ຣັຖບານລາວ ຈະເກັບຄ່າພາສີ ທີ່ດິນ ປະເພດຕ່າງໆ ເຖິງ 3 ເທົ່າ ໃນງົປະມານ ສົກປີ 2007-2008
2008.02.04
ເຈົ້າໜ້າທີ່ ຣະດັບສູງ ຈາກກະຊວງ ການຄັງ ເວົ້າວ່າ ການຂຶ້ນຄ່າເກັບພາສີ ທີ່ດິນ ມີຂຶ້ນ ເນື່ອງຈາກວ່າ ເສຖກິດ ມີການຂຍາຍໂຕ ຢ່າງວ່ອງໄວ ແລະ ການເກັບພາສີ ກໍເພີ້ມຂຶ້ນ ເພື່ອສົ່ງເສີມ ຣາຍໄດ້, ອີງຕາມຣາຍງານ ຂອງໜັງສືພິມ ວຽງຈັນທາມ໌ ໃນວັນທີ 1 ນີ້.
ເຈົ້າໜ້າທີ່ ຈະເພີ້ມການເກັບພາສີ ອອກໄປຍັງ ເຂດນອກກໍາແພງນະຄອນ ແລະ ແຂວງວຽງຈັນ ບ່ອນທີ່ມີການເຕີບໂຕ ທາງດ້ານເສຖກິດ.
ທ່ານ ຄໍາພັນ ແກ້ວມະນີວົງ, ເຈົ້າໜ້າທີ່ ອະວຸໂສ ກະຊວງການຄັງ ເວົ້າວ່າ ສໍາຣັບ ພື້ນທີ່ການກະເສດ ຈະສຸມໃສ່ ພຽງແຕ່ ເຂດທີ່ມີຜົລຜິດສູງ ຫລື ພື້ນທີ່ ປູກພືດ ການຄ້າ ເປັນຕົ້ນແມ່ນ ສວນກາເຟ.
ເຖິງຢ່າງໃດ ກໍຕາມ, ທາງກະຊວງ ຈະບໍ່ເກັບພາສາເພີ້ມຫລາຍ ໃນເຂດທີ່ຂາດເຂີນ 47 ໂຕເມືອງ ໃນຂະນະທີ່ ທາງກະຊວງ ບໍ່ຕ້ອງການ ສ້າງຄວາມລໍາບາກ ໃຫ້ປະຊາຊົນ ໃນເຂດນັ້ນ ຕື່ມອີກ. ແຕ່ທຸກຄົນ ຄວນເຂົ້າໃຈວ່າ ການເກັບພາສີ ທີ່ດິນ ໃນລາວ, ຖ້າປຽບທຽບ ໃສ່ປະເທດອື່ນແລ້ວ, ຢູ່ລາວ ຖືກຫລາຍ.
ໂຕເລກ ທີ່ທາງກະຊວງ ອອກເຜີຍແຜ່ ສະແດງໃຫ້ເຫັນວ່າ ການປ່ຽນແປງ ພາສີ ທີ່ດິນ ແຕ່ປີ 2000 ຈົນມາຮອດ ປັດຈຸບັນນີ້, ການເກັບພາສີ ສະເພາະການຄ້າ ແລະ ການບໍຣິການ ເພີ້ມຂຶ້ນ ຈາກ 100 ກີບ ມາເປັນ 300 ກີບຕໍ່ ແມັດມົນທົນ ຢູ່ໃນໂຕເມືອງ, ແລະ ຄ່າພາສີ ໃນເຂດຊານເມືອງ ຈາກ 40 ກີບ ມາເປັນ 150 ກີບ ຕໍ່ແມັດມົນທົນ.
ສໍາຣັບ ດິນທີ່ຖືກມອບໝາຍ ເພື່ອໃຊ້ ໃນການຜລິດ ດ້ານອຸດສາຫະກັມ ແລະ ຫັຖກັມ ເພີ້ມຂຶ້ນ ຈາກ 60 ມາເປັນ 180 ກີບ ໃນໂຕເມືອງ, ແລະ 40 ມາເປັນ 150 ກີບ ໃນເຂດຊານເມືອງ.
ສ່ວນດິນ ທີ່ບໍ່ຖືກນໍາໃຊ້ ຈະເພີ້ມຂຶ້ນ ຈາກ 50 ມາເປັນ 300 ກີບ, ທາງກະຊວງ ເພີ້ມຄ່າພາສີ ສູງກ່ວາ ກັບດິນ ທີ່ປະໄວ້ລ້າໆ ເນື່ອງຈາກວ່າ ຕ້ອງການ ສົ່ງເສີມ ໃຫ້ເຈົ້າຂອງ ໝູນໃຊ້ ດິນດັ່ງກ່າວ ໃກ້ເປັນປໂຍດ.
