ຜູ້ທີ່ເຄີຽຕິດຝິ່ນ ຢູ່ໃນລາວ ຫລັງຈາກ ເຂົາເຈົ້າ ຢ່າຈາກຕິດຝິ່ນແລ້ວ ບາງຈຳນວນ ກໍຫັນມາໄຊ້ ຢາເສບຕິດ ປະເພດອື່ນ ອີກແທນ
2008.03.11
ຜູ້ທີ່ເຄີຽຕິດຝິ່ນ ຢູ່ໃນລາວ ຫລັງຈາກ ເຂົາເຈົ້າຢ່າຈາກຕິດຝິ່ນແລ້ວ ບາງຈຳນວນ ກໍຫັນມາໄຊ້ຢາເສບຕິດ ປະເພດອື່ນອີກແທນ. ຕາມທີ່ເຈົ້າໜ້າທີ ່ຄະນະກັມະການ ກວດກາ ແລະຄວບຄຸມຢາເສບຕິດ ແຫ່ງຊາດລາວໄດ້ກ່າວ.
(ສຽງ) "ເຂົາເຈົ້າເຄີຽເສບຢາຝິ່ນ ຈນວນນຶ່ງ ເຮົາກໍປິ່ນປົວ ແຕ່ປິ່ນປົວ ບໍ່ທັນໝົດ ແລ້ວຈຳນວນນຶ່ງ ປົວແລ້ວກໍກັບຄືນ ມາເສບອີກ ແລ້ວພວກນີ້ ມີຄວາມຕ້ອງການເສບຢາບ້າ ຢາເຮໂຣອີນ ແທນຝິ່ນແລ້ວ ພວກນີ້ກໍມີຄວາມຕ້ອງການຫລາຍຂື້ນ ."
ຜ່ານມາ ຣັຖະບານລາວ ໄດ້ດຳເນີນການລຶບລ້າງ ການປູກຝີ່ນ ແລະໄດ້ປະສົບຜົນ ສຳເຣັດ ຕາມຄາດໝາຍ ທັງໄດ້ສົ່ງເສີມ ໃຫ້ປະຊາຊົນ ທີ່ເຊົາປູກຝິ່ນຫັນໄປປູກ ພືດກະເສດ ເພື່ອເປັນການທົດແທນ.
ໃນດ້ານຂອງຜູ້ຕິດຝິ່ນນັ້ນ ທາງການລາວ ກໍສາມາດ ປິ່ນປົວຜູ້ຕິດຝິ່ນ ໃຫ້ຫລຸດລົງຢ່າງຫລວງຫລາຍ. ແຕ່ວ່າມາຮອດປັດຈຸບັນ ນີ້ ຣັຖະບານລາວ ໄດ້ປະສົບກັບຄວາມຍຸ່ງຍາກ ໃນການຫ້າມບໍ່ໃຫ້ຄົນກັບຄືນໄປ ປູກຝິ່ນ ແລະຍຸ່ງຍາກ ໃນການເຮັດໃຫ້ຜູ້ເຊົາສູບຝິ່ນ ແລ້ວນັ້ນກັບຄືນໄປສູບຝິ່ນ ອີກໃໝ່ຫລືຫັນໄປ ໄຊ້ຢາເສບຕິດ ປະເພດອື່ນ ໂດຍປ່ຽນແປງວິທີໄຊ້ໄປເລື້ອຍໆ.
(ສຽງ) "ເຂົາກໍໄຊ້ ຢາພາຣາເຊຕາມອນຜະສົມຝິ່ນ ແລ້ວກໍເສບ ຈຳນວນນຶ່ງ ເຂົາກໍເສບຢາເຮໂຣອີນ ແລ້ວແຕ່ເງື່ອນໄຂ ຂອງແຕ່ລະຄົນ ມີເງື່ອນໄຂແນວໃດ ກໍຫາທຸກເງື່ອນໄຂເສບຄືນ ."
