ກຸ່ມບໍຣິສັດ ພະລັງງານໄຟຟ້າ ເອກະຊົນ EGCO ໃນປະເທດໄທ ກຳລັງພະຍາຍາມ ລົງທຶນໃສ່ໂຮງງານຜລິດ ໄຟຟ້າ 3 ແຫ່ງ ໃນ ສປປ ລາວ ແລະ ວຽດນາມ


2008.02.22

ກຸ່ມບໍຣິສັດ ພະລັງງານໄຟຟ້າ ເອກະຊົນ EGCO ໃນປະເທດໄທ ກຳລັງພະຍາຍາມ ລົງທຶນ ໃສ່ໂຮງງານຜລິດໄຟຟ້າ 3 ແຫ່ງໃນ ສປປ ລາວ ແລະວຽດນາມ ທີ່ມີ ມູນຄ່າເຖິງ 1,900 ລ້ານ ໂດລາ ສະຫະຣັຖ, ຕາມລາຍງານໜັງສືພິມ ບາງກອກໂພສ ທີ່ອ້າງຕາມ ຄຳກ່າວຂອງທ່ານ ວິຊິດ ອາຄາຣະວິນາກ ປະທານບໍຣິສັດ EGCO ທ່ານ ວິຊິດກ່າວວ່າ ການເຈຣະ ກັບບໍຣິສັດຂອງຈີນ, ກັບຣັຖະບານວຽດນາມ ແລະ ກັບສຳນັກງານ ຂອງຣັຖະບານລາວ ຄາດວ່າ ຈະສາມາດສລຸບໄດ້ ໃນປີ 2008 ນິ້.

ທ່ານວ່າ ການລົງທຶນ ໃນສາມໂຮງງານ ພລັງງານໄຟຟ້າ ໃນລາວ ແລະ ວຽດນາມ ແມ່ນເປັນໄປຕາມນະໂຍບາຍ ຂອງບໍຣິສັດ ທີ່ຈະລົງທຶນໃນ ຕ່າງປະເທດ ເພື່ອຂະຫຍາຍ ຄວາມສາມາດ ໃນການຜລິດໄຟຟ້າ ໃຫ້ໄດ້ 5% ຕໍ່ປີ. ສຳລັບໂຄງການ ເຂື່ອນຜລິດກະແສໄຟຟ້າ ນ້ຳອູຢູ່ໃນ ສປປ ລາວ ນັ້ນ ບໍຣິສັດ EGCO ກຳລັງ ເຈຣະຈາກັບບໍຣິສັດ Sino Hydro ຂອງຈີນ ທີ່ເປັນເຈົ້າຂອງ ໂຄງການ ເພື່ອຢາກຖືຮຸ້ນ ລະຫ່ວາງ 25% ແລະ 30%.

ບໍຣິສັດ Sino Hydro ໄດ້ຮັບອານຸມັດ ການສັມປະທານ ຈາກຣັຖະບານລາວ ໃຫ້ສ້າງ ແລະເປັນເຈົ້າຂອງ ເຂື່ອນນ້ຳອູ ທີ່ມີຄວາມສາມາດ ໃນການຜລິດໄຟຟ້າ 1,300 MW ຊຶ່ງມີມູນຄ່າ ການກໍ່ສ້າງ 1,600 ລ້ານໂດລາ ສະຫະຣັຖ.

ໃນໂຄງການດັ່ງກ່າວ EGCO ໄດ້ລົງນາມສັນຍາ ໃນຂັ້ນທຳອິດ ກັບບໍຣິສັດ Sino Hydro ເພື່ອຂໍເຂົ້າຖືຮຸ້ນ. ສຳລັບ ໃນປະເທດວຽດນາມ ບໍຣິສັດ EGCO ໄດ້ເຈຣະຈາ ກັບບໍຣິສັດຄູ່ພາຄີ ໃນວຽດນາມ ເພື່ອປະມູນ ເປັນອົງການຜລິດໄຟຟ້າ ອິດສະຣະ.

ກ່ຽວກັບໂຄງການນີ້ ທາງບໍຣິສັດ ຈະສະເໜີສ້າງ ໂຮງງານຜລິດໄຟຟ້າ ຈາກພະລັງງານ ຖ່ານຫີນທີ່ມິ ຄວາມສາມາດ ຜລິດໄຟຟ້າໄດ້ 200 MW, ມູນຄ່າໃນການກໍ່ສ້າງ 260 ລ້ານ usd ແລະສະເໜີສ້າງເຂື່ອນ ຜລິດກະແສໄຟຟ້າ ອີກແຫ່ງນຶ່ງ 100 MW ໃນມູນຄ່າ 60 ລ້ານ ໂດລາສະຫະຣັຖ ແຕ່ວ່າລາຍລະອຽດຕ່າງໆ ບໍ່ທັນມີການຕົກລົງກັນເທື່ອ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.