ປະຊາຊົນ ແລະເຍົາວຊົນລາວ ຮຸ້ນໃໝ່ ສົນໃຈ ພາສາອັງກິດ ແລະຈີນ ຫລາຍກວ່າ ພາສາຝຣັ່ງເສສ
2008.01.03
ທ່ານສົມສັກ ວອນມນີຈັນ ປະຊາຊົນ ຈາກນະອນຫລວງວຽງຈັນ ສແດງຄວາມເຫັນວ່າ ໃນລະຍະ ຫລັງໆນີ້ ເຍົາວຊົນລາວ ພາກັນສົນໃຈ ໃນການຮຽນພາສາ ຕ່າງປະເທດຫລາຍຂຶ້ນ ບໍ່ພຽງແຕ່ພາສາ ຝຣັ່ງເສສ ຄືແຕ່ກ່ອນເທົ່ານັ້ນ ທ່ານກ່າວວ່າ:
(ສຽງ) "ແຕ່ວ່າຮຸ່ນຫລັງໆນີ້ ເຂົາຟັງພາສາຝຣັ່ງ ບໍ່ຢາກເປັນປານໃດ ເພາະວ່າ ເຂົາໄຊ້ອັງກິດໝົດ. ສ່ວນໃຫຍ່ ເຂົາເຈົ້າ ເດັກນ້ອຍສ່ວນຫລາຍ ຮຽນພາສາອັງກິດຫລາຍຂຶ້ນ ແລ້ວກໍ່ພາສາຈີນ."
ທ່ານໃຫ້ຄວາມເຫັນວ່າ ສັງເກດໃດ້ຈາກລະຍະຫລັງໆ ທີ່ມີການຂຍາຍໂຮງຮຽນ ສອນພາສາຕ່າງປະເທດ ໃນລາວຫລາຍຂຶ້ນ ເຊັ່ນໂຮງຮຽນລາວ-ອາເມຣິກັນ ສຖາບັນສອນພາສາຍິປຸ່ນ ໂຮງຮຽນຈີນ ແລະວຽດນາມ ອີກຍັງພົບວ່າຊາວລາວ ທີ່ເຄີຍອົພຍົບໄປຢູ່ຕ່າງປະເທດ ກໍ່ຄ່ອຍ ກັບຄືນປະເທດຫລາຍຂື້ນ ແລະເມື່ອລາວໃດ້ເປີດປະເທດ ໄປສູ່ໂລກພາຍນອກຫລາຍຂຶ້ນ ປະຊາຊົນລາວ ຣະດັບອາຍຸກາງຄົນ ເຫັນມີຄວາມຈຳເປັນ ຕ້ອງສົ່ງເສີມການຮຽນພາສາ ຕ່າງປະເທດ ໃກ້ແກ່ລູກຫລານ ເພື່ອໃຫ້ມີຄວາມສາມາດ ດຳຣົງຊີວິຕປະຈຳວັນ ໃນຍຸກໂລກາພິວັດ.
ເຫດຜົນສຳຄັນ ອີກຢ່າງນຶ່ງຄືການໄຊ້ຄອມປິວເຕີ້ ແລະອິນເຕີຣເນັຕ ຊຶ່ງໄດ້ແຜ່ຫລາຍຂຶ້ນ ໃນສັງຄົມ ສົ່ງຜົນໃຫ້ເຍົາວະຊົນລາວ ພາກັນທຸ້ມເທ ຄວາມສົນໃຈ ໃສ່ພາສາອັງກິດຫລາຍຂຶ້ນ ເພື່ອຈະໃດ້ສຶກສາ ແລະສາມາດເຂົາ້ໃຈ ພາສາທີ່ໄຊ້ຢ່າງແຜ່ຫລາຍໃນໂລກ ແລະເຂົ້າໃຈໂລກຕາເວັນຕົກ ໃດ້ຫລາຍຂຶ້ນ.
