ໃນຂະນະທີ່ທາງການລາວ ປະກາດຕ້ານແລະປາບປາມ ປາກົດການຍໍ້ທໍ້ໃນສັງຄົມລາວ ແຕ່ໃນຄວາມເປັນ ຈີງແລ້ວປາກົດວ່າ ປາກົດການດັ່ງກ່າວແຫ່ງນັບມື້ ນັບຂະຫຍາຍວົງກວ້າງອອກໃນສັງຄົມລາວ.
2008.03.12
ເຖີງແມ່ນວ່າ ການອອກຣະບຽບ ແລະມາຕການ ຂອງເຈົ້າໜ້າທີ່ໜ່ວຍງານ ຄຸ້ມຄອງ ຄວາມເປັນຣະບຽບ ຮຽບຮ້ອຍຂອງສັງຄົມ ເພື່ອເຮັດໃຫ້ບັນດາ ຜູ້ປະກອບການ ຮ້ານອາຫານ ແລະສະຖານບັນເທີງ ໃນເຂດ ນະຄອນຫລວງວຽງຈັນ ປະຕິບັດຢ່າງເຂັ້ມງວດ ແຕ່ຄວາມເປັນຈີງແລ້ວ ກໍຍັງມີຮ້ານອາຫານ ແລະສະຖານທີ່ບັນເທີງ ຫລາຍແຫ່ງຍັງຝ່າຝືນ ກົດຣະບຽບ ແລະມາຕການ ດັງກ່າວ ໂດຍເປີດບໍຣິການແບບ ຕາມໃຈຊອບ.
ແລະສະຖານທີ່ເຫລົ່ານັ້ນ ສ່ວນໃຫຍ່ຈະເປັນໂຮງແຮມ 5ດາວແລະຮ້ານ ທີ່ຜູ້ເປັນເຈົ້າຂອງ ເປັນລູກເຈົ້າຫລານ ຜູ້ໃຫຍ່ນາຍໂຕ ຜູ້ມີເສັ້ນມີສາຍ ຫລືເປັນຜູ້ ມີເງິນເຖີງ ຊຶ່ງຮ້ານ ຫລືສະຖານທີ່ເລົ່ານີ້ ຈະບໍ່ຖືກເຈົ້າໜ້າທີ່ກ່ຽວຂ້ອງ ມາລົບກວນ.
ຂ່າວທ້ອງຖີ່ນ ຣາຍງານຕື່ມວ່າ ມີຮ້ານອາຫານຫລືສວນອາຫານ ຊື່ດັງແຫ່ງນຶ່ງ ຊຶ່ງຕັ້ງຢູ່ເຂດເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ມີການປ່ອຍໃຫ້ເດັກນ້ອຍ ອາຍຸບໍ່ຮອດ 18ປີ ຫລືນັກຮຽນນຸ່ງເສື້ອຂາວ ເຂົ້າໄປໄຊ້ບໍຣິການຢ່າງສະດວກສະບາຍ. ນອກຈາກນີ້ ຍັງມີການປ່ອຍໃຫ້ຜູ້ເຂົ້າໄປໄຊ້ ຫລີ້ນໄພ້ໄດ້ຢ່າງເປີດແປນ. ຮ້ານດັ່ງກ່າວ ເປີດໃຫ້ບໍຣິການທຸກໆມື້ ຕັ້ງແຕ່ເຊົ້າຮອດເດິກ. ບັນຍາກາດພາຍໃນຮ້ານ ເຢັນສະບາຍ ເປັນສະຖານທີ່ສະວາດສເວີຍ-ເໝາະສົມແກ່ການພັກຜ່ອນ ສໍາລັບຫລາຍໆຄົນ. ມທັງເທັກເຕັ້ນລໍາ-ເຮຮາແລະມີທັງເປັນເຮືອນຕູບເປັນສ່ວນຕົວ. ຍ້ອນແນວນັ້ນ ຮ້ານດັ່ງກ່າວ ຈຶ່ງຖືເປັນບ່ອນພັກຜ່ອນຂອງຄົນ ຫລາຍກຸ່ມຫລາຍລູ້ນ-ຫລາຍໄວ ໂດຍທີ່ທາງຮ້ານບໍ່ສົນໃຈເລີຍວ່າ ລູກຄ້າທີ່ມານັ້ນ ແມ່ນເດັກນ້ອຍຫລືນັກຮຽນ. ໃນແຕ່ລະມື້ ຈະມີບັນດາໄວລູ້ນ ໃສ່ເສື້ອຂາວທີ່ອາດຈະຂາດ ຫລືໂຕນໂຮງຮຽນອອກມາຫລີ້ນກິນ ມີທັງຜູ້ຍີງຜູ້ຊາຍ-ເປັນກຸ່ມ ຢູ່ຕາມຕູບໃຜຕູບມັນ.
