມໃຈກໍບໍ່ໄດ້ ດຽວນີ້ກໍແມ່ນວ່າ ປະສານກັນ ເຈຣະຈາກັນ ສຳເຣັດການສຳຣວດ ຈັດສັນແລ້ວ ກໍຈະຈັດຂື້ນເປັນບ່ອນ ເປັນບ່ອນໄປ ມັກບ່ອນໃດ ມາເລືອກເອົາ ຈຸດໃຈ ຈຸດໃດ”.

ປັດຈຸບັນ ທາງການລາວ ກຳລັງຈັດສັນທີ່ດິນ ບ່ອນໃດຈະເໝາະສົມ ສຳຣັບລົງທຶນ ເຮັດທຸຣະກິດຫຍັງ ແລະເຈົ້າໜ້າທີ່ ຈະພຍາຍາມ ບໍ່ໃຫ້ມີຂໍ້ຂັດແຍ້ງ ທີ່ດິນ ຣະຫວ່າງ ປະຊາຊົນ ແລະນັກລົງທຶນເໝືອນ ໃນຣະຍະຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org