ການສໍ້ຣາດບັງຫລວງ ໃນ ປະເທດລາວ ຍັງມີຢ່າງແຜ່ຫລາຍ ຢູ່ເກືອບ ທຸກຂະແໜງ ການພັກ-ຣັດ
2008.02.11
ສປປລາວ ເປັນປະເທດນຶ່ງ ທີ່ເປັນພາຄີ ສົນທິສັນຍາ ສາກົນວ່າ ດ້ວຍ ການສະກັດກັ້ນ ການສໍ້ຣາດບັງຫລວງ ຂອງອົງການ ສະຫະປະຊາຊາດ.
ໃນ ປີ 2005 ສະພາແຫ່ງຊາດ ກໍໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການຕ້ານ ການສໍ້ຣາດບັງຫລວງ ຊຶ່ງເປັນກົດໝາຍ ທີ່ມີຄວາມສໍາຄັນ ຕໍ່ການຄຸ້ມ ຄອງຣັດ-ຄຸ້ມຄອງສັງຄົມ ເພື່ອຈໍາກັດ ພຶດຕິກໍາ-ການ ສໍ້ຣາດບັງຫລວງ.
ກະແສຂ່າວທ້ອງຖີ່ນ ຣາຍງານວ່າ ການສໍ້ຣາດບັງຫລວງ ຍັງມີຢ່າງແຜ່ຫລາຍ ຢູ່ເກືອບທຸກຂະແໜງ ການພັກ-ຣັດ ໂດຍສະເພາະ ຂະແໜງການລົງທຶນ-ກໍ່ສ້າງ-ແຫລ່ງງົບປະມາຍ ແຫ່ງຊາດ ຮວມໄປເຖີງ ຂະແໜງການສຶກສາ ຊຶ່ງເປັນບ່ອນ ສຶກສາ-ກໍ່ສ້າງຊັບພະຍາ ກອນມະນຸດ ແລະ ກະທັ້ງຂະແໜງການ ສາທາຣະນະສຸກ ຊຶ່ງກ່ຽວກັນກັບ ບັນຫາມະນຸດສະທໍາ ໃນສັງຄົມ.
ຕະລອດໄລຍະຜ່ານມາ ຖືກັນວ່າ ບັນຫາດັ່ງກ່າວ ເປັນໄພອັນຕະລາຍ ຕໍ່ປະເທດຊາດ ເຮັດໃຫ້ການ ພັດທະນາ ມີຄວາມ ຫຍູ້ງຍາກ-ຊັກຊ້າ ປະຊາຊົນ ຂາດຄວາມເຊື່ອໝັ້ນ ຕໍ່ການນໍາພາ ຂອງພັກ ແລະຣັດ ເກີດມີຄວາມສໍານຶກ ທີ່ບໍ່ດີໃນສັງຄົມ.
ເປັນຕົ້ນວ່າ ເມື່ອປະຊາຊົນ ຕ້ອງການແກ້ໃຂ ບັນຫາໃດບັນຫານຶ່ງ-ຂອງຕົນ ຕ້ອງໄດ້ກະກຽມເງີນຄໍາ ວັດຖຸສີ່ງຂອງ ເພື່ອໄວ້ຊື້ຈ້າງ ແລະ ໃຫ້ສີນບົນ ບໍ່ວ່າເລື່ອງການ ກວດພະຍາດ ຂໍເອົາລູກເຂົ້າຮຽນ ຊອກວຽກ ເຮັດງານທໍາ ແກ້ໃຂຄະດີຄວາມ ແລະອື່ນໆ.
ຫາງສຽງໃນສັງຄົມເວົ້າວ່າ ການຕ້ານການສໍ້ຣາດບັງຫລວງ ເປັນການຕໍ່ສູ້ພາຍໃນ ຕ້ານຜູ້ສວຍໄຊ້ໜ້າທີ ່ຕໍາແໜ່ງ ສິດອໍານາດ ເພື່ອຜົນປະໂຫຍດສ່ວນຕົວ. ບາງທີຜົນປະໂຫຍດນັ້ນ ມາຈາກການວາງ ນະໂຍບາຍ ຂອງທາງການ ໂດຍມີການໄຊ້ ກົນອຸບາຍ ແລະພຶດຕິກໍາ ທີ່ລະອຽດອ່ອນ ມີການພົວພັນ ເກາະກ່າຍກັນ ເປັນຕາໜ່າງ ເພື່ອແບ່ງປັນຜົນປະໂຫຍດ ຮ່ວມກັນ.
