ກຸ່ມຄ້າມະນຸດທັງໃນລາວແລະໄທ


2008.02.12

ກ່ມຄ້າມະນຸດ ທັງໃນລາວ ແລະໄທ ສົມຮູ້ຮ່ວມຄິດກັນ ຊື້ຂາຍຕົວະຍົວະ ຫລອກລວງ ເອົາຍິງສາວລາວ ໄປເຮັດວຽກ ຢູ່ສະຖານທີ່ບັນເທີງຢູ່ໄທ ໂດຍທີ່ຍິງສາວລາວ ຫລາຍໆຄົນ ຍັງເປັນເຍົາວະຊົນ ອາຍຸຕ່ຳກວ່າ 18 ປີ ຊຶ່ງເປັນການກະທຳ ທີ່ຜິດກົດໝາຍ ດັ່ງ ເຈົ້າໜ້າທີ່ ປາບປາມການຄ້າມະນຸດ ຂອງໄທທ່ານນຶ່ງ ໄດ້ກ່າວວ່າ:

(ສຽງ)"ທ່ານເວົ້າວ່າ ພວກນັກທ່ອງທ່ຽວ ທີ່ມາພັກຕາມໂຮງແຮມ ອາດຈະໂທຣະສັບ ຫາເອເຢັ່ນ ແລ້ວເອເຢັ່ນ ກໍມາສົ່ງໃຫ້ຕາມໂຮງແຮມ ຊຶ່ງສ່ວນຫລາຍ ເປັນຍິງສາວລາວ ແລະກໍມີຣາຍງານວ່າ ມີອາຍຸຕ່ຳກວ່າ 18 ປີ ຍັງເປັນເຍົາວະຊົນຢູ່ ຊຶ່ງເປັນການກະ ທຳທີ່ຜິດກົດໝາຍ. ."

ການຄ້າມະນຸດ ຄືກັບການຄ້າຢາເສບຕິດ ຍາກຈະປາບປາມໄດ້. ທາງຝ່າຍລາວ ແລະໄທ ໄດ້ເອົາໃຈໃສ່ ່ປາບປາມ ການຄ້າມະນຸດ ຣະຫວ່າງ ສອງປະເທດ ຢ່າງຈິງຈັງ ແລະກໍໄດ້ຮ່ວມມືກັນ ຢ່າງໃກ້ຊິດ. ທາງການລາວ ກໍໄດ້ຮັບເງິນ ຊ່ວຍເຫລືອຈາກອົງ ການແລະຣັຖບານ ຕ່າງປະເທດ ເພື່ອປາບປາມ ການຄ້າມະນຸດ ເຊັ່ນໄດ້ຮັບເງິນຊ່ວຍ ເຫລືອຈາກຣັຖບານ ອອສເຕຣເລັຍ.

ແຕ່ພວກຄ້າມະນຸດ ກໍຍິ່ງສລາດ ໄປຕິດຕໍ່ຊອກ ຫາແລະຕົວະຍົວະ ຫລອກລວງ ເອົາຍິງສາວລາວ ຜູ້ບໍ່ຮູ້ດຽງສາ ແລະທຸກຍາກ ເຊັ່ນໃນເຂດຊົນນະບົດ.

ຄົນລາວຜູ້ນຶ່ງ ໃນແຂວງບໍຣິຄຳໄຊ ກ່າວວ່າ ຢູ່ບ້ານເລາະຕາມແຄມຂອງ ເກືອບ ທຸກຫລັງຄາເຮືອນ ມີລູກຫລານ ໄປເຮັດວຽກຢູ່ໄທ; ຜູ້ຍິງຍິ່ງໄປຫລາຍ. ຢູ່ໄທ ກໍມີຂ່າວຢູ່ເລື້ອຍໆວ່າ ເຈົ້າໜ້າທີ່ຕຳຣວດ ໄດ້ເຂົ້າໄປຊົດຊ່ວຍຍິງສາວ ອອກມາຈາກຮ້ານ ຄາຣາໂອເກະ ແລະ ສະຖານທີ່ບັນເທີງອື່ນໆ ແລະປະກົດວ່າ ຍິງສາວສ່ວນນຶ່ງ ເປັນຄົນລາວ; ເມື່ອຖືກຊົດຊ່ວຍອອກມາແລ້ວ ພວກເຂົາເຈົ້າເວົ້າວ່າ ນາຍໜ້າ ຊຶ່ງກໍໝາຍເຖິງ ພວກຄ້າມະນຸດ ໄດ້ໄປຕິດຕໍ່ເອົາຢູ່ບ້ານ ແລະກໍສົ່ງພວກເຂົາ ມາເຮັດວຽກຢູ່ສະຖານ ທີ່ບັນເທີງຢູ່ໄທ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.