ຊາວລາວຄົນນຶ່ງ ໃນແຂວງບໍຣິຄຳໄຊ ຮຽກຮ້ອງ ໃຫ້ທາງການລາວ ສົ່ງດິນທີ່ທາງການ ຢຶດໄປນັ້ນ ຄືນໃຫ້ປະຊາຊົນ ຢ່າງເປັນທຳ


2008.01.17

ຊາວລາວຄົນນຶ່ງ ໃນແຂວງບໍຣິຄຳໄຊ ຮຽກຮ້ອງໃຫ້ທາງການລາວ ສົ່ງດິນທີ່ທາງການຢຶດໄປນັ້ນ ຄືນໃຫ້ປະຊາຊົນ ຢ່າງເປັນທຳ ເນື່ອງຈາກວ່າ ຊາວບ້ານກໍທຸກຍາກ ຫລາຍແລ້ວ, ເມື່ອຖືກຢຶດ ເອົາດິນໄປແລ້ວ ກໍຍິ່ງຈະເຮັດໃຫ້ ຊາວບ້ານທຸກຍາກຕື່ມ ດັ່ງທີ່ທ້າວ ສອນໄຊ ອາຍຸ 35 ປີ ຊາວບ້ານ ເມືອງປາກຊັນ ແຂວງບໍຣິຄຳໄຊ ໄດ້ກ່າວ:

(ສຽງ) "ກໍດີໃຈຢູ່ທີ່ຕ່າງປະເທດ ເຂົາມາລົງທຶນ ເພາະຈະມີວຽກງານ ເຮັດແນ່ນໍ ແຕ່ວ່າ ຢາກໃຫ້ມີການ ເວນຄືນທີ່ດິນ ໃຫ້ແກ່ຊາວບ້ານ ຢ່າງເປັນທັມແນ່ ເພາະຊາວບ້ານ ທີ່ທຸກກໍທຸກຫລາຍ ຢາກໃຫ້ຣັຖະບານ ເບິ່ງດ້ານນີ້ນຳ ແລະບໍ່ຢາກໃຫ້ຕ່າງຊາດ ເຂົ້າມາໄຊ້ຊັພະຍາກອນ ໃນລາວ ຢ່າງຟຸມເຟືອຍ ເພາະວ່າ ຊັພະຍາກອນໄຊ້ໄປແລ້ວ ມັນກໍໝົດໄປ."

ທ້າວສອນໄຊກ່າວຕໍ່ໄປວ່າ ຊາວບ້ານໂດຍທົ່ວໄປແລ້ວ ແມ່ນທຸກຍາກ ບໍ່ມີການສຶກສາສູງ ເຂົາເຈົ້າບໍ່ສາມາດ ຕໍຮອງກັບເຈົ້າໜ້າທີ່ ຫລືເອກະຊົນ ທີ່ຕ້ອງການ ສັມປະທານທີ່ດິນ ຂອງເຂົາເຈົ້າ. ເມື່ອຊາວບ້ານຂັດຂືນ ເຈົ້າໜ້າທ ທາງການລາວ ກໍອົບຣົມແນວທາງ ນະໂຍບາຍການພັດທະນາ ຂອງພັກ ແລະຣັຖ ເພື່ອຊອກຫາວິທີ ໃຫ້ຊາວບ້ານ ຍອມຮັບໃຫ້ໄຊ້ທີ່ດິນ.

ເງື່ອນໄຂຫລາຍ ຢ່າງທີ່ທາງພາກຣັຖ ວາງອອກໃຫ້ເຂົາເຈົ້ານັ້ນ ເຂົາເຈົ້າວ່າ ມັນບໍ່ເປັນທັມ ແລະຮັບບໍ່ ໄດ້ ເພາະຈະເຮັດໃຫ້ ເຂົາເຈົ້າທຸກຍາກຕຣອດໄປ, ແລະທັງເປັນວິທີການ ທີ່ເຂົາເຈົ້າ ຕ້ອງໄດ້ຍອມ ເປັນຄົນງານ ທີ່ຖືກຈ້າງໃນຣາຄາຖືກ.

ນອກນັ້ນ ທ້າວສອນໄຊ ຍັງກ່າວວ່າ ການທີ່ຕ່າງຊາດ ເຂົ້າມາໄຊ້ຊັພະຍາກອນ ທັມະຊາດ ໃນລາວໂດຍບໍ່ມີ ການຄວບຄຸມ ຄັກແນ່ເຊັ່ນວ່າ ການຂຸດຄົ້ນໄມ້ ຂຸດຄົ້ນບໍ່ແຮ່ ແລະອື່ນໆ, ໃນອານາຄົດຕໍ່ໄປ ຊັພະຍາກອນ ນີ້ກໍຈະໝົດໄປຊື່ໆ ໂດຍບໍ່ໄດ້ໄຊ້ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນເລີຽ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.