ຣັຖະບານລາວ ສົ່ງເສີມ ໃຫ້ປະຊາຊົນ ປູກຕົ້ນ ຢູກາລິບຕາສ ທົດແທນການທຳໄຮ່ ເລື່ອນລອຍ


2008.02.12

ເຈົ້າໜ້າທີ່ ກະຊວງກະສິກໍາ ແລະປ່າໄມ້ຂອງລາວ ກ່າວວ່າ ຣັຖະບານລາວ ພະຍາຍາມ ສົ່ງເສີມໃຫ້ປະຊາຊົນ ປູກຕົ້ນ ຢູກາລິບຕາສ ທົດແທນ ການທຳໄຮ່ ເລື່ອນລອຍ.

ແລະວ່າປະຊາຊົນ ທີ່ເຮັດໄຮ່ເລື່ອນລອຍ ຈະຖືກເອົາໃຈໃສ່ແບບ ພິເສດ, ແຕ່ເຈົ້າໜ້າທີ່ລາວ ກໍບໍ່ໄດ້ເອີ່ຽເຖິງ ລາຍລະອຽດວ່າ ແຜນການ ຊ່ວຍເຫລືອ ປະຊາຊົນ ທີ່ເຮັດໄຮ່ເລື່ອນລອຍ ນັ້ນລະອຽດ ມີຄືແນວໃດແດ່.

(ສຽງ)" ດຽວນີ້ທາງຣັຖະບານລາວ ກຳລັງຄົ້ນຄ້ວາ ແລະສົ່ງເສີມ ໃຫ້ປູກຕົ້ນໄມ້ ຢູກາລິບຕາສ ເພາະວ່າ ມັນມີຄວາມຕ້ອງການສູງ ມັນເປັນໄມ້ໃນຖິ່ນ ເພາະວ່າ ມັນເປັນຄວາມຕ້ອງການ ທາງດ້ານເສຖະກິດ. ."

ໄມ້ຢູກາລິບຕາສ ມີຕະລາດຊື້ຢ່າງແນ່ນອນ. ເມື່ອປູກແລ້ວ ສາມາດນຳໄປປ້ອນ ໂຮງງານ ເຮັດເຈັ້ຽພາຍໃນປະເທດ ຫລືສົ່ງອອກໄປຂາຍຕ່າງປະເທດ ກໍໄດ້ເພາະວ່າ ຄວາມຕ້ອງການ ບ່ອນທີ່ປະຊາຊົນລາວເຄີຽຖາງປ່າ ເຮັດໄຮ່ເລື່ອນລອຍ ດຽວນີ້ໄດ້ມີນະໂຍບາຍເຣື້ອງການ ຊ່ວຍເຫລືອຊາວບ້ານທີ່ທຳການເຮັດໄຮ່ເລື່ອນລອຍມາປູກພືດກະສິກັມຍາວນານ.

(ສຽງ)" ບ່ອນທີ່ປະຊາຊົນລາວ ເຄີຽຖາງປ່າ ເຮັດໄຮ່ເລື່ອນລອຍ ດຽວນີ້ໄດ້ມີນະໂຍບາຍ ເຣື້ອງການ ຊ່ວຍເຫລືອ ຊາວບ້ານທີ່ທຳການເຮັດໄຮ ່ເລື່ອນລອຍ ມາປູກພືດກະສິກັມຍາວນານ."

ກະຊວງກະສິກັມ ວ່າ ຕົນໄມ້ຢູກາລີບຕາສ ເປັນຕົ້ນໄມ້ທີ່ປູກງ່າຍ ໃຫ່ຍໄວ ບົວລະບັດ ຮັກສາງ່າຍ ລົງທຶນນ້ອຍ ແຕ່ມີຜົນຜລິດ ຕອບແທນສູງ. ຫລັງຈາກປູກແລ້ວ ກໍໄຊ້ເວລາພຽງ 4-5 ປີກໍສາມາດ ຂາຍເປັນເງິນໄດ້.

ຕາມວິຊາການນັ້ນ, ໄມ້ຢູກາລິບຕາສນີ້ ສາມາດຕັດໄດ້ 3-4 ຮອບເພາະວ່າ ມັນແຕກນໍ່ອອກ ມາຫລາຍກ່ວາເກົ່າ ຫລັງຈາກທີ່ຕັດແລ້ວ. ປະເທດເພື່ອນບ້ານ ທີ່ມີປະສົປະການ ໃນການປູກຕົ້ນ ຢູກາລີບຕາສ ໃຫ້ຄວາມເຫັນວ່າ ຕົ້ນຢູກາລິບຕາສ ເຮັດໃຫ້ດິນແຫ້ງແລ້ງ ເພາະມັນເປັນຕົ້ນໄມ້ ທີ່ດູດເອົານ້ຳ ຈາກຮາກຕົ້ນໄມ້ອື່ນໆໄປກິນໝົດ, ແຕ່ນັກວິທະຍາສາດ ກໍຍັງສຶກສາເຣື້ອງນີ້ຢູ່.

ກ່ຽວກັບການສົ່ງເສີມ ໃຫ້ປະຊາຊົນ ປູກຕົ້ນຢູກາລິບຕາສນີ້ ຍັງບໍ່ເປັນທີ່ແຈ່ມແຈ້ງ ເທື່ອວ່າ ຣັຖະບານລາວ ມີແຜນການ ລະອຽດແນວໃດແດ ່ເພື່ອຊ່ວຍເຫລືອ ປະຊາຊົນທີ່ເຊົາເຮັດໄຮ່ ເລື່ອນລອຍ ມີເຂົ້າກິນໃນແຕ່ລະປີ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.