ທ່ານ ຈູມມະລີ ໄຊຍະສອນ ໄດ້ສົ່ງບັດ ອວຍພອນປີໃໝ່ສາກົນ ໄປໃຫ້ທ່ານ ກິມຈຸ່ງອິນ ຜູ້ນຳສູງສຸດ ຂອງເກົາຫລີເໜືອ


2008.01.03

ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ແລະກໍເປັນປະທານປະເທດ ສປປລາວ ໄດ້ສົ່ງບັດອວຍພອນ ປີໃໝ່ສາກົນໄປໃຫ້ທ່ານ ກິມຈຸ່ງອິນ ຜູ້ນຳສູງສຸດ ຂອງເກົາຫລີເໜືອ.

ໜັງສືພິມຂ່າວສານ ທາງການຂອງເກົາຫລີເໜືອ ແຈ້ງເມື່ອວັນທີ່ 2 ມົກກະຣາ ປີ 2008 ນີ້ວ່າ ທ່ານ ກິມຈຸ່ງອິນ ຜູ້ນຳສູງສຸດ ຂອງເກົາຫລີເໜືອ ໄດ້ຮັບບັດອວຍພອນ ປີໃໝ່ສາກົນຈາກທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວ.

ນອກຈາກນັ້ນ ທ່ານ ກິມຈຸ່ງອິນ ຍັງໄດ້ຮັບບັດອວຍພອນປີໃໝ່ ຈາກທ່ານ ນອງດຶກໝັ້ນ ເລຂາທິການໃຫຍ່ ພັກຄອມມຸຍນິສ ວຽດນາມ, ທ່ານ Raul Castro ເລຂາ ທິການຜູ້ນຶ່ງ ພັກຄອມມຸຍນິສກິວບ່າ ແລະທ່ານ ຮູ່ຈິ່ນກ່າວ ເລຂາທິການໃຫຍ່ ພັກຄອມມຸຍນິສຈີນ ແລະປະທານປະເທດຈີນ.

ໃນໂລກປັດຈຸບັນ ຍັງມີປະເທດຄອມມຸຍນິສ ຢູ່ຫ້າປະເທດ ຄື ສປປລາວ ຈີນ ເກົາຫລີເໜືອ ວຽດນາມ ແລະກິວບ່າ. ເຖິງຍາມປີໃໝ່ສາກົນ ແລະໃນວັນສຳຄັນສາກົນອື່ນໆ ຜູ້ນຳຂອງປະເທດເຫລົ່ານີ້ ກໍສົ່ງສານອວຍພອນຊຶ່ງກັນ ແລະກັນ ເປັນປະຈຳ. ເວົ້າສະເພາະສປປລາວ ແລະເກົາຫລີເໜືອ, ສປປລາວ ເປັນມິດທີ່ດີພິເສດ ກັບເກົາຫລີເໜືອ. ເມື່ອກຳລັງຄອມມຸຍນິສ ຢຶດອຳນາດຢູ່ລາວໃໝ່ໆ ເກົາຫລີເໜືອ ກໍໄດ້ສ້າງຮູບປັ້ນ ຂອງທ່ານ ໄກສອນ ພົມວິຫານ ຜູ້ນຳພັກ ແລະຣັຖບານລາວ ໃນສມັຍນັ້ນ ໃຫ້ແກ່ສປປລາວ ແລະປັດຈຸບັນ ຮູບປັ້ນນັ້ນ ກໍຕັ້ງຢູ່ໃນໃຈກາງ ເມືອງຂອງທຸກໆເມືອງໃນລາວ.

ແຕ່ປະກົດວ່າ ຄວາມສຳພັນນັ້ນ ສ່ວນຫລາຍເປັນຄວາມສຳພັນ ທາງດ້ານການເມືອງ ແລະອຸດົມການເທົ່ານັ້ນ ສ່ວນໃນດ້ານເສຖກິດແລ້ວ ເກືອບວ່າ ບໍ່ມີຫຍັງເລີຍຣະຫວ່າງລາວ ແລະເກົາຫລີເໜືອ.

ອາວະຣິ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.