ສປປລາວ ຖືກຈັດຢູ່ໃນອັນດັບທີ່ 137 ໃນບັນຊີຣາຍຊື່ ປະເທດ ທີ່ມີເສຖກິດ ເສຣີທີ່ສຸດໃນໂລກ


2008.01.17

ສປປລາວ ຖືກຈັດ ຢູ່ໃນອັນດັບທີ່ 137 ໃນບັນຊີຣາຍຊື່ປະເທດ ທີ່ມີເສຖກິດ ເສຣີທີ່ສຸດໃນໂລກ ຫລື ຈະເວົ້າໃຫ້ຖືກແທ້ ລາວຖືກຈັດເປັນປະເທດ ທີ່ຈຳກັດສິດເສຣີພາບ ໃນດ້ານເສຖກິດ ຫລາຍທີ່ສຸດ ປະເທດນຶ່ງໃນໂລກ. ນັ້ນແມ່ນຣາຍງານ ປະຈຳປີຂອງມູນນິທິ ມໍຣະດົກ ແລະວາຣະສານ Wall Street ໃນ ສະຫະຣັຖອະເມຣິກາ.

ປະເທດທີ່ຄວບຄຸມເສຖກິດ ເຄັ່ງຄັດທີ່ສຸດ ກໍແມ່ນ ເກົາຫລີເໜືອ ເປັນທີ່ໂຈກ ຕົກ ຢູ່ໃນອັນດັບທີ່ 157 ໃນຈຳນວນ ທັງໝົດ 157 ປະເທດ ທີ່ມູນນິມໍຣະດົກ ໄດ້ສຳຣວດ ເມື່ອບໍ່ດົນຜ່ານມາ. ລອງທີ່ໂຈກ ຫລືອັນດັບທີ່ 156 ແມ່ນ ປະເທດ ຊິມບາເວ ໃນທະວີບອາຟຣິກກາ; ປະເທດອັນດັບທີ່ 155 ແມ່ນກິວບ່າ ແລະພະມ້າ ເປັນອັນດັບທີ່ 153; ສ່ວນວຽດນາມນັ້ນ ໄດ້ອັນດັບດີກວ່າລາວ ເລັກນ້ອຍ ຄືຕົກຢູ່ໃນອັນດັບທີ່ 135. ຈີນ ຖືກຈັດຢູ່ໃນອັນດັບທີ່ 126.

ມູນນິທິມໍຣະດົກ ຣາຍງານເຫດຜົນວ່າ ປະເທດທີ່ຖືກຈັດ ຢູ່ໃນຣະດັບຕອນສຸດທ້າຍ ຂອງບັນຊີຣາຍຊື່ນີ້ ສ່ວນຫລາຍ ແມ່ນປະເທດທີ່ປົກຄອງ ດ້ວຍອຳນາດຜະເດັດການ, ຣັຖບານຍັງຄວບຄຸມ ການແລກປ່ຽນເງິນຕຣາ, ຍັງເກັບພາສີສິນຄ້າ ເຂົ້າອອກແພງ, ການຂໍອະນຸຍາດລົງທຶນ ເຮັດທຸຣະກິດຕ່າງ ກໍໃຊ້ເວລາດົນນານ ແລະກໍມີການສໍ້ຣາຊ ບັງຫລວງຫລາຍ.

ສຳຣັບປະເທດ ທີ່ມີເສຖກິດເສຣີທີ່ສຸດໃນໂລກ ກໍແມ່ນ ຮອງກົງ ເປັນອັນດັບນຶ່ງ ເສຣີເກືອບທຸກດ້ານ ເປັນຕົ້ນ ໃນດ້ານການຄ້າ ການເງິນ ແລະການລົງທຶນ. ລອງລົງມາ ກໍແມ່ນສິງກະໂປ, Ireland, ສະຫະຣັຖ ແລະການາດາ.

ອາວະຣີ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.