ຣັຖະບານລາວ ມີຄວາມຫວັງວ່າ ຈະເພີ້ມຄວາມສາມາດ ໃນການຜລິດ ພະລັງງານໄຟຟ້າ
2008.01.17
ຣັຖະບານລາວ ມີຄວາມຫວັງວ່າ ຈະເພີ້ມຄວາມສາມາດ ໃນການຜລິດພະລັງງານ ໄຟຟ້າ ຈາກທີ່ວາງແຜນໄວ້ ໃນປັດຈຸບັນ 8,657 MW ໃຫ້ເປັນ 30,000 MW ໃນນັ້ນຮ່ວມທັງ ເຂື່ອນຜລິດກະແສໄຟຟ້າ ທີ່ສະເໜີສ້າງໃສ່ແມ່ນ້ຳຂອງ.
ແຕ່ວ່າໂຕເລກທີ່ກ່າວມານີ້ ອາດເພີ້ມຂື້ນຫລືຫລຸດລົງໄດ້ ຍ້ອນອາດວ່າ ມີການປ່ຽນແປງ ບາງຢ່າງໃນໂຄງການ. ອີງຕາມຄຳເວົ້າ ຂອງທ່ານ ດາວວົງ ພອນແກ້ວ ເອກອະທິບໍດີ ກົມໄຟຟ້າຂອງລາວ ທີ່ໃຫ້ສຳພາດ ແກ່ໜັງສຶພິມ the nation ຂອງໄທ ເມື່ອສອງວັນຜ່ານມານີ້.
ທ່ານວ່າ ລາວອາດສາມາດ ບັນລຸເປົ້າໝາຍ ໃນການຜລິດໄຟຟ້າ ໃຫ້ໄດ້ 30,000 MW ຫາກວ່າ ໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ມີຄວາມເປັນໄປໄດ້, ໃນຂະນະນີ້ ນັກລົງທຶນ ກຳລັງສຶກສາ ໂຄງການສ້າງເຂື່ອນ ຢູ່ຕາມລຳແມ່ນ້ຳຂອງ ຫລາຍແຫ່ງ. ໄຟຟ້າຈຳນວນ 8,657 MW ທີ່ຈະຜລິດ ໄດ້ຕາມແຜນເດີມ ນີ້ແມ່ນຄິດໄລ່ ຈາກເຂື່ອນ 29 ແຫ່ງຊຶ່ງມີ ແຜນສ້າງ ຢູ່ຕາມສາຂາແມ່ນ້ຳຂອງ.
ຫລັງຈາກການສຶກສາ ໂຄງການ ສຳເຣັດລົງແລ້ວ ນັກລົງທຶນ ກໍຈະກຳນົດ ກັບພາກສ່ວນກ່ຽວຂ້ອງ ວ່າໂຄງການໃດ ຈະຕ້ອງພັດທະນາ. ໃນລະຍະ ການສຶກສານັ້ນ ອາດພົບພໍ້ແຫ່ງໃໝ່ອີກ ທີ່ສາມາດສ້າງ ເປັນເຂື່ອນຜລິດ ກະແສໄຟຟ້າໄດ້. ການທີ່ວ່າແຕ່ລະໂຄງການ ຈະຜລິດໄຟຟ້າ ໄດ້ເທົ່າໃດນັ້ນ ທ່ານວ່າ ອັນນີ້ກໍຂື້ນຢູ່ກັບເທັກໂນໂລຈີ ແລະວິທີການ ທີ່ຈະນຳ ມາໄຊ້.
ທ່ານວ່າ ຣັຖະບານລາວ ໄດ້ອານຸມັດ ໃຫ້ນັກລົງທຶນ ຈາກປະເທດຈີນ ປະເທດໄທ ແລະວຽດນາມ ດຳເນີນການສຳຣວດ ໂຄງການສ້າງເຂື່ອນຕ່າງໆ. ດຽວນີ້ນັກລົງທຶນ ໄດ້ລົງມືສຳຣວດ 5 ແຫ່ງ ໃນແມ່ນໍ້າຂອງ ຊຶ່ງມີຄວາມສາມາດ ໃນການຜລິດໄຟຟ້າ ຕໍ່າກ່ວາ 10,000 MW.