ໃນຈໍາພວກດິນ ທີ່ໃຊ້ປູກໝາກໄມ້ ຈະເພີ້ມຈາກ 9 ພັນກີບ ມາເປັນ 30 ພັນກີບ ຕໍ່ 1 ເຮັກຕາ ໃນເຂດໂຕເມືອງ, ແລະ ດິນ ທີ່ໃຊ້ປູກຕົ້ນໄມ້ ອຸດສາຫະກັມ ແລະ ພືດ ຈະເພີ້ມຂຶ້ນ ຈາກ 13 ພັນ ມາເປັນ 45 ພັນກີບ ຕໍ່ 1 ເຮັກຕາ.
ສ່ວນດິນ ທີ່ໃຊ້ ໃນການລ້ຽງສັດ ຈະເພີ້ມຂຶ້ນ ຈາກ 24 ພັນ ຫາ 45 ພັນກີບ ຕໍ່ 1 ເຮັກຕາ, ໃນຂະນະທີ່ ດິນ ທີ່ໃຊ້ປູກສມຸນໄພ ເພີ້ມຂຶ້ນ ຈາກ 8 ພັນ ມາເປັນ 20 ພັນກີບ. ສ່ວນ ດິນ ທີ່ປະຊາຊົນ ອາສັຍຢູ່ ຈະຂຶ້ນ ຈາກ 10 ກີບ ມາເປັນ 80 ກີບ ຕໍ່ ແມັດມົນທົນ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ໄທ ເຣີ້ມ ສຶກສາ ຄວາມເປັນໄປໄດ້ ໃນການສ້າງ ໂຮງພະລັງງານໄຟຟ້າ ນິວຄະເລັຍ
- ຄວາມຕ້ອງກາຣໃຊ້ໄຟຟ້າຫລາຍ ໃນປະເທດໄທຽ ເຮັດໃຫ້ເກີດຜົລກະທົບ ຕໍ່ສະພາບແວດລ້ອມ ແລະຣະບົບນິເວສ
- ສິນຄ້າລາວ ທີ່ສົ່ງອອກ ແລະມີຈຳນວນເພີ່ມຂື້ນ ແດ່ນັ້ນ ຈະເປັນປະເພດ ໄມ້ທ່ອນ ກະແສໄຟຟ້າ ແລະແຮ່ທາຕຕ່າງໆ
- ທາງການ ແຂວງຈຳປາສັກ ແລະ ແຂວງເຊກອງ ໄດ້ສົ່ງເຈົ້າໜ້າທີ່ຂອງຕົນ ຈຳນວນ 8 ຄົນ ໄປສຶກສາບົດຮຽນ ການເຮັດຟາມປາ ໃນ ປະເທດໄທ
- ການກໍ່ສ້າງເຂື່ອນ ຜລິດກະແສໄຟຟ້າ ໂຄງການນ້ຳງື່ມ-5 ອາດຈະສົ່ງຜົນ ກະທົບ ຕໍ່ແມ່ນ້ຳງື່ມ ທັງສາຍ
- ແຂວງອັຕປື ມີຄວາມສ່ຽງ ຕໍ່ການແຜ່ລາມ ຂອງບັນຫາ HIV/AIDS
- ໄທ ກຽມຮັບມື ກັບສິນຄ້າຈີນ ທີ່ຈະລັ່ງເຂົ້າໄປ ທາງຊາຍແດນ ຕາມເສັ້ນທາງເສຖກິດ ເໜືອ-ໃຕ້
- ຜະແນວກ ສາທາຣະນະສຸກ ເມືອງມະຫາໄຊ ແຂວງຄໍາມ່ວນໄດ້ປີ່ນປົວ ຄົນເຈັບ ພະຍາດແມ່ກາຝາກ ໃນລໍາໃສ້ຈໍານວນ 21 ພັນ ຄົນແລ້ວ
- ຫນ່ວຍເຮືອລາຕເວນໄທ ຕາມລຳແມ່ນ້ຳ ໄດ້ ຢືດໃມ້ຖອ່ນ ທີ່ຖືກແປຮູບມາຈາກ ສປປລາວ
- ລາວ ແລະ ໄທ ຈະສ້າງຕລາດຊາຍແດນ ຢູ່ທາງຝັ່ງລາວ