ຊາວລາວເຜົ່າມົ້ງ ທີ່ຖືກກັກຂັງ ຢູສູນກວດຄົນ ເຂົ້າເມືອງ ທີ່ໜອງຄາຍ ໄດ້ຮັບຄວາມຊ່ວຍເຫລືອ ດ້ານເຄື່ອງນ່ງຫົ່ມ ແລະເຄື່ອງຂອງຕ່າງໆ ຈາກສະພາກາຊາຕ ໜອງຄາຍ


2008.03.06

ໜັງສືພີມຜູ້ຈັດກາຣຣາຍວັນໄທຽສະບັນວັນທີ່ 5 ມີນານີ້ແຈ້ງວ່າ: ທາງກາຣຂອງ ສະພາກາຊາຕ ແຂວງໜອງຄາຍ ໄດ້ມອບຜ້າຫົ່ມກັນໜາວ ແລະ ເຄື່ອງອຸປະໂພຄ-ບໍຣິໂພຄ ຕ່າງໆໃ ຫ້ຊາວມົ້ງລາວ ທີ່ຖືກກັກຢູ່ໃນເຂຕອາຄາຣ ຄວບທີ່ດ່ານກວດຄົນເຂົ້າ ເມືອງຢູໜອງຄາຍ ໃນຕອນເຊົ້າ ຂອງມື້ວັນພຸດທີ່ 5 ມີນານີ້.

ຊາວມົ້ງລາວ ທີ່ຖືກກັກຢ່ສູນກວດຄົນ ເຂົ້າເມືອງດັ່ງກ່າວ ມີທັງໝົດ 153 ຄົນຖືກ ທາງເຈົ້າໜ້າທີ່ໄທຽ ຈັບໄດ້ໃນຖານເປັນຄົນເຂົ້າເມືອງ ຜິດກົດໝາຍ ຊື່ງໃນຂັ້ນຕົ້ນໄດ້ນຳ ໄປຂັງໄວ້ທ ີ່ບາງກອກ ແລະຕໍ່ມາໄດ້ສົ່ງຕໍ່ມາ ຍັງໜອງຄາຍ ເພື່ອພິສູດສັນຊາຕ ແລ້ວຈັດສົ່ງກັບຄືນ ປະເທດລາວ ຊື່ງທາງກາຣ ສປປລາວ ກໍພ້ອມ ທີ່ຈະຮັບເອົາຄືນ ແຕ່ເກີດມີ ບັນຫາເພາະເຂົາເຈົ້າ ບໍ່ຍອມກັບດ້ວຍສາເຫຕ ທີ່ວ່າຢ້ານຈະບໍ່ມີຄວາມປອດພັຍ ຈື່ງຂໍໄປ ອາສັຍຢູ່ຕາມປະເທດ ທີ່ 3 ຕ່າງໆ ແລະກໍກຳລັງຢູໃນຂັ້ນຕອນ ທີ່ທາງເຈົ້າໜ້າທີ່ທັງ ຝ່າຍລາວ-ໄທຽ ແລະອົງກາຣ ສະຫະປະຊາຊາຕ ທີ່ພຍາຍາມແກ້ໄຂ ຈົນເທົ່າປັຈຈຸບັນນີ້.

ເຖີງຢ່າງໃດກໍຕາມ ເພື່ອເປັນກາຣບັນເທົາ ທາງສະພາກາຊາຕ ແຂວງໜອງຄາຍ ໂດຽກາຣນຳ ຂອງຍານາງຈັນເພັນ ມຸລິກວົງສ໌ ຜ້ເປັນປະທານ ພ້ອມດ້ວຍຄະນະກັມ ມະກາຣຈື່ງໄດ້ຫາເຄື່ອງນ່ງຫົ່ມ ແລະເຄື່ອງອຸປໂພຄ-ບໍຣິໂພຄຕ່າງໆ ໄປຊ່ວຍເຂົາເຈົ້າ ດັ່ງກ່າວນີ້.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.