ການສຶກສາ ໄດ້ພະຍາຍາມ ຊອກຫາ ຜົນສະທ້ອນ ທີ່ອາດເກີດຂື້ນໄດ້ ຕໍ່ສະພາບແວດລ້ອມ, ຕໍ່ຊຸມຊົນ ແລະຕໍ່ເສຖະກິດ. ບ່ອນທີ່ຄາດວ່າ ຈະສ້າງເຂື່ອນໃສ່ແມ່ນ້ຳຂອງ ໃນລາວນັ້ນມີທັງໝົດ 6 ແຫ່ງ ແລະສອງແຫ່ງ ຕັ້ງຢູ່ໃນເຂດແດນ ລະຫ່ວາງລາວກັບໄທ.
ປັດຈຸບັນນີ້ ລາວ ສາມາດຜລິດກະແສໄຟຟ້າ ໄດ້ 670 MW ຈາກເຂື່ອນສຳຄັນ 11 ແຫ່ງ. ນອກນັ້ນທ່ານວ່າ ສປປ ລາວມີສັນຍາ MOU ກັບປະເທດໄທ ແລະວຽດນາມວ່າ ຈະສົ່ງກະແສໄຟຟ້າ ຂາຍໃຫ້ປະເທດໄທ ຈຳນວນ 7,000 MW ຫລັງຈາກປີ 2015 ເປັນຕົ້ນໄປ ແລະຈະສົ່ງໃຫ້ວຽດນາມ ຈໍານວນ 3,000 MW ຈາກນີ້ໄປຫາປີ 2020.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງຫລວງພະບາງ ຈະຈຳກັດ ຊາວຕ່າງປະເທດ ໃນການຊື້ດິນ ແລະເຮືອນຢູ່ໃນ ເມືອງມໍຣະດົກໂລກ
- ສປປລາວ ຖືກຈັດຢູ່ໃນອັນດັບທີ່ 137 ໃນບັນຊີຣາຍຊື່ ປະເທດ ທີ່ມີເສຖກິດ ເສຣີທີ່ສຸດໃນໂລກ
- ພາກເອກກະຊົນ ຮ່ວມກັນຈັດຕັ້ງ ສະພາທຸຣະກິດ ໄທ-ລາວ ເພື່ອປະສານງານກັບ ສະພາການຄ້າ ແລະອຸດສະຫະກໍາ ແຫ່ງຊາດ
- ສນາມບິນ ແຂວງຫລວງນ້ຳທາ ຈະເຣີ່ມເປີດບໍຣິກາຣ ໃນຕົ້ນເດືອນເມສານີ້
- ນາຍແພທ ສປປລາວ ວ່າຢາທີ່ນຳມາແຈກຢາຍ ເພື່ອຊ່ວຍເຫລືອປະຊາຊົນ ທີ່ຕ້ອງກາຣ ນັ້ນມີພຽງພໍ
- ກະຊວງ ສາທາຣະນະສຸກ ຮຽກຮ້ອງ ໃຫ້ໂຮງພະຍາບານ ໄຊ້ຢາປິ່ນປົວ ພະຍາດທີ່ຜລິດ ຢູ່ໃນລາວໃຫ້ຫລາຍຂື້ນ
- ຄະນະນັກກິລາ ຄົນພິການລາວ ຈະເຂົ້າຮ່ວມ ການແຂ່ງຂັນ ກິລາຊີເກມ ຄັ້ງທີ 4 ຢູ່ທີ່ແຂວງ ນະຄອນຣາຊະສິມມາ ຂອງໄທ ໃນອີກບໍ່ດົນນີ້
- ປະເທດໄທ ຈະໄຊ້ຂົວມິຕະພາບ ຂ້າມແມ່ນ້ຳຂອງ ແຫ່ງທີສອງ ສວັນະເຂດ - ມຸກດາຫານ ເພື່ອຮັດແນ່ນ ຄວາມສາມັກຄີ ກັບປະເທດເພື່ອນບ້ານ
- ສປປລາວ ແລະວຽດນາມ ເຊັນຂໍ້ຕົກລົງ ກ່ຽວກັບ ການສຳຣວດບໍ່ເຫລັກ ຢູ່ເຂດເມືອງ ວຽງໄຊ ແຂວງຫົວພັນ ໃນ ພາກເໜືອຂອງລາວ
- ການທົດລອງ ນໍ້າມັນ ບາຍໂອ-ດີໂຊ ທີ່ຜລິດຈາກໝາກເຍົາ ກັບຣົດໄຖ ຍ່າງຕາມ ໃນເຂດເມືອງໄຊທານີ ໄດ້ຮັບຜົນສໍາເຣັດ