ນັກທຸຣະກິດລາວ ທ່ານນື່ງ ເວົ້າວ່າ ປະຊາຊນົລາວ ສ່ວນໃຫຍ່ ຕ້ອງການຢາກໃຫ້ ຣັຖບານ ເອົາໃຈໃສ່ ໃນຄວາມຄິດ ຄວາມເຫັນ ແລະຄວາມຕ້ອງການ ຂອງປະຊາຊົນ
2008.02.21
ນັກທຸຣະກິດລາວ ທ່ານນື່ງເວົ້າວ່າ ປະຊາຊນົລາວ ສ່ວນໃຫຍ່ ຕ້ອງການຢາກໃຫ້ຣັຖບານ ເອົາໃຈໃສ່ ໃນຄວາມຄິດຄວາມເຫັນແລະຄວາມຕ້ອງການຂອງປະຊາຊົນ ກ່ອນຈະຕັດສີນໃຈໃຫ້ສຳປະທານບໍຣີສັດຕ່າງຊາດ ມາທຳທຸຣະກິດໃນລາວ ແລະຢາກໃຫ້ຣັຖບານ ຄຳນືງເຖີງຄວາມຕ້ອງການ ຂອງປະຊາຊົນເປັນຫລັກ.
ທ່ານ ປີ່ນສອນ ວອນແກ້ວໃຊ ປະຊາຊົນແລະນັກທຸຣະກິດ ຈາກແຂວງບໍ່ແກ້ວ ໄດ້ສແດງຄວາມຄິດຄວາມເຫັນ ກ່ຽວກັບ ການປົກຄອງ ຂອງັຣຖບານລາວວ່າ ເປັນຫນ້າຊື່ນຊົມ ທີ່ຣັຖບານເອົາຈີງເອົາຈັງ ໃນການພທັນາ ປະເທດ ໃນໂຄງການຕ່າງໆ ເຊັ່ນ ໂຄງການບໍ່ແຮ່ ແລະໂຄງການສ້າງເຂືອ່ນໃຟຟ້າ ແຕ່ ບາງພາກສ່ວນ ກໍ່ມີທັງຜົລດີ ແລະຜລົເສັຽ ສ່ວນໃຫຍ່ ກໍ່ແມ່ນປະຊາຊົນ ບໍ່ສາມາດປາກເວົ້າໄດ້ ໃນໂຄງການຕ່າງໆ ເພາະບໍ່ສາມາດ ອອກຄວາມຄິດ ຄວາມເຫັນໄດ້ ດັ່ງທ່ານກ່າວໃນຕອນນື່ງວ່າ:
(ສຽງ) "ຢາກໃຫ້ຣັຖບານ ເຂົາແກ້ໃຂບັນຫາ ຄວາມຍາກຈົນ ໃຫ້ປຊາຊົນ ມີສ່ວນຮ່ວມເຮື້ອງ ການປັກຄອງ ໂຄງການໃຫຍ່ໆ ພວກໃຟຟ້າ ຈະສຳປະທານອະໃຣ ກໍ່ໃຫ້ປຊາຊົນ ມີສ່ວນຮ່ວມດ້ວຍ."
ທ່ານຍັງບອກອີກວ່າ ປະຊາຊົນຜູ້ທີ່ຍາກຈົນ ບໍ່ສາມາດ ທີ່ຈະຂັດຂືນຕໍຄຳສັ່ງ ທີ່ໃຫ້ມີການໂຍກຍ້າຍ ໃນໂຄງການຕ່າງໆ ເຖີງແມ່ນວ່າ ຈະບໍ່ພໍໃຈກໍ່ຕາມ ກໍ່ຕ້ອງໄດ້ໂຍກຍ້າຍ ຍັງມີປະຊາຊົນ ຜູ້ທີ່ໄດ້ຮັບຜລົກະທົບ ເປັນຈຳນວນມາກ ໃນໂຄງກາເຂືອ່ນໃຟຟ້າແລະແຮ່ທາດ ແຕ່ບໍ່ສາມາດສແດງ ອອກເຖີງຄວາມຄິດຄວາມເຫັນ ແລະຄວາມບໍ່ພໍໃຈຂອງຕົນໄດ້. ນອກຈາກນັ້ນ ໃນເຂດທີ່ຫ່າງໃກສອກຫລີກ ບອ່ນທີ່ການພັທນາ ບໍ່ທັນມາເຖີງນັ້ນ ການບໍຣີການຕ່າງໆ ກໍ່ຂາດແຄນ ທ່ານກ່າວກ່ຽວ ກັບການຂາດແຄນ ໃນເຂດຊົນນະບົດວ່າ:
(ສຽງ) "ສ່ວນມາກ ກໍ່ເປັນພືໜຖານ ໂຄງຮ່າງເຮື້ອງຖນົນເຮື້ອງໂຮງຮຽນ ຣະບົບ ສາທາຣະນະສຸກ ໃນເຂດຊົນນະບົດ ກໍ່ຢາກໃຫ້ເສັ້ນທາງ ໄປເຖີງຊົນນະບົດ."
