ທາງກາຣ ສປປລາວ ປະຕິເສດທີ່ວ່າ ເຂຕບືງທາຕຫລວງ ຈະກາຍເປັນ ເມືອງໃໝ່ຂອງຈີນ ຕາມທີ່ມີຂ່າວ ຊ່າລືກັນ


2008.02.13

ໜັງສືພີມຣາຍວັນ ວຽງຈັນໄທມສ໌ ແລະບາງກອກໂພສຕ໌ ສະບັບວັນທີ່ 12 ກຸມພານີ້ ວ່າ: ທ່ານສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ຜູ້ປະຈຳກາຣ ຣັຖບາລສປປລາວ ໄດ້ແຖລງຕໍ່ສື່ມວລຊົນ ທີ່ຫ້ອງປະຊຸມ ສຳນັກງານນາຍົກ ໃນ ມື້ວັນຈັນນີ້ເພື່ອ ອະທິບາຍ ເຖີງໂຄງກາຣພັທນາ ຢູ່ເຂຕບືງທາຕຫລວງ ທີ່ມີພື້ນທີ່ທັງໝົດ 1,600 ເຮັກ ຕ໊າຣ໌ ໃຫ້ເປັນເຂຕ ກາຣຄ້າພິເສດ ແລະຢືນຢັນວ່າ: ທາງກາຣລາວ ຍັງບໍ່ທັນໄດ້ມີກາຣຕົກລົງ ທີ່ຈະອະນຸຍາດ ໃຫ້ຊາວຈີນ 50,000 ຄອບຄົວ ເຂົ້າມາອາສັຍ ຢູ່ຕາມທີ່ອອກ ເປັນຂ່າວຊ່າລືກັນນັ້ນ ແຕ່ຢ່າງໃດ.

ທ່ານສົມສວາດວ່າ: ທາງກາຣລາວ ໄດ້ໃຫ້ສັມປະທານ ແກ່ໂຄງກາຣ ຮ່ວມພັທນາຣະ ຫວ່າງ ບໍຣິສັທລາວ ແລະຈີນ ຊື່ງບໍຣິສັທຂອງຈີນ ກໍເຄີຽມີຜົລງານ ໃນກາຣສ້າງສາເຂຕ ທ່ອງທ່ຽວ ທີ່ສວຍງາມຢູ່ເມືອງ Suzhou ໃນປະເທດຈີນ ມາກ່ອນແລ້ວ ແລະທັງສອງ ບໍຣິສັທ ກໍຈະສ້າງສາພັທນາ ເຂຕບືງທາຕຫລວງ ດັ່ງກ່າວນີ້ ໃຫ້ເຈຣີນ ໄປເລື້ອຽໆໃນຣະ ຍະ 50 ປີຂ້າງໜ້າ ແລະອາຈຈະສາມາດ ເຊົ່າຕື່ມຕໍ່ໄປ ໄດ້ພາຍໃຕ້ກົດໝາຍ ຊັພສິນທີ່ ດີນຂອງລາວເອງ. ສ່ວນບໍຣິສັທຂອງລາວນັ້ນ ກໍຈະໄດ້ມີຫຸ້ນສ່ວນ 5% ຂອງກາຣລົງ ທຶນທັ້ງໝົດ.

ຜູ້ນຳລາວໄດ້ແຈ້ງເພີ່ມວ່າ ໃນເມື່ອຫາກຄົບກຳໜົດ ແລ້ວທາງບໍຣິສັທ ຮ່ວມມືກໍຈະໄດ້ ໂອນໃຫ້ເປັນ ຂອງຣັຖບາລລາວ ໃນຂັ້ນຕໍ່ໄປ ພ້ອມທັງໄດ້ເນັ້ນເປັນກາຣຢືນຢັນວ່າ: ສຳຫລັບຄົນລາວ ທີ່ສົນໃຈ ແລະມີທຶນຮອນພຽງພໍ ກໍມີສິທ ແລະສາມາດ ທີ່ຈະຈັບຈ່ອງຊື້ ຫ້ອງເຊົ່າ ຫລືສະຖານທີ່ກາຣຄ້າຂາຍ ເຊັ່ນດຽວກັນ.

ເຖີງຢ່າງໃດກໍຕາມ ສາເຫຕທີ່ທາງກາຣລາວ ໄດ້ໃຫ້ສັມປະທານ ແກ່ບໍຣິສັທຈີນເຂົ້າ ມາພັທນາ ໃນເຂຕບືງທາຕຫລວງດັ່ງກ່າວ ຖືເປັນກາຣຕອບແທນ ທີ່ທາງກາຣຈີນ ໄດ້ລົງ ທຶນສ້າງ ສນາມກິລາແຫ່ງຊາຕ ບ່ອນໃໝ່ ໃຫ້ເພື່ອຮັບເປັນເຈົ້າພາບ ກາຣແຂ່ງຂັນກິລາ.

ຊີເກມສ໌ໃນ ປີໜ້ານີ້ ພ້ອມທັງໝັ້ນໃຈວ່າ ຣາຍໄດ້ຈາກເຂຕກາຣຄ້າ ແຫ່ງໃໝ່ນີ້ກໍຈະສາມາດ ນຳໄປຊ່ວຍເຫລືອ ປະຊາຊົນລາວ ໃນເຂຕດັ່ງກ່າວນີ້ ໄດ້ເຊັ່ນກັນ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.