ເຖິງວ່າລາວຈະໃດ້ເປັນເຈົາ້ພາບກອງປະຊຸມ ວ່າດ້ວຍການໄຊ້ພາສາຝຣັ່ງເສສ Francophonie ເມື່ອປາຍປີ 2007 ທີ່ຜ່ານມາກໍ່ຕາມ ແຕ່ເປັນທີ່ປະຈັກ ແລ້ວວ່າການໄຊ້ພາສາຝຣັ່ງເສສໃນລາວ ໃດ້ລຸດໜ້ອຍຖອຍລົງ ແລະມີການໄຊ້ພາສາອັງກິດ ຈີນ ໄທ ວຽດນາມ ແທນຫລາຍຂຶ້ນ.
ວຽງໄຊ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ເນື່ອງໃນໂອກາດປີໃໝ່ສາກົນນີ້ ຊາວລາວຫລາຍຄົນ ກໍຕັ້ງຄວາມຫວັງ ວ່າຢາກໃຫ້ ຣັຖະບານແກ້ໄຂ ບັນຫາ ເສຖະກິດ
- ນາຍແພດໃນ ສປປລາວ ເຕືອນປະຊາຊົນ ໃຫ້ລະມັດລະວັງ ແລະປ້ອງກັນ ການຕິດເຊື້ອໂຣກ HIV ແລະ AIDS ໃຫ້ຫລາຍຂື້ນ
- ສູນປິ່ນປົວ ແລະຮັກສາສຸຂະພາບ ສາຍຕາ ຂອງລາວໄດ້ແຈກຢາຍ ແວ່ນຕາ ໃຫ້ແກ່ປະຊາຊົນ ຜູ້ທຸກຍາກ
- ທ່ານ ຈູມມະລີ ໄຊຍະສອນ ໄດ້ສົ່ງບັດ ອວຍພອນປີໃໝ່ສາກົນ ໄປໃຫ້ທ່ານ ກິມຈຸ່ງອິນ ຜູ້ນຳສູງສຸດ ຂອງເກົາຫລີເໜືອ
- ເກີດອຸບັຕຕິເຫຕ ຕາມທ້ອງຖນົນ ຫລາຍພໍສົມຄວນ ຢູ່ນະຄອນຫລວງ ວຽງຈັນ ໃນຣະຍະ ເທສກາລປີໃໝ່ສາກົລປີນີ້
- ບັນຫາ ກາຣສໍ້ຣາຊບັງຫລວງ ຍັງເປັນພັຍຂົ່ມຂູ່ ຕໍ່ກາຣພັທນາ ເສຖກິຈ-ສັງຄົມ ໃນລາວປັຈຈຸບັນ
- ທາງການລາວ ຣາຍງານວ່າ ເສຖກິດຂອງລາວ ເມື່ອປີ 2007 ທີ່ຫາກໍຜ່ານມາ ຂຍາຍຕົວໄວກວ່າ ປີ 2006 ຄືໄດ້ຂຍາຍຕົວເຖິງ 7.6 ສ່ວນຮ້ອຍ
- ເນື່ອງໃນໂອກາດວັນປີໃໝ່ນີ້ ປະຊາຊົນລາວ ບາງຄົນກໍມີຄວາມຫວັງ ຢາກໃຫ້ຣັຖະບານ ແກ້ໄຂບັນຫາ ເສຖະກິດ
- ປະຊາຊົນລາວ ຈາກເຂດ ນະຄອນຫລວງວຽງຈັນ ພາກັນຫລັ່ງໃຫລ ໄປທ່ຽວ ໃນແຂວງໜອງຄາຍ ເນື່ອງໃນວັນສະຫລອງ ປີໃໝ່ສາກົນປີ 2008
- ນ່ວຍໂທຣະສັບມືຖື ຈາກປະເທດຈີນ ທີ່ມີຂາຍ ໃນທ້ອງຕະລາດ ເຮັດໃຫ້ຊາວລາວ ໃນຕົວເມືອງ ແລະໃນເຂດຊົນະບົດ ສາມາດ ມີໂທຣະສັບໄຊ້