ຢາເຮໂຣອີນ ເປັນຢາເສບຕິດທີ່ມີຣາຄາແພງ ແລະບໍ່ແມ່ນທຸກຄົນ ສາມາດຜລິດໄດ້ ເວັ້ນເສັຽຈາກກຸ່ມຜລິດ ຢາເສບຕິດອາຊີບ ເພາະວ່າຕ້ອງຊື້ສານເຄມີ ປະເພດອື່ນ ມາປະສົມ. ມັນເປັນເຣື້ອງແປກໃຈ ທີ່ຊົນເຜົ້າທີ່ອາໃສ ຢູ່ໃນເຂດສອກຫລີກ ແລະຫ່າງໄກ ສາມາດເສບເຮໂຣອີນໄດ້.
ສົມເນ ຣາບງານ
ອ່ານຂ່າວເພີ້ມເຕີມ
- ຄົນງານ ໃນແຂວງຫລວງພະບາງ ໄດ້ພົບກັບບັນຫາ ນາຍຈ້າງ ສໍ່ໂກງແຮງງານ
- ພວກຄົນງານລາວ ຮຽກຮ້ອງ ພາກສ່ວນກ່ຽວຂ້ອງ ໃຫ້ອອກ ໜັງສືເດີນທາງ ແລະ ໃບອະນຸຍາດ ເຮັດວຽກ ໃຫ້ໄວ ກ່ວາເກົ່າ
- ການລັກລອບປູກຝິ່ນ ຂອງຊາວບ້ານ ຍັງມີຢູ່ ໃນຂະນະທີ່ ພວກພໍ່ຄ້າ ຍັງຊຸກຍູ້ ໃຫ້ປະຊາຊົນປູກ ແລະ ເກັບຊື້ ເພື່ອສົ່ງອອກຂາຍ
- ພາກຕາເວນອອກຊ່ຽງເໜືອ ຫລືພາກອິສານຂອງໄທ ກາຍເປັນເສັ້ນທາງທີ່ມີການຂົນສົ່ງ ຢາເສບຕິດເພີ່ມຂຶ້ນ ເຖິງຮ້ອຍລະ 30 ທຽບຈາກເດີມທີ່ມີພຽງ 100ລະ8.
- ແຂວງບໍ່ແກ້ວ ກໍາລັງລໍຖ້າ ການຮັບຮອງ ຈາກຣັດຖະບານ ເພື່ອທີ່ຈະປະກາດ ໃຫ້ປ່າສະຫງວນເຂດ ນໍ້າຄານ ຂອງແຂວງ ເປັນເຂດປ່າສະຫງວນ ແຫ່ງຊາດ
- ທາງການລາວ ສັງເກດເຫັນວ່າ ມີຢາເສບຕິດ ປະເພດ ເຮໂຣອີນ ຫລັ່ງໄຫລເຂົ້າມາ ຕາມຊາຍແດນ ພາກເໜືອຂອງລາວ
- ສປປ ລາວ ກະວ່າຈະເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ໃນປີ 2010
- ກອງປະຊຸມສຸດຍອດ ຜູ້ນຳຂອງປະເທດ ໃນອານຸພູມີພາກ ແມ່ນ້ຳຂອງ ຫລື GMS ອາດເປັນໂອກາດ ເປີດໃຫ້ມີ ການປະເມີນຜົນ ລະຫ່ວາງ ຜົນໄດ້ແລະຜົນສະທ້ອນ ທີ່ໄດ້ຮັບຈາກໂຄງການ ການລວມຕົວ ຂອງອານຸພູມີພາກ
- ຊາວລາວເຜົ່າມົ້ງ ທີ່ຖືກກັກຂັງ ຢູສູນກວດຄົນ ເຂົ້າເມືອງ ທີ່ໜອງຄາຍ ໄດ້ຮັບຄວາມຊ່ວຍເຫລືອ ດ້ານເຄື່ອງນ່ງຫົ່ມ ແລະເຄື່ອງຂອງຕ່າງໆ ຈາກສະພາກາຊາຕ ໜອງຄາຍ
- ສະພາທີ່ປຶກສາ ເສຖກິຈ ແລະສັງຄົມແຫ່ງຊາຕ ຂອງໄທຽວ່າຣັຖບາລໄທຽ ຄວນຈະເຈຣະ ຈາກັບທາງຣັຖບາລລາວ ເສັຽກ່ອນກ່ຽວກັບ ໂຄງກາຣທີ່ວ່າ ຈະສູບນ້ຳຂອງ ຂື້ນໄປໃຊ້