ຊາວລາວ ມີຄວາມສົນໃຈ ກັບນະໂຍບາຍ ຂອງຣັຖບານ ໃນການປັບຮູບແບບ ການສຶກສາ ໃຫ້ເປັນໄປຕາມຮູບແບບ ຂອງສາກົນ


2008.01.17

ຊາວລາວ ມີຄວາມສົນໃຈ ກັບນະໂຍບາຍ ຂອງຣັຖບານ ໃນການປັບຮູບແບບ ການສຶກສາ ໃຫ້ເປັນໄປຕາມຮູບແບບ ຂອງສາກົນ, ຊຶ່ງຄາດວ່າ ອາດຖືກນໍາໃຊ້ ໃນໄວໆນີ້

ຊາວ ນະຄອນຫລວງວຽງຈັນ ສົນໃຈ ກ່ຽວກັບ ຮູບແບບ ພັທນາການສຶກສາ ຂອງເດັກນ້ອຍໃນລາວ ທີ່ທາງຣັຖບານ ໄດ້ວາງແຜນປ່ຽນ ຣະບົບການສຶກສາ ແລະ ເພີ້ມງົປະມານ ການສຶກສາ ໃຫ້ກັບເດັກນ້ອຍ ທີ່ທຸກຈົນ. ຊາວລາວ ທ່ານ ນຶ່ງ ກ່າວກ່ຽວກັບ ເຣື້ອງນີ້ວ່າ:

(ສຽງ) “ມີການປັບປຸງຣະບົບການສຶກສາ ຈາກ 11 ຫ້ອງ ໃຫ້ເປັນ 12 ຫ້ອງ, ອາດຈະເກີດຂຶ້ນ ໃນປີ 2009-2010 ນີ້, ຊຶ່ງຈະສາມາດໃຫ້ນັກຮຽນ ຂອງພວກເຮົານີ້ ມີ 12 ຫ້ອງ ເທົ່າກັບຣະບົບສາກົນໄດ້. ປັດຈຸບັນ ມີ 11 ຫ້ອງ.”

ນອກຈາກນັ້ນ, ພາກຣັຖ ແລະ ເອກຊົນ ຍັງໄດ້ຮ່ວມມືກັນ ປັບປຸງ ໂຮງຮຽນ ແລະ ເພີ້ມຫ້ອງຮຽນ ໃຫ້ພຽງພໍ ເພື່ອສາມາດຮອງຮັບ ເດັກນ້ອຍນັກຮຽນ ທີ່ຈະເຂົ້າໄປຮໍ່າຮຽນ. ໃນການປັບປຸງ ດັ່ງກ່າວ, ຣັຖບານລາວ ໄດ້ຈັດຫາງົບປະມານ ເພື່ອຈ້າງຄຣູສອນເພີ້ມ ແລະ ມີການພັທນາຄຸນນະພາບ ຂອງຄຣູ ໃຫ້ດີຂຶ້ນກ່ວາເດີມ. ຊາວລາວ ທ່ານນີ້ ໄດ້ໃຫ້ຄວາມຄິດເຫັນ ສ່ວນໂຕ ກ່ຽວກັບ ການພັທນາ ການສຶກສາ ໃນລາວ ວ່າ:

(ສຽງ) “ມັນຕ້ອງດີຂຶ້ນ ເພາະວ່າ ເຮົາຮູ້ສຶກວ່າ ເວລາເດັກນ້ອຍ ຣະດັບການສຶກສາ ຂອງຂະເຈົ້າ ໃນຣະດັບສາກົນ ມັນຈະຕ້ອງ ມີ 12 ຫ້ອງ, ຖ້າເຮົາມີ 12 ຫ້ອງ ເດັກນ້ອຍ ຈະໄດ້ຮຽນຍາວຂຶ້ນ ຕາມຫລັກສູດ. ຖ້າປະເທດເຮົາ ໄດ້ພັທນາ ໃນຈຸດນີ້ ກໍຈະຍົກບົດບາດ ຂອງການສຶກສາ ໄປອີກກ້າວນຶ່ງ ເວລາເຂົ້າມະຫາວິທຍາລັຍ ກໍຈະດີ ເພາະຂະເຈົ້າ ມີຄວາມຮູ້.”

ທ່ານ ກ່າວໃນຕອນທ້າຍ ວ່າ: ປະເທດລາວ ເປັນປະເທດທີ່ທຸກຍາກ ດັ່ງນັ້ນ ການເຮັດສິ່ງໃດສິ່ງນຶ່ງ ຕ້ອງມີການຂໍງົບປະມານ ຈາກໜ່ວຍງານຣັຖບານ ຫລື ເອກະຊົນ, ສ່ວນໃນເຣື້ອງ ຂອງການພັທນາການສຶກສານັ້ນ ຣັຖບານລາວ ໄດ້ໃຫ້ງົປມານ ໃນການຈັດແຈງທຸກສິ່ງທຸກຢ່າງ, ຊຶ່ງນັບວ່າ ເປັນເຣື້ອງດີ ທີ່ຣັຖບານລາວ ໄດ້ໃຫ້ຄວາມສົນໃຈ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.