ສູນສິ່ງພິມຕ່າງໆຂອງລາວ ຍັງບໍ່ສາມາດ ຄວບຄຸມ ການແຜ່ລະບາດ ຂອງການປອມແປງ ວີຊີດີພາບພະຍົນ ແລະວີຊີດີເພລງໄດ້


2008.02.29

ສູນສິ່ງພິມຕ່າງໆຂອງລາວ ຍັງບໍ່ສາມາດຄວບຄຸມ ການແຜ່ລະບາດ ຂອງການ ປອມແປງວີຊີດີ ພາບພະຍົນ ແລະວີຊີດີເພລງໄດ້, ຍັງມີການລະເມີດ ລິຂະສິດ ໃນການກ່າຍທຳຢູ່ຕຣອດ ເພາະວ່າ ເອກະຊົນເປັນຜູ້ທຳເອງ ດັ່ງທີ່ເຈົ້າໜ້າທີ່ລາວ ຄົນນຶ່ງ ປະຈຳຜະແນກ ຄອມປູຍເຕີ້ ຂອງສຳນັກພິມ ແລະວີດີໂອ ໃນນະຄອນຫລວງ ວຽງຈັນ ໄດ້ກ່າວເປັນພາສາໄທວ່າ:

(ສຽງ) "ກໍ່ຂ້ອນຂ້າງມີຫລາຍ ສ່ວນມາກກໍຈະເປັນເພງ ມີຮ້ານເອກະຊົນເຂົາກ່າຍທຳ ເອງ ເຮົາກໍບໍ່ສາມາດຄວບຄຸມໄດ້ເຣື້ອງນີ້. ກ່ຽວກັບການຄວບຄຸມນີ້."

ທ່ານວ່າ ທາງສູນສຳນັກພິມ ກໍໄດ້ອອກໄປກວດກາ ຢູ່ຕາມຮ້ານຕ່າງໆ ໃນແຖວ ຕະລາດ ນະຄອນຫລວງວຽງຈັນ ວ່າມີແຜ່ນວີຊີດີປອມ ແອບຊ້ອນຂາຍ ຢູ່ນຳຫລືບໍ່ ເມື່ອກວດເຫັນແລ້ວ ກໍທຳລາຍແຜ່ນຊີດີປອມຖິ້ມ.

ກ່ຽວກັບເຣື້ອງລິຂະສິດນີ້ ທ່ານ ສົມຈິດ ໃສສວນ ຫົວໜ້າຫ້ອງການ ສິນລະປະກັມ ໄດ້ໃຫ້ຄຳອະທິບາຍຕື່ມວ່າ:

(ສຽງ) "ຖ້າເກີດມີຜູ້ຮ້ອງຮຽນ ເຮົາກໍຕ້ອງສືບສວນ ເມື່ອພົບເຫັນ ກໍຈະຖືກດຳເນີນຄະດີແພ່ງ ຫລັງຈາກນັນ ກໍຈະມີການປັບໃໝ ຕາມມູນຄ່າ ການເສັຽຫາຍ."

ໃນປັດຈຸບັນນີ້ ບັນຫາການລະເມີດລິຂະສິດ ກ່າຍທຳ ວີຊີດີພາບພະຍົນ ແລະ ວີຊີດີເພງ ຈາກສິນຄ້າ ແບບສະບັບເດີມ ມີເພີ້ມຂື້ນ ເນື່ອງຈາກວ່າຂອງກ່າຍທຳ ມີຣາຄາຖືກ ແລະມີຄຸນະພາບ ທີ່ໄກ້ຄຽງກັບຂອງແທ້.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.