ຄວາມຖີ່ຂອງແຜ່ນດິນໃຫວ ທີ່ເກີດຂື້ນ ໃນພາກເໜືອ ຂອງລາວ ອາດສົ່ງຜົນກະທົບ ຕໍ່ ການສ້າງເຂື່ອນ ໃນອານາຄົດ


2008.03.04

ເຈົ້າໜ້າທີ່ວິຊາການ ຈາກຫ້ອງການຜແນກ ແຜ່ນດິນໃຫວ ປະຈຳລາວ ສະແດງຄວາມຄິດເຫັນ ກ່ຽວກັບຄວາມຖີ່ ຂອງແຜ່ນດິນໃຫວໃນລາວວ່າ ພາກສ່ວນກ່ຽວຂ້ອງ ຄວນຈະສຶກສາ ຜົນກະທົບໂດຍລະອຽດ ເພາະເຊື່ອວ່າຄວາມຖີ ່ຂອງແຜ່ນດິນໃຫວ ທີ່ເກີດຂື້ນອາດສົ່ງຜົນກະທົບ ຕໍໂຄງສ້າງເຂື່ອນກໍເປັນໄດ້.

(ສຽງ) "ບໍ່ຫລາຍກໍນ້ອຍ ຕ້ອງມີຜົນຫາກວ່າເກີດສັ້ນໃຫວ ຈັ່ງຊີ້ເລື້ອຍໆ ແຕ່ວ່າສ່ວນໃຫ່ຽ ເຂື່ອນຂອງລາວ ຈະຢູ່ລະຫ່ວາງ ຕອນກາງເຖິງຕອນໄຕ້, ເໜືອບໍ່ຫລາຍປານໃດ ແຕ່ເຖິງຢ່າງໃດກໍຕາມ ກໍຕ້ອງ ຄຳນຶງເຖິງການສັ້ນໃຫວນີ້ດ້ວຍ ."

ສະຖານະການສັ້ນສະເທືອ ນຂອງແຜ່ນດິນໃຫວ ໃນລາວເລີ້ມມີຄວາມຖີ່ ສູງຂື້ນ ຕັ້ງແຕ່ປີ 2006 ມານີ້ ໂດຍສະເພາະ ໃນພາກເໜືອຂອງລາວ. ຄວາມສັ້ນສະ ເທືອນດັ່ງກ່າວ ຜ່ານມາເຖິງປັດຈຸບັນ ບໍ່ທັນມີຜົນກະທົບ ຕໍຊີວິດການເປັນຢູ່ ຂອງ ປະຊາຊົນເທື່ອ, ແຕ່ທ່ານກໍວ່າຝ່າຍກ່ຽວຂ້ອງ ກັບການສ້າງເຂື່ອນ ຄວນຄິດ ເຖິງບັນຫານີ້ໄວ້.

(ສຽງ) "ຜົນກະທົບໂດຍອອ້ມ ຄິດວ່າຍະຍະຍາວ ກໍຄົງມີ ຖ້າມີໂຄງການ ຈະປູກສ້າງ ຫລືກິດຈະການ ອັນໃດກໍຕ້ອງໄດ້ເອົາປັດໃຈ ນີ້ເຂົ້າໃຫ້ຜູ້ສຳລັບ ວິຊາການ ທີ່ຈະອອກແບບລ່ວງໜ້າ ເຮົາສາມາດບອກໄດ້ ໃຫ້ບັນດາໂຄງການ ທີ່ມີການຂະຫຍາຍ ໂຄງສ້າງກິດຈະການ ໃດໃດກໍຕາມ ໃຫ້ເອົາປັນຫານີ້ ຖືເປັນບັນຫາທີ່ຕ້ອງຄຳນຶງເຖິງ."

ກ່ຽວກັບເຣືອງນີ້ ເຈົາໜ້າທີ່ໂຄງການເຂື່ອນນ້ຳເທີນ-2 ຍົກຕົວຢ່າງວ່າການ ອອກແບບໂຄງການສ້າງເຂືອນນ້ຳເທີນ-2 ວ່າເປັນຕົວຢ່າງການອອກແບບທີ່ດີ ເພາະອອກແບບໃຫ້ຮອງຣັບ ແຮງສັ້ນສະເທືອນ ຂອງແຜ່ນດິນໃຫວ ໄດ້ເຖິງ 12 ຣິກເຕີ້ສະເກນ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.