ກອງປະຊຸມຣັຖມົນຕຣີ ຖແລງຂ່າວອາຊ໊ຽນ ຄັ້ງທີ 10

ກອງປະຊຸມຣັຖມົນຕຣີ ຖແລງຂ່າວອາຊ໊ຽນ ຄັ້ງທີ 10 ໄດ້ໄຂຂຶ້ນຢ່າງ ເປັນທາງການທີ່ ນະຄອນຫລວງວຽງຈັນ.

ໃນຕອນເຊົ້າຂອງ ວັນທີ5 ພຶສຈິກາ ນີ້ ກອງປະຊຸມຣັຖມົນຕຣີ ຖແລງຂ່າວອາຊ໊ຽນຄັ້ງທີ 10 ໄດ້ໄຂຂຶ້ນຢ່າງ ເປັນທາງການທີ່ ນະຄອນຫລວງວຽງຈັນ ໂດຍແມ່ນ ທ່ານ ທອງລຸນ ສີສຸລິດ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງການຕ່າງປະເທດ ສປປ ລາວ ເປັນຜູ້ໃຫ້ຄໍາປາໄສ ເປີດກອງປະຊູມ:

"ຂ້າພະເຈົ້າມີຄວາມ ປິຕິຍິນດີ ເປັນຢ່າງຍີ່ງທີ່ໄດ້ ຕາງໜ້າໃຫ້ຣັຖບານ ແຫ່ງ ສປປ ລາວ ກ່າວເປີດກອງປະຊຸມ ບັນດາຣັຖມົນຕຣີ ຖແລງຂ່າວອາຊ໊ຽນ ຄັ້ງທີ່10 ພ້ອມດ້ວຍກອງປະຊຸມ ຣັຖມົນຕຣີຮັບຜີດຊອບ ວຽກງານຖແລງຂ່າວ ບວກສາມ ຄັ້ງທໍາອິດ ໃນມືນີ້ ແລະຂໍສະແດງຄວາມ ຕ້ອນຮັບອັນອົບອຸ່ນ ມາຍັງບັນດາ ທ່ານຜູ້ມີກຽດທຸກທ່ານ ໃນດິນແດນຂອງລາວ ພວກຂ້າພະເຈົ້າ ມານະທີ່ນີ້ດ້ວຍ."

ກອງປະຊຸມໄດ້ ດໍາເນີນໄປພາຍໃຕ້ ຫົວຂໍ້ ເພີ້ມທະວີການຮ່ວມມື ສື່ມວນຊົນເຂົ້າ ໃນການກໍ່ສ້າງ ປະຊາຄົມອາຊ໊ຽນ. ຫລັງຈາກໄດ້ກ່າວເຖິງ ຄວາມສໍາຄັນ ໃນການຮ່ວມມື ລະຫ່ວາງກັນ ຮ່ວມທັງວຽກງານ ບຸຣິມະສິດແລ້ວ ທ່ານ ທອງລຸນ ໄດ້ສເນີຄໍາເຫັນ ຕໍ່ກອງປະຊູມ ດັ່ງນີ້:

"ນຶ່ງ: ອາຊ໊ຽນຄວນຖືສໍາຄັນ ໃນການສ້າງຕາຫນ່າງ ຂໍ້ມູນຂ່າວສານ ຂອງອາຊ໊ຽນເອງ ຢູ່ໃນກອງເລຂາ ອາຊ໊ຽນ ເພື່ອເປັນຈຸດເຜີຽແຜ່ ຂໍ້ມູນ ແລກປ່ຽນຂໍ້ມູນ ຊຶ່ງກັນແລະກັນ ໃນອາຊ໊ຽນດ້ວຍກັນ ຢ່າງທັນການແລະຊັດເຈນ.

ສອງ: ແຕ່ລະປະເທດ ຖ້າມີຄວາມສາມາດ ສ້າງທີວີ ວິທຍຸກະຈາຍສຽງ ເປັນລາຍການສະເພາະ ຂອງອາຊ໊ຽນໄດ້ ຈະເປັນການດີ ແຕ່ຖ້າທຸກໆປະເທດ ບໍ່ສາມາດ ລົງທຶນ ເປັນສະເພາະໄດ້ ກໍເຫັນສົມຄວນ ເພີ້ມລາຍການຂອງ ອາຊ໊ຽນ ເປັນກິຈກັມ ປະຈໍາວັນ."

ນອກນັ້ນ ທ່ານໄດ້ສະເໜີ ໃຫ້ຕັ້ງເຄືອຂ່າຍ ທາງດ້ານຖແລງຂ່າວ ແລະສື່ມວນຊົນ ລະຫວ່າງອາຊ໊ຽນ ບວກສາມ ໃຫ້ກວ້າງຂວາງກວ່າເກົ່າ ເພື່ອໃຫ້ປະຊາຊົນ ຮັບຮູ້ ແລະເຂົ້າໃຈສະພາບ ການພັທນາເສຖກິດ ແລະສັງຄົມຂອງ ກັນແລະກັນ ໃຫ້ຫລາຍຂື້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org