ເຮືອຫາງຍາວ ຫລົ້ມໃນກາງລຳນ້ຳຂອງ ເຮັດໃຫ້ ມີຜູ້ເສັຽຊີວີຕ ຫລີຍັງຫາຍສາບສູນ 15 ຄົນ


2008.01.28

ເຮືອຫາງຍາວຫລົ້ມ ໃນກາງລຳນ້ຳຂອງ ເຮັດໃຫ້ມີຜູ້ເສັຽຊີວີຕ ຫລີຍັງຫາຍສາບສູນ 15 ຄົນ ໃນຈຳນວນທັງໝົດ 23 ຄົນ ທີ່ລ້ວນແຕ່ເປັນແຮງງານ ຈາກວຽດນາມ.

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງນະຄອນພະນົມ ໄດ້ແຈ້ງຕໍ່ຜູ້ສື່ຂ່າວ ເອເຊັຽເສຣີວ່າ: ໃນ ເວລາປະມານ 2:00 ໂມງເຊົ້າ ຂອງ ມື້ວັນອາທິດ ທີ່ 27 ມົກຣານີ້ ມີອຸບັຕຕິເຫຕເຮືອ ຫາງຍາວຫລົ້ມ ໃນກາງລຳນ້ຳຂອງ ຢູ່ບໍຣິເວນ ບ້ານບົວເຂຕ ພື້ນທີ່ ເມືອງນະຄອນພະນົມ ເຮັດໃຫ້ມີຜູ້ເສັຽຊີວີຕ ຫລືວ່າຈົມນ້ຳຫາຍສາບສູນ ໄປກັບກະແສນ້ຳ ທັງໝົດ 15 ຄົນ ແລະເອົາຕົວລອດ ຂື້ນຝັ່ງໄດ້ພຽງ 8 ຄົນເທົ່ານັ້ນ.

ເຈົ້າໜ້າທີ່ໄທຽ ໄດ້ແຈ້ງເພີ່ມ ພາຍຫລັງ ກາຣໃຫ້ກາຣຂອງຜູ້ທີ່ເອົາຕົວລອດ ມີຊີວີຕຢູ່ ນັ້ນວ່າ: ທັງໝົດ ເປັນຣາສດອນ ຈາກເມືອງຮ໋າຕິນ ປະເທດວຽດນາມ ທີ່ມີໜັງສື ເດີນທາງ ຢ່າງຖືກຕ້ອງ ແລະ ເຂົ້າໄປຫາເຮັດວຽກ ຢູ່ບາງກອກ ເປັນເວລາດົນນານ ພໍສົມຄວນ ແລະ ໃນເມື່ອສາມາດ ທ້ອນເງີນໄດ້ ຈຳນວນໜື່ງແລ້ວ ກໍພາກັນເດີນທາງ ກັບບ້ານເພື່ອຕຣຽມ ໄປສລອງ “ບຸນເຕັຕ” ຫລືບຸນປີໃໝ່ ວຽດນາມ ໃນເດືອນກຸມພາ ທີ່ຈະມາເຖີງນີ້ ແຕ່ໂດຽ ບັງເອີນ ເກີດມີເຄາະຮ້າຍ ເຮືອຫລົ້ມດັ່ງກ່າວ ແລະວ່າໃນຈຳພວກ ທີ່ເສັຽຊີວີຕໄປນັ້ນ ມີ ແມ່ຍີງ 9 ຄົນ ດ້ວຍກັນ.

ສຳຫລັບຜູ້ຊາຍ 8 ຄົນ ທີ່ລອດຊີວີຕນັ້ນ ທາງເຈົ້າໜ້າທີ່ໄທຽ ໄດ້ໃຫ້ຄວາມຊ່ວຍ ເຫລືອ ແລະຍັງກັກຕົວໄວ ້ເພື່ອດຳເນີນການ ສືບສວນ ແລະສອບສວນຕໍ່ໄປ ໃນຖານເຂົ້າ ໄປອາສັຍ ຢູ່ປະເທດໄທຽ ເກີນກຳໜົດເວລາ ແລະລັກລອບເຮັດວຽກ ໂດຽບໍ່ໄດ້ຮັບອະນຸຍາດ ຢ່າງເປັນທາງກາຣ ກ່ອນທີ່ຈະຈັດສົ່ງກັບຄືນ ປະເທດວຽດນາມ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.