ກະຊວງກະສິກັມຂອງລາວ ສົ່ງເສີມ ການລ້ຽງປາ ເພື່ອເປັນເສຖະກິດ ປະຈຳຄອບຄົວ ແລະ ໃຫ້ເປັນຕົວຢ່າງ ແກ່ຊາວບ້ານ ໃນຊຸມຊົນ
2008.01.28
ໂຄງການ ລ້ຽງປາ ນີ້ໄດ້ເລີ້ມເຮັດມາ ແຕ່ຫລາຍປີ ຜ່ານມາແລ້ວ ໂດຍມີ ອົງການ ໃຈກ້າ ຂອງຍີ່ປຸ່ນ ເປັນ ຜູ້ສະນັບສະນູນ ເຣື້ອງທຶນຮອນ ແລະ ວິຊາການ.
ທ່ານ ບຸນຖອງ ຊາພັກດີ ຫົວໜ້າ ຜະແນກປະໂມງ ປະຈຳກະຊວງ ກະສິກັມ ແລະປ່າໄມ້ ຂອງລາວ ເປີດເຜີຽວ່າ ແຜນການສົ່ງເສີມ ການລ້ຽງປາ ຂອງຄອບຄົວ ໃນເຂດຊົນະບົດນີ້ ຈະເຮັດໃຫ້ຊາວບ້ານ ມີອາຫານກຸ້ມຢູ່ກຸ້ມກິນ ແລະ ອາດເປັນການສ້າງລາຍໄດ້ ໃຫ້ແກ່ຄອບຄົວ ຈາກການຂາຍປາ.
(ສຽງ) "ມີນະໂຍບາຍກ່ຽວກັບ ການສ້າງຄອບຄອບຄົວຕົວຢ່າງ ຢູ່ໃນເຂດຊົນະບົດ ເພື່ອໃຫ້ເປັນຕົວຢ່າງ ໃນການລ້ຽງປາ ເພື່ອສົ່ງເສີມ ໃຫ້ຄອບຄົວອື່ນໆ ທຳອິດໝາຍວ່າ ເຂົາລ້ຽງແລ້ວເຂົາຈະຕອບສນອງ ຄົວເຮຶອນເຂົາເຈົ້າກ່ອນ ຈາກນັ້ນ ເຂົາຈະສ້າງລາຍຮັບ ໂດຍທີ່ວ່າຜົນຜລິດ ທີ່ເຫລືອ ເອົາໄປຂາຍຢູ່ຕະລາດ."
ທ່ານວ່າໂຄງການນີ້ ໄດ້ເລີ້ມເຮັດມາ ແຕ່ຫລາຍປີຜ່ານມາແລ້ວ ໂດຍມີອົງການ ໄຈກ້າຂອງຍີ່ປຸ່ນ ເປັນຜູ້ສະນັບສະນູນ ເຣື້ອງທຶນຮອນ ແລະວິຊາການ. ໃນເບື້ອງຕົ້ນ ທາງການ ໄດ້ເລີ້ມສ້າງຄອບຄົວ ລ້ຽງປາຕົວຢ່າງ ໃນເຂດຊົນະບົດ ແຂວງໄຊຍະບຸຣີ ອຸດົມໄຊ ສວັນະເຂດ ແລະ ແຂວງສາຣະວັນ ລວມແລ້ວ ມີທັງໝົດ ປະມານ 40 ຄອບຄົວ ໂດຍທາງການ ປະກອບພັນປາລ້ຽງ ໃຫ້ເຊັ່ນວ່າປາໃນ ປານິນ ແລະ ປາປາກ ພ້ອມທັງສິດສອນ ວິທີການລ້ຽງດູປາ.
ແຕ່ ທ່ານກໍບໍ່ໄດ້ກ່າວວ່າ ໂຄງການ ທີ່ໄດ້ເລີ້ມເຮັດ ຕັ້ງຫລາຍປີມານີ້ ມີຜົນຮັບທີ່ດີຫລືບໍ ຫລືວ່າເປັນພຽງ ການສົ່ງເສີມ ນະໂຍບາຍ ຂອງພັກຊື່ໆ.
