ປະຊາຊົນລາວ ຈາກເຂດ ນະຄອນຫລວງວຽງຈັນ ພາກັນຫລັ່ງໃຫລ ໄປທ່ຽວ ໃນແຂວງໜອງຄາຍ ເນື່ອງໃນວັນສະຫລອງ ປີໃໝ່ສາກົນປີ 2008
2008.01.01
ປະຊາຊົນລາວ ຈາກເຂດນະຄອນຫລວງວຽງຈັນ ພາກັນຫລັ່ງໃຫລ ໄປທ່ຽວ ໃນແຂວງໜອງຄາຍ ເນື່ອງໃນວັນ ສະຫລອງປີໃໝ່ສາກົນປີ 2008 ນີ້, ຕາມລາຍງານ ຈາກທ້ອງຖິ່ນຂອງໄທ.
ເຈົ້າໜ້າທີ່ຫໍການຄ້າ ແຂວງໜອງຄາຍລາຍງານວ່າ ໃນລະຍະວັນເທດສະການ ສົ່ງທ້າຍ ປີເກົ່າ ແລະຕ້ອນຮັບປີໃໝ່ນີ້ ມີນັກທ່ອງທຽ່ວ ຈາກທຸກຫົນທຸກແຫ່ງ ເດີນທາງ ເຂົ້າໄປໃນແຂວງໜອງຄາຍ ເປັນຈຳນວນມາກຫລາຍ ຣ່ວມທັງນັກທ່ອງທ່ຽວ ຈາກ ປະເທດລາວດ້ວຍ.
ຈຳນວນນຶ່ງ ກໍເດີນທາງມາ ທາງຣົຖສ່ວນຕົວ ຈຳນວນນຶ່ງ ກໍເດີນທາງມາທາງຣົຖທົວ, ມາກັນເປັນກຸ່ມ ເປັນຄອບເປັນຄົວ, ໂຮງແຮມ ແລະທີ່ພັກ ໃນແຂວງໜອງຄາຍ ຖືກຈັບຈອງເຕັມໝົດ. ເຂົາເຈົ້າາພາກັນໄປກາບ ໄປໃຫ້ວ ສະຖານທີ່ວັດວາອາຮາມຕ່າງໆ, ເລາະຊື້ເຄື່ອງຂອງ ໃນຕະລາດອິນດູຈີນ ໃນທ່າສະເດັດ, ທ່ອງທ່ຽວ ຢູ່ຕາມຮ້ານບັນເທິງ ນາຍຄລັບ ເປັນຕົ້ນ ເຮັດໃຫ້ ແຂວງໜອງຄາຍ ມີລາຍໄດ້ເພີ້ມ ເປັນຫລາຍຮ້ອຍລ້ານບາດ.
ຍັງບໍ່ເທົ່ານັ້ນ ນັກທ່ອງທ່ຽວຊາວໄທ ຫລັງຈາກທ່ອງທ່ຽວ ໃນແຂວງໜອງຄາຍ ເປັນທີ່ ຮຽບຮ້ອຍແລ້ວ ຊ້ຳພັດເໝົາລົດທົວ ຫລືນັ່ງຣົຖສ່ວນຄອບຄົວໄປທ່ຽວ ຢູ່ນະຄອນຫລວງວຽງຈັນຕື່ມອີກ. ສ່ວນຊາວລາວ ທີ່ມາຈາກເຂດນະຄອນວຽງຈັນ ກໍພາກັນເດີນທາງ ເຂົ້າມາເປັນສາຍ ມາທ່ຽວໃນແຂວງໜອງຄາຍແດ່ ໄປທ່ຽວຕໍ່ຢູ່ແຂວງອຸດອນອີກກໍມີ. ໂອຍ! ຈັ່ງແມ່ນອອນຊອນວ່າຊັ້ນ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນ່ວຍໂທຣະສັບມືຖື ຈາກປະເທດຈີນ ທີ່ມີຂາຍ ໃນທ້ອງຕະລາດ ເຮັດໃຫ້ຊາວລາວ ໃນຕົວເມືອງ ແລະໃນເຂດຊົນະບົດ ສາມາດ ມີໂທຣະສັບໄຊ້
- ນັກທ່ອງທ່ຽວ ຊາວໄທຽ ນັບເປັນໝື່ນຄົນ ເຂົ້າມາສົ່ງທ້າຍ ປີເກົ່າ-ຕ້ອນຮັບປີໃໝ່ສາກົລ 2008 ຢູ່ປະເທດລາວ
- ສປປລາວ ມີໂຄງກາຣ ທີ່ຈະຂາຍພລັງງານ ໃຫ້ແກ່ທາງກາຣ ກັມພູຊາ
- ຣັຖມົນຕຣີກະຊວງກາຣຄັງ ສປປລາວ ຍອມຮັບວ່າ ກາຣຈັດເກັບຣາຍຮັບ ບໍ່ໄດ້ຕາມເປົ້າໝາຍ ເພາະຍັງມີກາຣຮົ່ວໄຫລ ຢຸ່ຕລອດມາ
- ເສັ້ນທາງຫລັກຕ່າງໆ ໃນບາງພື້ນທີ່ ພາຄເໜືອຂອງລາວ ຍັງບໍ່ມີຄວາມປອດພັຍ
- ຂົວມິຕະພາບ ລາວ-ໄທ ແຫ່ງທີສອງ ລະຫ່ວາງ ສວັນະເຂດ ກັບມຸກດາຫານ ຄັບຄັ້ງໄປດ້ວຍ ປະຊາຊົນ ສອງຝັ່ງທ່ອງທ່ຽວ ແລະຢ້ຽມຊົມງານ ເທສະການປີໃໝ່
- ເນື່ອງຈາກການສະຫລອງ ປີໄໝ່ສາກົນ ທາງການ ນະຄອນຫລວງ ວຽງຈັນ ອານຸຍາດ ໃຫ້ບັນດາຮ້ານກິນດື່ມຕ່າງໆ ເປີດໄປຈົນຮອດ ບ່າຍນຶ່ງໂມງ ຂອງວັນທີ່ 1 ເດືອນ ມົກະຣາ ປີ 2008
- ສປປລາວ, ວຽດນາມ ແລະ ປະເທດໄທ ໄດ້ລົງນາມ ເອກະສານ ບັນທຶກ ຄວາມເຂົ້າໃຈກັນ ເພື່ອສົ່ງເສີມ ການແລກປ່ຽນ ດ້ານການຄ້າ
- ເດັກນ້ອຍ ທີ່ໃດ້ຮັບຜົນສະທ້ອນ ຈາກການຫຍຽບຣະເບີດ ທີ່ຍັງບໍ່ແຕກ ໃດ້ຮັບການຟື້ນຟ ູທາງຈິຕໃຈ
- ກຸ່ມຂ້າຣາຊການລາວ ເຊື່ອວ່າ ຣັຖບານໃຫມ່ ຂອງໄທ ຍັງຈະໃຫ້ຄວາມສຳຄັນ ແກ່ສປປລາວ ຄືເກົ່າ