ລາວ ແລະວຽດນາມ ຮ່ວມກັນສໍາຣວດ ຄວາມເປັນໄປໄດ້ ໃນການທີ່ຈະສ້າງທາງຣົດໄຟ ເຊື່ອມຕໍ່ແຂວງຄໍາມ່ວນ ກັບແຂວງ Quang Binh ປະເທດວຽດນາມ


2008.01.03

ລາວແລະວຽດນາມ ຮ່ວມກັນສໍາຣວດ ຄວາມເປັນໄປໄດ້ ໃນການທີ່ຈະສ້າງທາງຣົດໄຟ ເຊື່ອມຕໍ່ ແຂວງຄໍາມ່ວນ ກັບແຂວງ Quang Binh ປະເທດວຽດນາມ ອີງຕາມຣາຍງານ ໜັງສືພິມ Vientiane Times ສະບັບວັນທີ 1 ມົກກະຣາ ປີ 2008ນີ້.

ທ່ານສອນສັກ ງານຊະນະ ຮອງຜູ້ອໍານວຍການ ອົງການທາງຣົດໄຟລາວ ກ່າວວ່າ ການສໍາຣວດ ຮ່ວມດັ່ງກ່າວຂອງ ເຈົ້າໜ້າທີ່ລາວ ແລະວຽດນາມ ເລີ່ມຂຶ້ນເມື່ອເດືອນທີແລ້ວ ໂດຍໄດ້ຮັບການສະນັບສະໜູນ ທາງດ້ານການເງິນ ຈາກຣັດຖະບານ ວຽດນາມ ແລະຄາດວ່າຈະໄຊ້ເວລາ 10 ເດືອນ ຈຶ່ງຈະສໍາຣວດແລ້ວ ແລະວ່າ ເສັ້ນທາງຣົດໄຟມິດຕະພາບ ເສັ້ນນີ້ຈະເລີ່ມຈາກຕົວເມືອງ ທ່າແຂກໃນແຂວງຄໍາມ່ວນ ໄປທາງທິດຕາເວັນອອກ ຜ່ານເມືອງຍົມມະລາດ ເຊື່ອມຕໍ່ທາງຣົດໄຟ ທີ່ມີຢູ່ແລ້ວ ໃນແຂວງ Quang Binh ພາກກາງຂອງວຽດນາມ.

ການສໍາຣວດ ທາງຣົດໄຟ ລາວ-ວຽດນາມ ທີ່ມີຄວາມຍາວ ກວ່າ 150 ຫລັກ ກິໂລແມັດ ນັ້ນໃນຕົວຈີງແລ້ວ ມີຂຶ້ນຄັ້ງທໍາອິດ ໃນສະໃໝ ເປັນຫົວເມືອງຂຶ້ນ ແລະດຽວນີ້ກໍຍັງເຫັນຫລັກຖານ ຈໍານວນນຶ່ງຂອງ ລາງຣົດໄຟ ທີ່ເກົ່າແກ່ນັ້ນຢູ່.

ຕາມຄໍາເວົ້າຂອງທ່ານ ສອນສັກ ແລ້ວແມ່ນວ່າ ເຈົ້າໜ້າທີ່ລາວ-ວຽດນາມ ຈະປະຊຸມກັນ ເພື່ອຮັບຟັງຜົນ ເມື່ອສໍາຣວດແລ້ວ ແລະຈະຫາຣືກັນ ເລື່ອງການເງິນ ສໍາລັບການກໍ່ສ້າງ. ພ້ອມກັນນັ້ນທ່ານຍັງຢືນຢັນ ວ່າ ມີຫລາຍສະຖາບັນ ການເງິນນາໆຊາດ ໃຫ້ຄວາມສົນໃຈ ທີ່ຈະຊ່ວຍໃນໂຄງການ ຊຶ່ງຖືວ່າເປັນ ສ່ວນນຶ່ງ ຂອງໂຄງການພັດທະນາ ເຂດແມ່ນໍ້າຂອງ GMS.

ຕາມການປະເມີນ ທີ່ບໍ່ເປັນທາງການ ອາດໄຊ້ງົບປະມານລາວໆ 350 ລ້ານ ໂດລາສະຫະຣັດ ໃນການກໍ່ສ້າງ ແຕ່ທ່ານ ສອນສັກ ບອກວ່າອາດໄຊ້ຫລາຍກວ່ານັ້ນ ຖ້າຫາກວ່າຕ້ອງໄດ້ສ້າງ ຜ່ານເຂດທີ່ເປັນພູຜາ. ແລະວ່າທາງຣົດໄຟ ເປັນສັນຍາລັກ ຄວາມນໍາສະໃໝ ເຮັດໃຫ້ການຂົນສົ່ງສີນຄ້າ ສະດວກຂຶ້ນ ແລະ ທັງສົ່ງເສີມການພັດທະນາ ເສດຖະກິດຂອງລາວດ້ວຍ. ທາງການລາວຖືວ່າ ການພັດທະນາ ທາງຣົດໄຟພາຍໃນປະເທດ ເປັນທີ່ສໍາຄັນຍີ່ງ ເພາະຈະຊ່ວຍໃຫ້ລາວ ກ້າວອອກຈາກການເປັນປະເທດ ທີ່ບໍ່ຕິດທະເລ ມາເປັນປະເທດ ທີ່ຕິດຕໍ່ກັບເຂດອື່ນ ທາງໜ້າດິນໄດ້.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.