ທາງການລາວ ຣາຍງານວ່າ ເສຖກິດຂອງລາວ ເມື່ອປີ 2007 ທີ່ຫາກໍຜ່ານມາ ຂຍາຍຕົວໄວກວ່າ ປີ 2006 ຄືໄດ້ຂຍາຍຕົວເຖິງ 7.6 ສ່ວນຮ້ອຍ


2008.01.01

ໜັງສືພິມຊິນຫົວ ຊຶ່ງເປັນໜັງສືພິມ ທາງການຂອງຈີນ ຣາຍງານເມື່ອວັນທີ່ 1 ເດືອນ 1 ປີ 2008 ນີ້ວ່າ ຜົນຜລິດລວມຍອດ ພາຍໃນປະເທດ ຫລື GDP ຂອງສປປລາວ ຂຍາຍຕົວເຖິງ 7.6 ສ່ວນຮ້ອຍ ເມື່ອປີ 2007 ຂຍາຍຕົວກວ່າປີ 2006 ເລັກໜ້ອຍ ຊຶ່ງໃນປີ 2006 ນັ້ນ GDP ຂອງລາວ ຂຍາຍຕົວປະມານ 7.5 ສ່ວນຮ້ອຍ.

ໜັງສືພິມວຽງຈັນໄທມ໌ ຊຶ່ງເປັນໜັງສືພິມ ພາສາອັງກິດ ຢູ່ລາວ ຣາຍງານວ່າ ຣາຍໄດ້ສະເລັ່ຍ ຂອງບຸກຄົນ ຂອງຊາວລາວ ກໍເພິ້ມຂື້ນເປັນ 678 ດອນລ່າ ສະຫະຣັຖ ຕໍ່ຄົນຕໍ່ປີໃນປີ 2007 ເພິ້ມຂື້ນຈາກປີ 2006 ເຖິງ 53 ສ່ວນຮ້ອຍ. ເມື່ອປີ 2006 ນັ້ນ ຄົນລາວຜູ້ນຶ່ງ ມີຣາຍໄດ້ພຽງແຕ່ 443 ດອນລ່າ ເທົ່ານັ້ນຕໍ່ປີ.

ແຕ່ທະນາຄານໂລກ ຣາຍງານ ເມື່ອເດືອນພຶສຈິກາ ທີ່ຜ່ານມາວ່າ ຣາຍໄດ້ສະເລັ່ຍ ຂອງຄົນລາວ ຜູ້ນຶ່ງໃນປີ 2007 ມີແຕ່ 500 ດອນລ່າ ສະຫະຣັຖຕໍ່ປີ ເພິ້ມຂື້ນຈາກ 450 ດອນລ່າ ເມື່ອປີກ່ອນ ໜ້ອຍກວ່າຕົວເລກ ທີ່ທາງການລາວ ໄດ້ປະກາດອອກ.

ເຖິງຢ່າງໃດກໍດີ ຣາຍໄດ້ຂອງຄົນລາວ ອາດຈະເພິ້ມຂື້ນແທ້ ໃນຣະຍະສອງສາມປີ ທີ່ຜ່ານມາ ເຮົາຈະສັງເກດເຫັນ ຄົນລາວປັດຈຸບັນ ມີຣົດຄັນດີໆງາມໆ ແລະຣາຄາແພງ ຂີ່ເຕັມບ້ານເຕັມເມືອງ; ແຕ່ບັນຫາພັດມີຢູ່ວ່າ ມີແຕ່ຊາວລາວ ບາງຄົນບາງກຸ່ມເທົ່ານັ້ນ ມີຣາຍໄດ້ເພິ້ມຂື້ນ ສ່ວນປະຊາຊົນ ສ່ວນຫລາຍໃນປະເທດ ກໍຍັງທຸກຍາກຂາດເຂີນຢູ່.

ຕາມສະຖິຕິ ຂອງທະນາຄານໂລກ ປັດຈຸບັນ ສປປລາວ ຍັງມີປະຊາຊົນ ທີ່ຍັງຢູ່ໃຕ້ເສັ້ນທຸກຍາກ ຢູ່ເຖິງ 34 ສ່ວນຮ້ອຍ. ທາງການລາວ ກຳນົດໄວ້ວ່າ ເສັ້ນທຸກຍາກ ໝາຍເຖິງຄົນລາວຜູ້ນຶ່ງ ມີຣາຍໄດ້ຕ່ຳກວ່າ 1 ດອນລ່າເຄິ່ງຕໍ່ມື້.

ອາວະຣີ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.