ສະມາຊີກສະພາ ໂຕ້ຖຽງບັນຫາ ຄ່າຄອງຊີບ

ບັນຫາຄ່າຄອງຊີບ ທີ່ສູງໃນລາວ ແລະແຜນການ ແກ້ໃຂຂອງ ກະຊວງ ອຸດສາຫະກັມ ແລະການຄ້າ ຖືກຍົກມາ ໂຕ້ຖຽງກັນ ໃນຊ່ວງກອງ ປະຊຸມສະພາ ຈາກສະມາຊີກ ສະພາແຫ່ງຊາດ ທ່ານນື່ງ ທີ່ຕ້ອງການ ຄຳຕອບ.

ສະມາຊີກ ສະພາແຫ່ງຊາດ ຈາກແຂວງ ໃຊຍະບຸຣີ ໄດ້ທວງຖາມ ກະຊວງ ອຸດສາຫະກັມ ແລະການຄ້າ ກ່ຽວກັບມາຕການ ການວາງແຜນ ເສຖກິດ ເພື່ອແກ້ໄຂ ບັນຫາ ຄ່າຄອງຊີບ ທີ່ກຳລັງຖີບຕົວ ສູງຂື້ນແຕ່ລະມື້ ໃນລາວ ທີ່ເຮັດໃຫ້ ປະຊາຊົນໄດ້ ຮັບຄວາມເດືອດຮ້ອນ ຢ່າງຫລວງຫລາຍ ເພາະບໍສາມາດ ຊື້ສີ່ງຂອງທີ່ ຈຳເປັນສຳລັບ ຄອບຄົວໄດ້ຍ້ອນ ຣາຄາແພງ. ສະມາຊີກສະພາ ທ່ານນັ້ນກໍ່ແມ່ນ ທ່ານ ດວງສວັດ ສຸພານຸວົງ ສະມາຊີກສະພາຈາກແຂວງ ໃຊຍະບຸຣີ ທີ່ຖາມວ່າ:

“ເພີ່ນມີ ວີສັຍທັສນະ ແນວໃດ ເພີ່ນມີການ ຄົ້ນຄວົ້າ ແລ້ວບໍເພື່ອສເນີ ຣັຖບານ ຊີ່ຄຸ້ມຄອງ ແນວໃດ ເພາະວ່າດຽວນີ້ ບັນຫາທີ ຫຍຸ້ງຍາກ ກໍ່ແມ່ນບັນຫາ ຄ່າຄອງຊີບ ແພງ ຢູ່ລາວແລະ ພວກເຮົາຜລີດ ບໍ່ພຽງພໍພາຍໃນ ເຮົາມີວິທີ ແກ້ໃຂແນວໃດ.”

ປັດຈຸບັນ ສປປລ ຍັງບໍສາມາດ ຜລີດສີນຄ້າ ອຸປໂພກ ບໍຣິໂພກ ພຽງພໍສຳລັບ ຄວາມຕ້ອງການຂອງ ປະຊາຊົນ ຍັງຕ້ອງໄດ້ ນຳເຂົ້າສີນຄ້າ ຈາກຕ່າງປະເທດ ອ້ອມຂ້າງຢ່າງ ຫລວງຫລາຍ ໃນແຕ່ລະປີຢູ່ ສີນຄ້າທີ່ນຳເຂົ້າ ສ່ວນໃຫຍ່ ກໍ່ເປັນສີນຄ້າ ທີ່ປະຊາຊົນ ຕ້ອງໃຊ້ ໃນຊີວີດ ປະຈຳວັນ ທີ່ມີຣາຄາ ສຸງຂື້ນໃນແຕ່ ລະມື້. ໃນການຕອບໂຕ້ ຕໍ່ຄຳຖາມດັ່ງກ່າວ ທ່ານ ສຽວສວາດ ສແວງສືກສາ ຣັຖມົນຕຮີຊ່ອຍ ກະຊວງ ອຸດສາຫະກັມ ແລະການຄ້າລາວ ເວົ້າວ່າ:

“ກົນໄກນື່ງທີ່ ກຳລັງຈະເຮັດ ແມ່ນການຈະເອົາ ສີນຄ້າປະເພດ ທີ່ມີຣາຄາ ແພງເຂົ້າໃນບັນຊີການ ຄວບຄຸມ ໃນບັນຊີນີ້ ຈະມີການ ຄວບຄຸມຣາຄາ ຄວບຄຸມຕິດຣາຄາ ຈະມີຄວບຄຸມ ດ້ານການນຳເຂົ້າ.”

ທ່ານ ສຽວສວາດ ຍອມຮັບວ່າ ປັດຈຸບັນ ຣັຖບານສາມາດ ຄວບຄຸມໄດ້ແຕ່ ຣາຄານ້ຳມັນເທົ່ານັ້ນ ສ່ວນ ຣາຄາສີນຄ້າ ອຸປໂພກ ບໍຣິໂພກນັ້ນ ຣັຖບານ ບໍ່ສາມາດ ຄວບຄຸມໄດ້ ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org