ການລ້ຽງປາ ໃນສະ ເພື່ອກຸ້ມຄອບຄົວ ໃນລະຍະຜ່ານມາ ບໍ່ໄດ້ຜົນດີເພາະວ່າ ຂາດວິຊາການ ກໍເລີຽເຮັດໃຫ້ ປາທີ່ລ້ຽງນັ້ນ ບໍ່ໃຫ່ຽ, ບໍ່ມີການເລືອກທີ່ດີນ ທີ່ເໝາະສົມ ຄ່າຂຸດສະກໍແພງ, ທາງການສັ່ງໃຫ້ຂຸດສະ ກໍພາກັນຂຸດໂລດ. ແຕ່ດຽວນີ້ ປະຊາຊົນມີປະສົປະການ ໃໝ່ໆ ໃນການລ້ຽງປາ ໃສ່ກະຊາງ ຕາມລຳແມ່ນ້ຳ ຊຶ່ງໄດ້ຜົນດີ ກ່ວາລ້ຽງໃນສະ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຜະແນກ ສາທາຣະນະສຸກ ແຂວງອັຕະປື ເຕືອນປະຊາຊົນ ບໍ່ໃຫ້ກິນ ອາຫານ ສຸກໆດິບໆ
- ການສໍາຣວດ ແລະສໍາພາດ ຊາວມົ້ງລາວ ຫ້ວຍນໍ້າຂາວ ສໍາເຣັດໄປແລ້ວ 70 ເປີເຊັນ ແລະຄາດວ່າ ຈະເສັດສີ້ນໃນໄວໆນີ້
- ຣັດຖະບານລາວ ຮຽກຮ້ອງ ໃຫ້ທຸກໆແຂວງ ຂອງລາວ ສະກັດກັ້ນ ການຣະບາດ ຂອງໂຣກຖອກທ້ອງ cholera
- ສໍານັກງານຂົນສົ່ງທາງນໍ້າ ແລະ ພານິດນາວີ ແຂວງຊຽງຮາຍ ຂອງໄທ ຕຽມຮັບມື ກັບສະພາບຣະດູແລ້ງ ທີ່ອາດສົ່ງຜົນກະທົບ ຕໍ່ການຂົນສົ່ງ ທາງເຮືອ ຕາມລຳນ້ຳຂອງ
- ຍັງມີ ຊາກກະດູກ ໂຕ ໄດນາຊໍຣ ທີ່ຖືກປ່ອຍຖິ້ມຮ້າງ ຢູ່ຕາມທັມມະຊາດ ເປັນຈໍານວນຫລວງຫລາຍ ໃນພື້ນທີ່ ແຂວງສວັນນະເຂດ
- ການໄຟຟ້າ ແຂວງຫລວງພຣະບາງ ຂາດທຶນ ມາໂດຍຕລອດ ເນື່ອງຈາກວ່າ ຊື້ໄຟຟ້າ ໃນຣາຄາແພງ ແລະ ຂາຍ ໃນຣາຄາຖືກ
- ແຂວງໄຊຍະບູຣີ ຍັງມີກຸ່ມຄົນ ຈໍານວນນຶ່ງ ທີ່ເສບ ແລະ ຂາຍຢາບ້າ ຫລົງເຫລືອຢູ່
- ແຂວງອັຕປື ຕ້ອງການໃຫ້ມີນັກທຸຣະກິດ ເຂົ້າໄປລົງທຶນພັທນາ ຫລັງຈາກ ເປີດດ່ານສາກົນ ຣະຫວ່າງ ລາວ-ວຽດນາມ ຢ່າງເປັນທາງການ ເມື່ອມໍ່ໆມານີ້
- ລາວ ຂໍຄວາມຊ່ອຍເຫລືອ ຈາກຣັຖບານຊຸດໃໝ່ ຂອງໄທ ໂດຍຜ່ານ ຄະນະກັມມະການ ໂອແລັມປິກໄທ ໃນການກຽມໂຕ ເປັນເຈົ້າພາບກິລາ ຊີແກມຊ໌ ຄັ້ງທີ 25 ໃນປີ 2009
- ເຈົ້າຂອງຜູ້ລົງທຶນ ສ້າງເຂື່ອນໄຟຟ້ານ້ຳເຊືອງ ສນັບສນູນ ດ້ານງົບປະມານ ເພື່ອກາຣພັທນາເມືອງປາກເຊືອງ ແຂວງຫລວງພຣະບາງ