ນັກວິຊາການ ເຄືອຂ່າຍແມ່ນໍ້າເອເຊັຽຕາເວນອອກຊ່ຽງໄຕ້ ເຫັນວ່າເອກກະຊົນທີ່ເຂົ້າມາ ສໍາຣວດຄວາມເປັນໄປໄດ້ ໃນການສ້າງເຂື່ອນປາກລາຍ ພະຍາຍາມເລັ່ງລັດການກໍ່ສ້າງເຂື່ອນ ໂດຍບໍ່ໃຫ້ ຂໍ້ມູນທີ່ແທ້ຈີງ ແກ່ປະຊາຊົນ
2008.02.28
ການກໍ່ສ້າງເຂື່ອນ ໃສ່ແມ່ນໍ້າຂອງໃນຫລາຍພື້ນທີ່ຂອງລາວ ປາກົດວ່າເຂື່ອນປາກລາຍທີ່ແຂວງໃສ່ຍະບູລີ ຊຶ່ງມີເອກກະຊົນຈາກຈີນ ກໍາລັງສໍາຣວດຄວາມເປັນໄປໄດ້ຢູ່ໃນຂະນະນີ້ ມີການພະຍາຍາມ-ຊຸກຍູ້ໃຫ້ມີການດໍາເນີນໂຄງການ ໃນຕົວຈີງຢ່າງຮີບດ່ວນ -ຕາມຄໍາເວົ້າຂອງນັກວິຊາການ ຈາກເຄືຂ່າຍແມ່ນໍ້າເອເຊັຽຕາເວນອອກຊ່ຽງໄຕ້ ຫລື SEARIN ໃນວັນທີ27ກຸມພາ2008ນີ້. ທ່ານກ່າວໃນຕອນນຶ່ງວ່າ:
(ສຽງ) "ເຂື່ອນປາກລາຍມີຄວາມເປັນໄປໄດ້ສູງວ່າ ອາດໄດ້ເຮັດກ່ອນໄວໆນີ້ ເພາະວ່ານໍ້າ-ມັນປິດໄດ້ສອງຮ່ອງ ມັນເຫລືອອີກຮ່ອງນຶ່ງ ນໍ້າຊິໄປໄດ້ຢູ່ແລ້ວເດ ພໍດີໄດ້ຖາມໃທບ້ານຄົນທີ່ຂັບເຮືອ ໄປສົ່ງເຂົ້າສົ່ງນໍ້າພວກຄົນງານນັ້ນ ເຂົາເຈົ້າບອກວ່າ ຊິເລັ່ງໃຫ້ໄວທີ່ສຸດ ສໍາຣວດອີ່ຫຍັງຊິໃຫ້ແລ້ວພາຍໃນ2ປີ ແລ້ວກໍຊິເລີ່ມລົງມືສ້າງ."
ທ່ານກ່າວຕື່ມວ່າ ທາງເອກກະຊົນເຈົ້າຂອງໂຄງການດັ່ງກ່າວ ກໍຍັງບໍ່ທັນໃຫ້ຂໍ້ມູນລະອຽດ ພຽງພໍແກ່ຊາວບ້ານເທື່ອ ເພາະປົກກະຕິແລ້ວ ເຖີງແມ່ນວ່າໃນເຂດທີ່ຈະກໍ່ສ້າງເຂື່ອນ ເຖີງຈະມີຮ່ອງນໍ້າຂອງໄຫລຜ່ານ ເຖີງ3ຮ່ອງ ຊຶ່ງຖ້າຕັນໄວ້2ຮ່ອງ-ຍັງເຫລືອຮ່ອງນຶ່ງ ກໍຍັງເຮັດໃຫ້ມີນໍ້າໄຫລຜ່ານມາໄດ້ສະດວກຢູ່ ແຕ່ກໍຈະເຮັດໃຫ້ນໍ້າທີ່ໄຫລຜນ ມີຄວາມຮຸນແຮງຂຶ້ນກວ່າເກົ່າ ແລ້ວນໍ້າກໍຈະທັ່ງເຂົ້າມາຝັ່ງເມືອງປາກລາຍ ຫລາຍ. ນອກນັ້ນ ໃນຣະດູແລ້ງ ການຕັນຮ່ອງນໍ້າໃຫ້ເຫລືອພຽງຮ່ອງດຽວ ກໍຈະເຮັດໃຫ້ແມ່ນໍ້າແຫ້ງຂອດ ໄວຂຶ້ນ ຊຶ່ງເປັນບັນຫາທີ່ຊາວບ້ານບໍ່ຮູ້ ຮູ້ພຽງແຕ່ວ່າຈະມີການສ້າງເຂື່ອນ ແລະຈະເຮັດທາງນໍ້າໃຫ້-ບໍ່ມີບັນຫາ. ນັກວິຊາການທ່ານນີ້ ກ່າວຕໍ່ໄປວ່າ
(ສຽງ) "ໃທບ້ານວ່າ ມັນບໍ່ເປັນຫຍັງດອກ ມັນຊິມີທາງນໍ້າຢູ່ແລ້ວ ເຂົາກໍມາໄຊ້ເລື່ອງວ່າ ບໍຣິເວນນັ້ນ ມັນມີປາໄຫລໄຟຟ້າ ກໍເລີຍຕ້ອງຣະເບີດ ຕອນນີ້ເຣີ່ມຣະເບີດແລ້ວ ຣະເບີດຫີນໄຕ້ນໍ້າ ຣະເບີດມື້ລະ 14ລູກ."
