ແຂວງບໍ່ແກ້ວ ກໍາລັງລໍຖ້າ ການຮັບຮອງ ຈາກຣັດຖະບານ ເພື່ອທີ່ຈະປະກາດ ໃຫ້ປ່າສະຫງວນເຂດ ນໍ້າຄານ ຂອງແຂວງ ເປັນເຂດປ່າສະຫງວນ ແຫ່ງຊາດ
2008.03.07
ແຂວງບໍ່ແກ້ວ ເປັນເຂດແຂວງທີ່ມີຄວາມອຸດົມສົມບຸນ ທາງຊັບພະຍາກອນປ່າໄມ້ ແຕ່ປັດຈຸບັນ ຍັງບໍ່ທັນມີການຈັດຕັ້ງປະຕິບັດ ໂຄງການປົກປັກຮັກສາຊັບພະຍາກອນ ທີ່ເໝາະສົມແຕ່ຢ່າງໃດເທື່ອ. ດັ່ງນັ້ນທາງແຂວງ ຈຶ່ງໄດ້ຂໍໃຫ້ມີການ ຍົກຣະດັບປ່າສະຫງວນຂອງແຂວງ ຂຶ້ນເປັນປ່າສະຫງວນແຫ່ງຊາດ. ເຈົ້າໜ້າທີ່ຂະແໜງການປ່າໄມ້ແຂວງບໍ່ແກ້ວ ກ່າວກ່ຽວກັບເລື່ອງນີ້ວ່າ:
(ສຽງ) "ມີແຕ່ໂຕນໍ້າຄານ ເປັນຂອງແຂວງເນາະແຕ່ກ່ອນ ແລະຕອນທ້າຍປີ07 ທາງເຮົາກໍໄດ້ ໄປປຶກສາກັບທາງແຂວງ ຂໍຄວາມເຫັນ ກໍເລີຍໄດ້ເຮັດໜັງສື ໄປທາງກົມ ທາງກະຊວງວ່າ ຈະໃຫ້ເປັນປ່າສະຫງວນ ແຫ່ງຊາດແຕ່ວ່າ ເພິ່ນກໍຍັງບໍ່ໃຫ້ຄໍາຕອບ ມາເທື່ອ."
ປ່າສະຫງວນນໍ້າຄານ ມີເນື້ອທີ່ທັງໝົດ 136ພັນເອັກຕາຣ ຖືເປັນປ່າສະຫງວນທີ່ຢູ່ໃນຄວາມດູແລຂອງແຂວງບໍ່ແກ້ວ ມາເປັນເວລານານ ຊຶ່ງໄລຍະຜ່ານມາ ທາງການກໍຕ້ອງໄດ້ປະເຊີນກັບບັນຫາ ໃນການດູແລຮັກສາຊັບພະຍາກອນປ່າໄມ້ ທີ່ກວ້າງໃຫຍ່ດັ່ງກ່າວ.
ດັ່ງນັ້ນ ຈຶ່ງມີການປຶກສາຫາຣືກັນ ເພື່ອສະເນີຂໍໃຫ້ຍົກຣະດັບປ່າສະຫງວນ ດັ່ງກ່າວຂຶ້ນເປັນປ່າສະຫງວນແຫ່ງຊາດ ຊຶ່ງຈະເຮັດໃຫ້ມີຄວາມສາມາດ ປົກປັກຮັກາໄດ້ດີຂຶ້ນ ແລະທາງແຂວງກໍຫວັງວ່າ ຈະໄດ້ຮັບການຕອບສະໜອງຈາກທາງສູນກາງ. ທ່ານກ່າວຕໍ່ໄປວ່າ:
(ສຽງ) "ຄັນວ່າບໍ່ໄດ້ຂຶ້ນ ມັນກໍຊິຍາກໃນການລົງທຶນ ເພາະວ່າບໍ່ມີແຫລ່ງສິເອົາທຶນມາໄຊ້ ໃນການປົກປັກຮັກສາ ຕາມຈິດໃຈຂອງເພິ່ນກໍຢາກຈະໃຫ້ເປັນຂອງຊາດ ແລ້ວກໍສິໄດ້ມີການຍາດເຫຍີງເນາະ."
