ເຈົ້າໜ້າທີ່ຂັ້ນສູງ ຂອງອົງການ ໄອຍະການ ປະຊາຊົນ ສູງສຸດແຫ່ງ ສປປລາວ ແລະໄອຍະການ ປະຊາຊົນສູງສຸດ ຂອງວຽດນາມ ໄດ້ພົປະກັນ ຢູ່ທີ່ນະຄອນຫລວງວຽງຈັນ


2008.03.05

ເຈົ້າໜ້າທີ່ຂັ້ນສູງ ຂອງອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປລາວ ແລະໄອຍະການ ປະຊາຊົນສູງສຸດ ຂອງວຽດນາມ ໄດ້ພົປະກັນ ຢູ່ທີ່ນະຄອນ ຫລວງວຽງຈັນ ໃນວັນທີ 3 ມິນາ ນີ້ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືກັນ ທາງດ້ານກົດໝາຍ ແລະບັນຫາຮອບດ້ານ ທີ່ສອງອົງການ ໄດ້ລົງນາມກັນໃນ ເອກະສານບັນທຶກ ຄວາມເຂົ້າໃຈກັນໃນລະຍະຜ່ານມາ.

ຕາມລາຍງານຂອງ ອົງການຂ່າວສານ ປະເທດລາວ ແລະໜັງສືພິມ ທາງເຄືອຂ່າຍ Vietnamnetbridge. ຫົວໜ້າ ຄະນະຜູ້ແທນ ຝ່າຍລາວໄດ້ແກ່ ທ່ານ ສົມພັນ ແພງຄຳມີ ໄອຍະການ ປະຊາຊົນສູງສຸດຂອງລາວ, ແລະຫົວໜ້າ ຄະນະຝ່າຍ ວຽດນາມ ໄດ້ແກ່ທ່ານ ເຈີນກວັກເວືອງ ໄອຍະການ ປະຊາຊົນສູງສຸດ ຂອງ ວຽດນາມ.

ສອງຝ່າຍໄດ້ເວົ້າເຖິງ ການຈັດຕັ້ງປະຕິບັດ ຂໍ້ຕົກລົງທີ່ໄດ້ເຊັນກັນ ເຊັ່ນວ່າ ການບຳຣຸງກໍ່ສ້າງ ພະນັກງານວິຊາການ ໃຫ້ຝ່າຍລາວ, ການຮ່ວມມື ລະຫ່ວາງ ສອງອົງການ, ທິດທາງການພົວພັນ ວຽກງານ ລະຫ່ວາງ ສອງອົງການ, ການແລກປ່ຽນ ບົດຮຽນ ດ້ານວີຊາການ ຂັ້ນສູນກາງ ຂັ້ນອຸທອນ ແລະຂັ້ນແຂວງ, ການສົ່ງຊ່ຽວຊານ ເພື່ອໄປເຮັດປາຖະກະຖາ, ການສະໜອງເອກະສານ ກ່ຽວກັບ ກົດໝາຍ, ແລະນິຕິກັມອື່ນໆ.

ວຽດນາມ ແລະລາວມີການຕົກລົງ ແບບພິເສດ ໃຫ້ມີການຮ່ວມມືກັນ ໃນທຸກຂະແໜງ ການວຽກງານ ທຸກລະດັບ ນັບຕັ້ງແຕ່ຂັ້ນສູນກາງ ຮອດລະດັບທ້ອງຖິ່ນ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.