ເຂື່ອນປາກລາຍ ຖືເປັນນຶ່ງໃນຈໍານວນທັງໝົດ 6ເຂື່ອນທີ່ຈະສ້າງທີ່ຈະສ້າງ ໃສ່ແມ່ນໍ້າຂອງສາຍຫລັກ ທີ່ຣັດຖະບານລາວໄດ້ລົງນາມ ໃນບັນທຶກຄວາມເຂົ້າໃຈກັບ ບໍຣິສັດຈາກປະເທດຈີນ ໄທ ວຽດນາມແລະມາເລເຊັຽ ໃຫ້ເຂົ້າມາສຶກສາຄວາມເປັນໄປໄດ້ ໃນການສ້າງ. ແຕ່ເຖີງຢ່າງໃດ ທາງການລາວກໍຄວນ ສຶກສາການສ້າງເຂື່ອນໃສ່ແມ່ນໍ້າຂອງ ໃນເຂດແດນຂອງຈີນ ທີ່ເຮັດໃຫ້ເຫັນວ່າ ຫາກມີການກໍ່ສ້າງເຂື່ອນກັ້ນແມ່ນໍ້າຂອງ ກໍຈະເຮັດໃຫ້ປະເທດທີ່ຢູ່ຕອນລຸ່ມ ໄດ້ຮັບຜົນກະທົບກະເທືອນຍ້ອນ -ເປັນຕົ້ນວ່າ ພັນປາແລະປະລິມານນໍ້າ ໃນເຂດປະເທດທີ່ຢູ່ໄຕ້ລົງມາ ລຸດໜ້ອຍຖອຍລົງຢ່າງຫລວງຫລາຍ ໃນປັດຈຸບັນ.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ການປູກຢາງພາລາ ໃນແຂວງ ອຸດົມໃຊ້ ຖືກຢຸດຊງັກໃນເວລານີ້ ເປັນຍອ້ນ ການຈັດສັນທີ່ດີນຍັງບໍ່ທັນຊັດເຈນ ສຳລັບນັກລັງທືນຕ່າງຊາດ
- ມີການພົບເຫັນ ການຣະບາດ ຂອງເຊື້ອໂຣຄໃຂ້ຫວັດນົກ ທີ່ແຂວງຫລວງນ້ຳທາ ອີກໃຫມ່ ເປັນແຫ່ງທີ 3 ໃນມື້ນີ້, ຄັ້ງນີ້ ແມ່ນເກີດຂື້ນ ທີ່ບໍຣີເວນ ອອ້ມແອ້ມເຂດ ເທສບານຂອງ ແຂວງດັ່ງກ່າວ
- ການບໍຣິການຂອງໂຮງໝໍເມືອງ ແລະສຸກສາລາ ຢູ່ຕ່າງແຂວງແລະພື້ນທີ່ຫ່າງໃກ ນອກຈາກບໍ່ໄດ້ ມາຕຖານແລ້ວ-ຍັງຊຸດໂຊມນໍາອີກ
- ນະຄອນຫລວງວຽງຈັນ ກຳລັງເຜຊີນ ກັບບັນຫາກາຣຂາດແຄນ ຊີ້ນໝູ ແລະຍີ່ງເຮັດໃຫ້ ຣາຄາຊີ້ນໝູ ຖີບຕົວສູງຂື້ນ
- ບໍຣິສັທອົສເຕຣເລັຽຈະລົງມືຂຸດຄົ້ນບໍ່ແຮ່ທາຕແຫ່ງທີ່ 3 ຢູ່ລາວໃນໄວໆນີ້
- ການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ຄືບໜ້າໄປແດ່ແລ້ວ ໃນສາມພາກສ່ວນ ເຂດພັດທະນາ A, B, C
- Hamidon Ali ປະທານ ແລະຮອງປະທານ ຄະນະບໍຣິຫານ ອົງການຢູນີເຊພ ໄດ້ໄປຢ້ຽມຢາມ ໂຄງການພັດທະນາ ການສຶກສາ ໃຫ້ແກ່ເດັກນ້ອຍ ໃນ ສປປລາວ
- ແຂວງຫົວພັນ ເຜຊີນກັບບັນຫາ ກາຣແພ່ຂຍາຍ ຂອງຢາບ້າ ແລະເຮໂຣອິນ ທີ່ເຂົ້າມາຈາກ ຊາຍແດນ ທາງເໜືອຂອງລາວ
- ນັກທ່ອງທ່ຽວ ໝື່ນພະລາດ ທີ່ທ່າເຮືອ ເມືອງຊຽງແສນ ຂອງໄທ
- ທາງການລາວ ອະນຸຍາດ ໃຫ້ເອກຊົນ ຈາກວຽດນາມ ລົງມືກໍ່ສ້າງ ເຂື່ອນເຊກອງ 3 ທີ່ມີຄວາມສາມາດ ຜລິດກະແສໄຟຟ້າ ໄດ້ 250 ເມກາວັດ