ຕາມຂໍ້ມູນປີ 2002 ສປປລາວມີປ່າສະຫວງນແຫ່ງຊາດ ທັງໝົດ 20ແຫ່ງຊຶ່ງກະຈາຍກັນຢູ່ ໃນແຂວງຕ່າງໆທົ່ວປະເທດ. ແຕ່ເນື່ອງຈາກສະພາບປ່າໄມ້ຂອງລາວ ຍັງມີການລັກລອບຕັດເພື່ອສົ່ງອອກ ຂາຍໄປຕ່າງປະເທດ, ມີການຂຸດຄົ້ນໄມ້ຈາກໂຄງການກໍ່ສ້າງ ຂະໜາດໃຫຍ່ຕ່າງໆ ໃນໄລຍະຫລາຍປີ ທີ່ຜ່ານມາ ເຮັດໃຫ້ປະເມີນວ່າປັດຈຸບັນ ພື້ນທີ່ປ່າໄມ້ຂອງລາວ ອາດຍັງເຫລືອ ບໍ່ຮອດ40ສ່ວນຮ້ອຍ ໃນປັດຈຸບັນ.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ທາງການລາວ ສັງເກດເຫັນວ່າ ມີຢາເສບຕິດ ປະເພດ ເຮໂຣອີນ ຫລັ່ງໄຫລເຂົ້າມາ ຕາມຊາຍແດນ ພາກເໜືອຂອງລາວ
- ສປປ ລາວ ກະວ່າຈະເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ໃນປີ 2010
- ກອງປະຊຸມສຸດຍອດ ຜູ້ນຳຂອງປະເທດ ໃນອານຸພູມີພາກ ແມ່ນ້ຳຂອງ ຫລື GMS ອາດເປັນໂອກາດ ເປີດໃຫ້ມີ ການປະເມີນຜົນ ລະຫ່ວາງ ຜົນໄດ້ແລະຜົນສະທ້ອນ ທີ່ໄດ້ຮັບຈາກໂຄງການ ການລວມຕົວ ຂອງອານຸພູມີພາກ
- ຊາວລາວເຜົ່າມົ້ງ ທີ່ຖືກກັກຂັງ ຢູສູນກວດຄົນ ເຂົ້າເມືອງ ທີ່ໜອງຄາຍ ໄດ້ຮັບຄວາມຊ່ວຍເຫລືອ ດ້ານເຄື່ອງນ່ງຫົ່ມ ແລະເຄື່ອງຂອງຕ່າງໆ ຈາກສະພາກາຊາຕ ໜອງຄາຍ
- ສະພາທີ່ປຶກສາ ເສຖກິຈ ແລະສັງຄົມແຫ່ງຊາຕ ຂອງໄທຽວ່າຣັຖບາລໄທຽ ຄວນຈະເຈຣະ ຈາກັບທາງຣັຖບາລລາວ ເສັຽກ່ອນກ່ຽວກັບ ໂຄງກາຣທີ່ວ່າ ຈະສູບນ້ຳຂອງ ຂື້ນໄປໃຊ້
- ຄົນງານຊາວລາວ ທີ່ກັບຈາກກາຣລັກລອບ ໄປຫາເຮັດວຽກ ຢູ່ໄທຽຖືກຕຳຣວຈ ມຸກດາຫາຣຈັບໄດ້ 25 ຄົນ ກ່ອນພາກັນກັບບ້ານ
- ກົມພລະສືກສາຂອງລາວ ກຳລັງດຳເນີນໂຄງການສົ່ງເສີມກິລາ ເພືອ່ຕ້ານຢາເສບ ຕິດຕາມ ສຖາບັນ ແລະໂຮງຮຽນ ຕ່າງໆໃນລາວ
- ຕລາດສົດ ທີ່ແຂວງສັວນນະເຂດ ມີຄວາມສົກກະປົກ ເປື້ອນເປີະ ເປັນພິເສດ ຕຣອດຮອດ ມີມົນລະພິດປະປົນ ເພາະຂາດ ການວາງແຜນ ໃນການກໍສ້າງ ທີ່ຣັຖຄວບ ຄຸມມາແຕ່ຕົ້ນ
- ສະພາບແວດລ້ອມປ່າໄມ້ ໃນແຂວງຊຽງຂວາງຍັງຄົງຄວາມສວຍງາມຢູ່ ແຕ່ຫາກຍັງມີຜູ້ລັກລອບຕັດໄມ້ ທໍາລາຍປ່າຢູ່ຕໍ່ໄປ
- ປາກົດການ-ຄົນຂໍທານແລະເດັກນ້ອຍ ເລ້ລ້ອນຈອນຈັດ ເລີ່ມມີໃຫ້ເຫັນໃນໃຈກາງນະຄອນຫລວງວຽງຈັນ ອີກແລ້ວ ຫລັງຈາກ ທີ່ຖືກກວດລ້າງໃຫ້ໝົດໄປ ເມື່ອປີສອງປີກ່ອນ