ນາຍແພດ ເຕືອນໃຫ້ລະມັດລະວັງ ແລະ ປ້ອງກັນ ການຕິດເຊື້ອໂຣກ HIV ແລະ AIDS
2008.01.03
"ຜູ້ທີ່ວ່າບໍ່ທັນຕິດເຊື້ອ ຕ້ອງຮູ້ວິທີປ້ອງກັນ ຕ້ອງຮູ້ຈັກວິທີປ້ອງກັນຕົວ ເຮົາກໍຮູ້ຢູ່ແລ້ວວ່າ ມັນຕິດໄດ້ສາມທາງ ດັ່ງນັ້ນ ເຮົາກໍຕ້ອງ ຫລີກເວັ້ນ ສາມທາງນີ ້ໃຫ້ໄດ້ເນາະ."
ແພດວ່າ ຄົນສ່ວນໃຫ່ຽ ຍັງຂາດລະບຽບວິໃນ ໃນເວລາ ມີເພດສັມພັນ ເຊັ່ນວ່າ ບໍ່ຢາກໃຊ້ຖົງອານາໄມ, ມັກມີເພດສຳພັນກັນ ໄປໝົດທຸກວິທີ ໂດຍບໍ່ຄຳນຶງເຖິງວ່າ ຄູ່ເພດສັມພັນ ທີ່ປ່ຽນຄູ່ນອນ ເລື້ອຍໆນັ້ນ ຕິດເຊື້ອໂຣກ HIV ມາກ່ອນຫລືບໍ. ເມື່ອຕິດເຊື້ອ HIV ແລ້ວ ທາງການແພດ ກໍມີຢາປົວຢູ່ ເພື່ອຢັບຢັ້ງ ບໍ່ໃຫ້ຜູ້ປ່ວຍ ເປັນໂຣກເອສ. ຄັນວ່າ ເປັນເອສແລ້ວ ສ່ວນມາກມັນ ກໍປິ່ນປົວ ບໍ່ໄດ້ ມີແຕ່ລໍຄອຍຄວາມຕາຍເທົ່ານັ້ນ.
"ພວກທີ່ວ່າຕິດແລ້ວ ເຮົາ ກໍມີສອງທາງອອກ ເຖິງຈະບໍ່ມີຢາປິ່ນປົວ ໃຫ້ຫາຍຂາດ ແຕ່ກໍມີຢາຢັບຢັ້ງ ແລະ ກໍໝັ້ນກວດ ສຸຂະພາບ ຂອງຕົນເອງ ບໍ່ໄປຮັບເຊື້ອເພີ້ມ ແລະ ກໍບໍ່ໄປແຜ່ເຊື້ອໃຫ້ຜູ້ອື່ນ."
ນາຍແພດລາວ ວ່າ ຕ້ອງໄດ້ເອົາໃຈໃສ່ ການເຜີຽແຜ່ ຂ່າວສານ ເຣື້ອງໂຣກເອສນີ້ ໃຫ້ກ້ວາງຂວາງຕື່ມ ໃຫ້ເຜີຽແຜ່ ໄປເຖິງເຂດຊົນນະບົດ ເພື່ອບໍ່ໃຫ້ເຂົາເຈົ້າ ຕົກເປັນກຸ່ມສ່ຽງ. ສະຖິຕິຄົນຕິດເຊື້ອໂຣກ HIV ແລະ ເປັນເອສໃນລາວ ນັບແຕ່ປີ 1990 ມາເຖິງທ້າຍ ປີ 2007 ນີ້ມີທັງໝົດ 2,400 ຄົນ ໃນນັ້ນ 760 ຄົນ ໄດ້ເສັຽຊີວິດໄປແລ້ວ ແລະ ເຫລືອອີກ 1,640 ຄົນ ທີ່ຕິດເຊື້ອ ແລະເປັນເອສ.