ຈາກນັ້ນ ກໍຊອກຫາອໍານາດ ເພື່ອປົກປິດການກະທໍາ ຂອງພວກຕົນ ອັນເປັນການຍາກ ທີ່ຈະກວດກາໄດ້. ແລະວ່າ ບັນດາອົງການ ທີ່ມີສິດອໍານຍາດ ຕ້ອງຮັບຜິດຊອບ ໃນການແກ້ໃຂ ການສໍ້ຣາດບັງຫລວງ ເມື່ອຖືກກວດພົບ ຜູ້ກະທໍາຜິດ ຕ້ອງປະຕິບັດ ຕາມຣະບຽບກົດໝາຍ ທີ່ວາງໄວ້. ພະນັກງານຂັ້ນນໍາ ໃນແຕ່ລະຂັ້ນ ຕ້ອງເປັນແບບຢ່າງ ເປີດເຜີຍຊັບສີນ ຂອງຕົນຕໍ່ສາທາຣະນະຊົນ ປະຕິບັດ ຣະບອບເງິນເດືອນ ໃຫ້ເໝາະສົມ ກັບສະພາບຄວາມເປັນຈີງ ຂອງສັງຄົມ.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຜູ້ຕິດຢາເສບຕິດ ໃນແຂວງຟົງສາລີ ມີຈໍານວນຫລາຍເພີ່ມຂຶ້ນຢ່າງວ່ອງໄວ ໃນຂະນະທີ່ ການບໍາບັດ ຜູ້ຕິດ ໃນຂະນະທີ່ການບໍາບັດ ຜູ້ຕິດຢາເສບຕິດ ດໍາເນີນ ໄປຢ່າງຊັກຊ້າ
- ບັນດາ ສະມາຊິກ ຜູ້ແທນ ສະພາແຫ່ງຊາດ ເຂດ ນະຄອນຫລວງວຽງຈັນ ລົງຊີ້ແຈງ ແລະ ທໍາຄວາມ ເຂົ້າໃຈ ກັບປະຊາຊົນ ນະຄອນຫລວງ ກ່ຽວກັບ ກໍຣະນີ ບຶງທາດຫລວງ ເມື່ອສັບປະດາ ຜ່ານມາ
- ກອງທັບລາວ ໃນເຂດພາກເໜືອ ວາງມາຕະການ ກວດລ້າງ ກຸ່ມປະກອບອາວຸດ ບໍ່ຊາບຝ່າຍ ທີ່ເຄື່ອນໄຫວ ໃນພື້ນທີ່ ແຂວງພາກເໜືອ
- ນາຍົກ ຣັຖມົນຕຣີລາວ ເວົ້າວ່າ ສປປລາວ ຈໍາເປັນຕ້ອງປັບປຸງ ການບໍຣິຫານ ເພື່ອການພັທນາ
- ການລັກລອບຕັດໄມ້ ທຳລາຍປ່າ ໃນລາວ ຍັງເປັນບັນຫາໃຫ່ຽ ທີ່ບໍ່ສາມາດແກ້ໄຂ ແລະ ກວາດລ້າງໝົດວົງຈອນ ຂອງຜູ້ລັກລອບຕັດໄມ້
- ຊາວລາວຈຳນວນນຶ່ງ ຢ້ານວ່າ ໂຄງການສ້າງເຂື່ອນ ຜລິດກະແສໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍແຫ່ງ ຈະສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງເຂົາເຈົ້າ
- ສະຫະຣັຖ ສືບສວນ ການປາບປາມ ຊາວເຜົ່າມົ້ງໃນລາວ
- ອົງກາຣອະນຸຮັກສັຕປ່າ ປະຈຳລາວ ສືບຕໍ່ໂຄງກາຣ ປົກປັກຮັກສາ ເສືອໂຄ່ງ ໃນ ເຂຕປ່າສງວນ ແຫ່ງຊາຕນາແມດ-ພູເລີຽ ທາງພາຄເໜືອຂອງລາວ ເພື່ອບໍ່ໃຫ້ສູນພັນ
- ການກໍ່ສ້າງເສັ້ນທາງ ເມືອງເງິນ-ເມືອງປາກແບ່ງ ໃນໄລຍະ 1 ປີ ຜ່ານມາ ມີຄວາມຄືບໜ້າແລ້ວ ປະມານ 37 ເປີເຊັນ
- ເຈົ້າໜ້າທີ່ລາວ ສະແດງຄວາມເປັນຫ່ວງ ນໍາເຍົາວະຊົນລາວ ເລື່ອງຢາເສບຕິດ ແລະ ການປະພຶດ