ເຖີງຢ່າງໃດກໍ່ຕາມ ທ່ານວ່າ ຣັຖບານກໍ່ພຍາຍາມເທົ່າທີ່ຄວນ ແຕ່ກໍ່ຂາດງົປະມານ ທີ່ຈະມາສ້າງສາ ປະເທດຊາດ ສຳລັບ ໂຄງການໃຫຍ່ໆ ທີ່ເປັນການກະທົບກະ ເທືອນ ຕໍ່ວິຖີຊີວີດ ຂອງປະຊາຊົນນັ້ນ ຣັຖບານ ຄວນເຂົ້າເຖີງປະຊາຊົນກ່ອນ ກ່ອນຈະມີການອະນຸມັດ ການສຳປະທານ.
ສິດນີ້ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ທ່ານ ນອງດືກຫມັ້ນ ເລຂາທິການພັກ ຄອມມຸນີດວຽດນາມ ໃຫ້ການຢືນຢັນວ່າ ວຽດນາມຈະສົ່ງເສີມ ຄວາມສຳພັນຖານພິເສດລະຫວ່າງລາວ ກັບວຽດນາມ ແຫນ້ນແຟ້ນຂື້ນເລືອ້ຍໆ
- ພົບເຫັນມີເຊື້ອໂຣຄ ໄຂ້ຫວັດນົກ ແພ່ຣະບາດ ຄັ້ງໃໝ່ອີກຕື່ມແຫ່ງໜື່ງ ໃນແຂວງຫລວງນ້ຳທາ ຫວ່າງມໍ່ໆມານີ້
- ທາງກາຣແຂວງ ຜົ້ງສາລີ ຈະຈັດພິທີບວຊປ່າ ພູຟ້າ ໃນຕົ້ນເດືອນ ເມສາ ນີ້ເພື່ອເປັນກາຣອະນຸຮັກ ແລະຟື້ນຟູປ່າໄມ້ ໄວ້ໃຫ້ເປັນບ່ອນຢູ່ອາສັຍ ຂອງສັຕປ່ານາໆພັນ
- ເຈົ້າໜ້າທີ່ ສູນປິ່ນປົວ ຜູ້ຕິດຢາເສພຕິດ ແຂວງສວັນນະເຂຕ ວ່າພວກທີ່ເຂົ້າມາຮັບ ກາຣບຳບັຕ ມັກຈະລັກໜີອອກຈາກ ສູນກ່ອນກຳໜົດ
- ສູນຄົ້ນຄວ້າ ກາຣລ້ຽງສັຕ ໂດຽກາຣຮ່ວມມື ຈາກທາງກາຣ ກ່ຽວຂ້ອງອິນເດັຽ ເຣັ່ງກາຣພັທນາ ດ້ານຜສົມພັນທຽມ ໂດຽເອົາແບ້ ມາໃຊ້ທົດລອງ
- ເຖີງແມ່ນທາງກາຣລາວ ໄດ້ອະທິບາຍ ແຕ່ປະຊາຊົນລາວ ບາງກ່ມຍັງມີ ຄວາມວິຕົກ ກັງວົນນຳເຣື່ອງ ທີ່ທາງຣັຖບາລລາວ ອະນຸຍາດ ໃຫ້ຊາວຈີນ ເຂົ້າມາຢ່ລາວຫລາຍຂື້ນ
- ລາວ ແລະວຽດນາມ ຕົກລົງກັນ ຈະປັກຫລັກ ເຂດໝາຍຊາຍແດນ ລະຫ່ວາງກັນ
- ແຂວງໄຊຍະບູຣີ ກຳລັງກວດກາ ການໄຊ້ສານເຄມີ ທີ່ບໍ່ຖືກຕ້ອງ ຂອງປະຊາຊົນ ທີ່ໄຊ້ສານເຄມີ ເຂົ້າໃນວຽກງານ ປູກຝັງຕ່າງໆ
- ທາງການລາວ ຈະຈັດຣະດັບໂຮງແຮມ ແລະບ້ານພັກ ທຸກແຫ່ງໃນເຂດນະຄອນຫລວງວຽງຈັນ ເພື່ອໃຫ້ໄດ້ມາຕຖານ ຕາມຫລັກເກນຂອງສາກົນ
- ແຂວງ ຈໍາປາສັກ ຈັດກອງປະຊຸມ ເພື່ອເວົ້າກັນເຖິງ ຄວາມຄືບໜ້າ ໃນການທີ່ທາງແຂວງ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ກິລາແຫ່ງຊາດ ຄັ້ງທີ 8ຂຶ້ນ ໃນທ້າຍປີ 2008ນີ້