ແຂວງເຊກອງ ກວດຍຶດໄມ້ທ່ອນ ໄດ້ຈໍານວນນຶ່ງ ຈາກການດໍາເນີນທຸຣະກິດ ແບບບໍ່ຖືກຕ້ອງ ຊຶ່ງຍັງມີຢູ່ຢ່າງຫລວງຫລາຍ ໃນພື້ນທີ່
2008.01.03
ແຂວງເຊກອງ ເປັນເຂດນຶ່ງ ທີ່ຍັງຄົງມີ ການດໍາເນີນ ທຸຣະກິດ-ຄ້າໄມ້ແບບ ບໍ່ຖືກຕ້ອງຕາມຣະບຽບການ ຊຶ່ງທາງພາກຣັດ ໄດ້ປະກາດໄຊ້ນັ້ນ ອັນເຮັດໃຫ້ໜ່ວຍງານ ພາກຣັດທີ່ກ່ຽວຂ້ອງ ຕ້ອງລົງກວດກາຄືນໃໝ່. ແລະ ໃນໄລຍະທີ່ຜ່ານມາ ກໍສາມາດກວດຍຶດ ໄມ້ທ່ອນໄດ້ຈໍານວນນຶ່ງ ດັ່ງເຈົ້າໜ້າທີ່ ຜະແນກອຸດສະຫະກໍາ ແລະ ການຄ້າແຂວງເຊກອງ ກ່າວໃນຕອນນຶ່ງວ່າ:
(ສຽງ) "ມີຢູ່ເຫັນເຂົາເອົາມາປະໄວ້ ຢູ່ໃນສະນາມນີ້ ເປັນໄມ້ປະເພດໄມ້ສັກ ຫາກໄມ້ສັກທ່ອນນ້ອຍໆ ກະມີຈໍານວນ ຫລາຍເຕີບປະມານ 10 ກວ່າແມັດກ້ອນ ໄມ້ຍູງກະມີ ແຕ່ບໍ່ຫລາຍ ເປັນໄມ້ທີ່ເຂົາຖາກແລ້ວ ເປັນໄມ້ສີ່ຫລ່ຽມຫັ້ນນະ ໄມ້ທ່ອນກະມີ ເປັນພວກໄມ້ດູ່ ໄມ້ປະດົງ."
ທ່ານເວົ້າວ່າ ການລົງກວດກາ ແລະຍຶດໄມ້ໄດ້ໃນເທື່ອນີ້ ຖືວ່າເປັນການປະຕິບັດ ຂັ້ນເດັດຂາດ ໃນການສະກັດກັ້ນ ການນໍາໄມ້ ເຂົ້າສູ່ໂຮງງານປຸງແຕ່ງໄມ້ ແລະສົ່ງອອກຂາຍ ແບບບໍ່ຖືກຕ້ອງ ຊຶ່ງຍັງມີຢ່າງຫລວງຫລາຍໃນພື້ນທີ່. ພ້ອມກັນນີ້ ກໍເປັນການປາບປາມ ຜູ້ປອງທໍາລາຍປ່າໄມ້ ແລະສ້າງຣາຍໄດ້ ໃຫ້ຕົນດ້ວຍການຝ່າຝືນ ກົດຣະບຽບບ້ານເມືອງ. ໄມ້ທີ່ຍຶດໄດ້ ທັງຈາກພາຍໃນແຂວງ ແລະຈາກແຂວງໄກ້ຄຽງ ທາງການແຂວງ ກໍນໍາມາເກັບໄວ້ ລໍຄໍາສັ່ງຈາກສູນກາງ ເພື່ອນໍາອອກຂາຍ ໃນຕະລາດຕໍ່ໄປ ດັ່ງເຈົ້າໜ້າ ທີ່ອີກທ່ານນຶ່ງກ່າວວ່າ:
(ສຽງ) "ໄມ້ນີ້ປະໄວ້ທີ່ຫ້ອງວ່າການ ຍຶດໄວ້ທີ່ຫ້ອງວ່າການໝົດ ມີແຕ່ວ່າກໍາລັງກະກຽມຢູ່ ເພາະວ່າການຊີ້ນໍາ ຈາກກະຊວງ ເພີ່ນກໍມອບໃຫ້ຂາຍໄມ້ ຈໍານວນນຶ່ງ ແຕ່ວ່າໄມ້ຂະຍູງນັ້ນ ບໍ່ໃຫ້ຂາຍ ທາງກະຊວງອຸດສະຫະກໍາ ແລະການຄ້າ ເພິ່ນຈະຂາຍເອງ."
