ນັກວິຊາກາຣໄທຽ ວ່າຊາວລາວ ບໍ່ນິຍົມໄປຫລິ້ນກາຣພະນັນ ຢູ່ “ກາຊີໂນ” ແຕ່ມັກຈະຫລີ້ນໄພ້ ຊື້ຫວຍ ແລະເບີຣ໌ ເປັນສ່ວນໃຫຍ່


2008.01.31

ຊາວລາວ ມັກຫລີ້ນ ກາຣພະນັນ ປະເພດຊື້ຫວຍ ແທງເບີຣ໌ ແບບທັມມະດາ ແຕ່ຈະໃຫ້ ໄປຫລິ້ນຢູ່ ກາຊີໄຈໃຫຍ່ໆ ທີ່ມາເລເຊັຽ ໄປລົງທືນນັ້ນ ເຖີງຈະມີ ກໍມີ ເປັນສ່ວນນ້ອຍໆ ເທົ່ານັ້ນ. .

ໂຮງແຮມຫລິ້ນກາຣພະນັນ “ແດນສວັນນ້ຳງື່ມກາຊີໂນ” ຊື່ງແມ່ນເອກຊົນມາເລເຊັຽ ຮ່ວມກັບຣັຖບາລ ສປປລາວ ຂື້ນເປັນບ່ອນທຳອິດ ໃນເມືອງລາວນັ້ນ ປາກົດວ່າຈະມີ ແຕ່ນັກທ່ອງທ່ຽວ ແລະ ນັກກາຣພະນັນ ຈາກຕ່າງປະເທດ ເທົ່ານັ້ນທີ່ນິຍົມໄປຫລິ້ນ.

ສ່ວນປະຊາຊົນລາວເອງ ໂດຽທົ່ວໄປແລ້ວ ຈະນິຍົມຫລີ້ນກາຣພະນັນ ແບບເລັກນ້ອຍ ເປັນສ່ວນໃຫຍ່ ແທນທີ່ຈະແມ່ນແບບທຸ້ມເທ ເປັນຣາຍໃຫຍ່ ດັ່ງນັກວິຊາກາຣ ຈາກມະ ຫາວິທຍາລັຍແຫ່ງຊາຕ ຂອງໄທຽ ຜູ້ໜື່ງໄດ້ແສດງຄວາມເຫັນສ່ວນຕົວວ່າ:

(ສຽງ) "ທ່ານວ່າ: “ຊາວລາວ ມັກຫລີ້ນກາຣພະນັນ ປະເພດຊື້ຫວຍ ແທງເບີຣ໌ແບບທັມມະດາ ແຕ່ ຈະໃຫ້ໄປຫລິ້ນຢູ່ ກາຊີໄຈໃຫຍ່ໆ ທີ່ມາເລເຊັຽ ໄປລົງທືນນັ້ນ ເຖີງຈະມີກໍມີເປັນສ່ວນນ້ອຍໆ ເທົ່ານັ້ນ”

ນັກວິຊາກາຣໄທຽ ທ່ານນີ້ໃຫ້ຄຳເຫັນເພີ່ມວ່າ: ສາເຫຕສຳຄັນ ທີ່ຊາວລາວ ບໍ່ນິຍົມໄປ ຫລີ້ນໃນກາຊີໂນດັ່ງກ່າວ ກໍຍ້ອນວ່າຣາຍໄດ້ ຂອງຄົນລາວໂດຽທົ່ວໄປ ແລ້ວບໍ່ສູງພຽງພໍ ທີ່ຈະນຳໄປຫລີ້ນ ໃນສະຖານຫລູຫລາເຊັ່ນນີ້ ສະນັ້ນ ຈື່ງມັກຈະນິຍົມກັນ ຫລີ້ນແຕ່ໄພ້ ກັບຊື້ສລາກຣັຖບາລ ແລະຫວຍໃຕ້ດິນ ທີ່ພົບເຫັນມີກາຣນິຍົມ ກັນຫລີ້ນຫລາຍທີ່ສຸດ. ສະເພາະ ຄວາມເຫັນສ່ວນຕົວ ຂອງກາຣສ້າງຕັ້ງກາຊີໂນນັ້ນ ນັກວິຊາກາຣໄທຽ ໄດ້ກ່າວກໍໃຫ້ທັສນະວ່າ:

(ສຽງ) "ຈະເຫັນໄດ້ຢ່າງງ່າຍໆ ຈາກກຸ່ມລູກຄ້າ ວ່າເປັນປະເພດໃດ ຖ້າຈະ ໃຫ້ເປັນລູກຄ້າ ພາຍໃນເອງ ນັ້ນຄົງຈະບໍ່ເໝາະສົມ ແລະເປັນໄປໄດ້ຍາກ ສະນັ້ນ ຕ້ອງໄດ້ອາສັຍແຕ່ລູກຄ້າ ຊາວຕ່າງປະເທດເທົ່ານັ້ນ ແລະ ໂດຽສະເພາະ ກໍແມ່ນທາງມາເລເຊັຽ ເປັນຜູ້ໄປລົງທຶນ”

ໃນປັຈຈຸບັນນີ້ ຢູ່ໃນປະເທດລາວ ມີກາຊີໂນ ທີ່ເປີດຢ່າງເປັນທາງກາຣ ແລ້ວນັ້ນມີຢູ່ 3 ແຫ່ງ ຊື່ງນອກຈາກຢູ່ເຂຕນ້ຳງື່ມ ນະຄອນຫລວງວຽງຈັນ ແລ້ວ ກໍມີຢູ່ແຂວງຫລວງ ນ້ຳທາ ແລະສວັນນະເຂຕ ແລະ ໃນອະນາຄົດ ກໍມີໂຄງກາຣ ທີ່ຈະສ້າງຂື້ນຢູ່ແຂວງ ຫລວງພຣະບາງ 1 ແຫ່ງ ແຂວງບໍ່ແກ້ວ 2 ແຫ່ງ ແລະແຂວງຈຳປາສັກ ອີກຕື່ມ 1 ແຫ່ງ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.