ແລະທີ່ຮ້າຍແຮງໄປກວ່ານັ້ນ ຄືທາງຮ້ານປ່ອຍໃຫ້ມີການພະນັນ ຫລືອາດມີການເສບຢາແລະທໍາສີ່ງທີ່ຜິດ ຕໍ່ຈາຣິຍະທໍາຂອງສັງຄົມ ກໍວ່າໄດ້. ແລະວ່າ ຖ້າທາງການຫາກບໍ່ແກ້ໃຂຢ່າງຮີບດ່ວນນັ້ນ ສະຖານທີ່ດັ່ງກ່າວ ກໍອາດກາຍເປັນບ່ອນຫລືສູນ ມົ້ວສຸມຂອງໄວລຸ້ນ-ໜຸ່ມສາວ ຫລາຍກວ່ານີ້.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຜູ້ທີ່ເຄີຽຕິດຝິ່ນ ຢູ່ໃນລາວ ຫລັງຈາກ ເຂົາເຈົ້າ ຢ່າຈາກຕິດຝິ່ນແລ້ວ ບາງຈຳນວນ ກໍຫັນມາໄຊ້ ຢາເສບຕິດ ປະເພດອື່ນ ອີກແທນ
- ຄົນງານ ໃນແຂວງຫລວງພະບາງ ໄດ້ພົບກັບບັນຫາ ນາຍຈ້າງ ສໍ່ໂກງແຮງງານ
- ພວກຄົນງານລາວ ຮຽກຮ້ອງ ພາກສ່ວນກ່ຽວຂ້ອງ ໃຫ້ອອກ ໜັງສືເດີນທາງ ແລະ ໃບອະນຸຍາດ ເຮັດວຽກ ໃຫ້ໄວ ກ່ວາເກົ່າ
- ການລັກລອບປູກຝິ່ນ ຂອງຊາວບ້ານ ຍັງມີຢູ່ ໃນຂະນະທີ່ ພວກພໍ່ຄ້າ ຍັງຊຸກຍູ້ ໃຫ້ປະຊາຊົນປູກ ແລະ ເກັບຊື້ ເພື່ອສົ່ງອອກຂາຍ
- ພາກຕາເວນອອກຊ່ຽງເໜືອ ຫລືພາກອິສານຂອງໄທ ກາຍເປັນເສັ້ນທາງທີ່ມີການຂົນສົ່ງ ຢາເສບຕິດເພີ່ມຂຶ້ນ ເຖິງຮ້ອຍລະ 30 ທຽບຈາກເດີມທີ່ມີພຽງ 100ລະ8.
- ແຂວງບໍ່ແກ້ວ ກໍາລັງລໍຖ້າ ການຮັບຮອງ ຈາກຣັດຖະບານ ເພື່ອທີ່ຈະປະກາດ ໃຫ້ປ່າສະຫງວນເຂດ ນໍ້າຄານ ຂອງແຂວງ ເປັນເຂດປ່າສະຫງວນ ແຫ່ງຊາດ
- ທາງການລາວ ສັງເກດເຫັນວ່າ ມີຢາເສບຕິດ ປະເພດ ເຮໂຣອີນ ຫລັ່ງໄຫລເຂົ້າມາ ຕາມຊາຍແດນ ພາກເໜືອຂອງລາວ
- ສປປ ລາວ ກະວ່າຈະເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ໃນປີ 2010
- ກອງປະຊຸມສຸດຍອດ ຜູ້ນຳຂອງປະເທດ ໃນອານຸພູມີພາກ ແມ່ນ້ຳຂອງ ຫລື GMS ອາດເປັນໂອກາດ ເປີດໃຫ້ມີ ການປະເມີນຜົນ ລະຫ່ວາງ ຜົນໄດ້ແລະຜົນສະທ້ອນ ທີ່ໄດ້ຮັບຈາກໂຄງການ ການລວມຕົວ ຂອງອານຸພູມີພາກ
- ຊາວລາວເຜົ່າມົ້ງ ທີ່ຖືກກັກຂັງ ຢູສູນກວດຄົນ ເຂົ້າເມືອງ ທີ່ໜອງຄາຍ ໄດ້ຮັບຄວາມຊ່ວຍເຫລືອ ດ້ານເຄື່ອງນ່ງຫົ່ມ ແລະເຄື່ອງຂອງຕ່າງໆ ຈາກສະພາກາຊາຕ ໜອງຄາຍ