ຢ່າງໃດກໍດີ ການລົງກວດກາ ແລະຍຶດໄມ້ດັ່ງກ່າວ ຖືເປັນຄັ້ງທໍາອິດ ຂອງຜະແນກອຸດສະຫະກໍາ ແລະການຄ້າ ແຂວງເຊກອງ ຫລັງຈາກທີ່ໄດ້ໂອນວຽກງານ ການກໍາກັບ-ດູແລ ທຸຣະກິດຄ້າໄມ້ ຈາກຜະແນກກະສິກໍາ ແລະປ່າໄມ້ ຊຶ່ງທ່ານບອກວ່າ ທາງຜະແນກນັ້ນ ຍັງຕ້ອງໄດ້ດໍາເນີນມາດຕະການ ໃນອີກຫລາຍດ້ານ ເພື່ອຊ່ວຍລຸດຜ່ອນ ການລັກລອບ ຄ້າຂາຍໄມ້ໃນພື້ນທີ່.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ລາວ ແລະວຽດນາມ ຮ່ວມກັນສໍາຣວດ ຄວາມເປັນໄປໄດ້ ໃນການທີ່ຈະສ້າງທາງຣົດໄຟ ເຊື່ອມຕໍ່ແຂວງຄໍາມ່ວນ ກັບແຂວງ Quang Binh ປະເທດວຽດນາມ
- ເຖີງແມ່ນວ່າ ການທ່ອງທ່ຽວ ຈະຊ່ວຍນໍາຣາຍໄດ້ ໃຫ້ແກ່ລາວ ມາໂດຍຕະລອດ ແຕ່ຊາວບ້ານສ່ວນຫລາຍ ຍັງບໍ່ທັນໄດ້ຮັບຜົນປະໂຫຍດ ນໍາຢ່າງທົ່ວເຖີງເທື່ອ
- ປະຊາຊົນ ແລະເຍົາວຊົນລາວ ຮຸ້ນໃໝ່ ສົນໃຈ ພາສາອັງກິດ ແລະຈີນ ຫລາຍກວ່າ ພາສາຝຣັ່ງເສສ
- ເນື່ອງໃນໂອກາດປີໃໝ່ສາກົນນີ້ ຊາວລາວຫລາຍຄົນ ກໍຕັ້ງຄວາມຫວັງ ວ່າຢາກໃຫ້ ຣັຖະບານແກ້ໄຂ ບັນຫາ ເສຖະກິດ
- ນາຍແພດໃນ ສປປລາວ ເຕືອນປະຊາຊົນ ໃຫ້ລະມັດລະວັງ ແລະປ້ອງກັນ ການຕິດເຊື້ອໂຣກ HIV ແລະ AIDS ໃຫ້ຫລາຍຂື້ນ
- ສູນປິ່ນປົວ ແລະຮັກສາສຸຂະພາບ ສາຍຕາ ຂອງລາວໄດ້ແຈກຢາຍ ແວ່ນຕາ ໃຫ້ແກ່ປະຊາຊົນ ຜູ້ທຸກຍາກ
- ທ່ານ ຈູມມະລີ ໄຊຍະສອນ ໄດ້ສົ່ງບັດ ອວຍພອນປີໃໝ່ສາກົນ ໄປໃຫ້ທ່ານ ກິມຈຸ່ງອິນ ຜູ້ນຳສູງສຸດ ຂອງເກົາຫລີເໜືອ
- ເກີດອຸບັຕຕິເຫຕ ຕາມທ້ອງຖນົນ ຫລາຍພໍສົມຄວນ ຢູ່ນະຄອນຫລວງ ວຽງຈັນ ໃນຣະຍະ ເທສກາລປີໃໝ່ສາກົລປີນີ້
- ບັນຫາ ກາຣສໍ້ຣາຊບັງຫລວງ ຍັງເປັນພັຍຂົ່ມຂູ່ ຕໍ່ກາຣພັທນາ ເສຖກິຈ-ສັງຄົມ ໃນລາວປັຈຈຸບັນ
- ທາງການລາວ ຣາຍງານວ່າ ເສຖກິດຂອງລາວ ເມື່ອປີ 2007 ທີ່ຫາກໍຜ່ານມາ ຂຍາຍຕົວໄວກວ່າ ປີ 2006 ຄືໄດ້ຂຍາຍຕົວເຖິງ 7.6 ສ່ວນຮ້ອຍ