ຄົນງານ ໃນແຂວງຫລວງພະບາງ ໄດ້ພົບກັບບັນຫາ ນາຍຈ້າງ ສໍ່ໂກງແຮງງານ


2008.03.11

ຄົນງານໃນແຂວງຫລວງພະບາງ ໄດ້ພົບກັບບັນຫາ ນາຍຈ້າງ ສໍ່ໂກງແຮງງານ ຫລາຍກໍຣະນີ ຕາມການເປີດເຜີຽ ຂອງທ່ານ ຄຳຜີວ ອຸ່ມດວງໄຊ ປະທານ ສະຫະພັນ ກັມະບານລາວ ປະຈຳແຂວງຫລວງພະບາງ ຊຶ່ງເປັນອົງການປົກປ້ອງ ແລະ ດູແລຜົນປະໂຍດ ຂອງແຮງງານລາວ ທີ່ກ່າວວ່າ ບັນຫາສໍ່ໂກງແຮງງານ ໃນແຂວງຫລວງ ພະບາງເກີດມີຂື້ນ ເພາະວ່າມີຄົນງານ ມາຮ້ອງຮຽນເຣື້ອງຄວາມບໍ່ເປັນທັມ ຫລາຍກໍຣະນີແລ້ວ

(ສຽງ) "ແຮງງານທຸກມື້ນີ້ເປັນການຂູດຮີດ ລະຫ່ວາງ ນາຍຈ້າງ ກັບລູກຈ້າງ ມີການສໍ່ໂກງ ແຮງງານກັນ ເວລາກັນ ແລະກໍຫລຸດພົ້ນ ຕັດເງິນເດືອນຄ່າແຮງງານກັນ ."

ກ່ຽວກັບການແກ້ໄຂບັນຫາ ດັ່ງກ່າວນີ້ ທ່ານຄຳຜີວວ່າ ເມື່ອມີຜູ້ມາຮ້ອງທຸກ ຕໍ່ສະ ຫະພັນແລ້ວ ທາງສະຫະພັນ ກໍໄດ້ສົ່ງກັມະການລົງກວດສອບ ຂໍ້ມູນຂອງບໍຣິສັດ ນັ້ນວ່າມີຄວາມເປັນຈິງ ຂະໜາດໃດ. ຖ້າຫາກວ່າ ມີການສໍ່ໂກງແຮງງານແທ້ໆ ນັ້ນທາງສະຫະພັນ ກໍຕ້ອງດຳເນີນ ການຕໍ່ເຈົ້າຂອງບໍຣິສັດ.

(ສຽງ) "ຄັນຫາກວ່າ ນາຍຈ້າງ ຫາກກັມະກອນ ກໍ່ສ້າງຫ້ອງເຮືອນໝົດແລ້ວ ບໍ່ຈ່າຍ ກໍຈເປັນນາຍຈ້າງ ຕ້ອງຈ່າຍ ໃຫ້ກັມະກອນຄືນ ຫລືບາງເທື່ອ ກັມະກອນ ກໍບໍ່ປະຕິບັດຕາມ ກົດລະບຽບຂອງນາຍຈ້າງ ເຮົາກໍໃຫ້ກັມະກອນ ໃຊ້ແທນຄືນ. "

ບໍຣິສັດຕ່າງປະເທດ ທີ່ດຳເນີນທຸຣະກິດ ຢູ່ໃນແຂວງ ຫລວງພະບາງ ກໍມີ ທຸຣະກິດໂຮງແຮມ ບໍຣິສັດທ່ອງທ່ຽວ ແລະ ໂຮງງານຕ່າງໆ. ບໍຣິສັດເລົ່ານີ້ຈ້າງ ຄົນງານລາວ. ບາງບໍຣິສັດ ກໍສໍ່ໂກງແຮງງານ ຂອງລູກຈ້າງ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.