ສາຍການບິນ ລາວແອລາຍສັ່ງຈອງຍົນ ATR ອີກນຶ່ງລຳ ຈາກບໍຣິສັດ ATR


2008.02.26

ສາຍການບິນ ລາວແອລາຍສັ່ງຈອງຍົນ ATR ອີກນຶ່ງລຳຈາກບໍຣິສັດ ATR ເນື່ອງໃນໂອາກາດ ງານສະແດງເຄື່ອງບິນ ໃນປະເທດສິງຄະໂປ, ຕາມລາຍງານຂ່າວ ຈາກ ແວບຊາຍ E travel blackboard.

ລາຍງານວ່າ ຍົນທີ່ສາຍການບິນລາວ ແອລາຍ ສັ່ງຊື້ນັ້ນເປັນລຸ້ນ ATR-500 ຂະນາດ 70 ທີ່ນັ່ງ ເປັນລຸ້ນທີ່ທັນສະໃໝ ກ່ວາລຸ້ນ ATR-200 ທີ່ສາຍການ ບິນລາວແອລາຍ ມີໄຊ້ຢູ່ໃນປັດຈຸບັນສອງລຳ. ຍົນລຳດັ່ງກ່າວ ມີກຳນົດສົ່ງມອບໃຫ້ ສາຍການບິນລາວ ພາຍໃນປີ 2009.

ດຣ. ສົມພອນ ດວງດາຣາ ຫົວໜ້າບໍຣິຫານ ຂອງສາຍການບິນລາວ ແອລາຍກ່າວວ່າ ການຊື້ຍົນ ATR-500 ຕື່ມອີກນຶ່ງລຳ ນີ້ກໍຍ້ອນວ່າສາຍການບິນລາວ ມີຄວາມພໍໃຈກັບຍົນຊະນິດນີ້, ຣາຄາການໄຊ້ງານ ຕໍ່ທີ່ນັ່ງກໍຖືກ, ການບົວລະບັດ ແລະສ້ອມແປງກໍສະດວກ ສະບາຍດີ ດັ່ງນັ້ນຈຶ່ງໄດ້ຊື້ຕື່ມອີກນຶ່ງລຳ ເພື່ອເພີ້ມເສັ້ນທາງການບິນ.

ທ່ານ Stephane Mayer ຜູ້ບໍຣິຫານບໍຣິສັດ ATR ກ່າວວ່າບໍຣິສັດຂອງທ່ານ ມີຄວາມສຳເຣັດຫລາຍ ໃນການເອົາເຄື່ອງບີນປະເພດ ATR ມາຂາຍໃນ ເອເຊັຽຕະເວັນອອກ ສ່ຽງໄຕ້ ເຊັ່ນວ່າໄດ້ຂາຍໃຫ້ ມາເລເຊັຽ ວຽດນາມ ຟີລິບປິນ ປະເທດໄທ ແລະ ສປປ ລາວ ຊຶ່ງຫລາຍປະເທດ ໃຫ້ຄວາມໄວ້ວາງໃຈ ກັບເຄື່ອງບິນຊະນິດນີ້. ສະເພາະໃນປີ 2007 ບໍຣິສັດ ATR ໄດ້ຮັບລາຍການ ສັ່ງຊື້ຈຳນວນ 113 ລຳ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.