ໂຣກຄວາມກົດດັນ ຫລືວ່າໂຣກຄວາມຄຽດ ທີ່ເກີດຂື້ນ ໃນໝູ່ຄົນລາວ ອາດກາຍ ເປັນບັນຫາໃຫ່ຽ ໃນອານາຄົດຕໍ່ໄປ


2008.03.04

ນາຍແພດຊ່ຽວຊານ ດ້ານສຸຂະພາບຈິດປະຈຳ ໂຮງໝໍມະໂຫສົດ ຂອງລາວກ່າວວ່າ ໂຣກຄວາມກົດດັນ ຫລືວ່າໂຣກຄວາມຄຽດ ທີ່ເກີດຂື້ນໃນໝູ່ຄົນລາວ ອາດກາຍ ເປັນບັນຫາໃຫ່ຽ ໃນອານາຄົດຕໍ່ໄປ.

(ສຽງ) "ໂຣກຄຽດ ມີຫລາຍແທ້ດຽວນີ້ ເຂົ້າໂຮງໝໍນີ້ກໍຫລາຍ ມາປິ່ນປົວນໍາ ມາກວດນນໍາ ສ່ວນມາກ ນີ້ກໍຢູ່ຕົວເມືອງໃຫ່ຽໆ ຈະມີຫລາຍ ແຕ່ຂ້ອຍກວດ ຢູ່ແຕ່ໃນວຽງຈັນ ນີ້ກໍມີຫລາຍຢູ່ 200-300 ຄົນຕໍ່ປີ ອາດຈະເປັນບັນຫາໃຫ່ຽ ໃນຂັ້ນຕໍ່ໄປ."

ທ່ານວ່າ ສາເຫດທີ່ເຮັດໃຫ້ຊາວລາວມີອາການໂຣກຄຽດນີ້ກໍຍ້ອນວ່າ ທຸກວັນນີ້ ລາວໄດ້ມີການພັດທະນາ ໃນລະບົບຕ່າງໆ ໃນເຣື້ອງຊີວິດ ການເປັນຢູ່ ສະພາບເສຖະກິດ ບັນຫາສັງຄົມຕ່າງໆ ເຮັດໃຫ້ຜູ້ຄົນ ມີຄວາມກັງວົນກັນ ຫລາຍຂື້ນ ຊຶ່ງເປັນຕົ້ນເຫດ ໃຫ້ເກີດເປັນໂຣກຄຽດ.

ນອກນັ້ນກໍເກີດຈາກການ ໂຍກຍ້າຍບ້ານເຮືອນ ການເຈັບປ່ວຍ ການຢ່າຮ້າງ ບັນຫາໃນຄອບຄົວ ບັນຫາການເຈັບປ່ວຍ ແລະອື່ນໆ. ຖ້າຜູ້ໃດຮູ້ສຶກຕົວວ່າ ຕົນເປັນໂຣກຄຽດແລ້ວ ນາຍແພດ ໄດ້ແນະນຳໃຫ້ ປິ່ນປົວ ຕາມທີ່ແພດແນະນຳ. ຖ້າປະປ່ອຍໃຫ້ໂຣກຄຽດນີ້ ຄວບຄຸມຊີວິດ ການເປັນຢູ່ ຂອງເຮົາແລ້ວ ກໍອາດນຳພາໄປສູ່ ການທຳລາຍຕົນເອງ ກໍເປັນໄດ້.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.