ບັນຫາການສໍ່ລາດ ບັງຫລວງ ໃນລາວ ໂດຍສະເພາະ ໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນ ກັນຢູ່ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານ ການສໍ່ລາດບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ


2008.02.26

ບັນຫາການສໍ່ລາດບັງຫລວງໃນລາວ ໂດຍສະເພາະໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນກັນຢູ່ ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານການສໍ່ລາດ ບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ.

ພຶຕິກັມອັນນີ້ ປະຊາຊົນລາວ ທຸກຄົນຮູ້ຈັກດີ ເພາະການກະທຳ ຂອງເຈົ້າໜ້າທີ່ ໂດຍສະເພາະ ເຈົ້າໜ້າທີ່ພາສີ ເປັນໄປຢ່າງທ້າທາຍ ດັ່ງຊາວລາວຄົນນຶ່ງ ໄດ້ກ່າວເຖິງ ຄວາມລໍ້າລວຍອັນຜິດປົກະຕິ ຂອງເຈົ້າໜ້າທີ່ພາສີ ປະຈຳດ່ານວ່າ:

(ສຽງ)" ສຣຸບແລ້ວ ພາສີແມ່ນວ່າ ສ່ວນຫລາຍ ເຂົາເຈົາລວຍເກືອບໝົດທຸກຄົນ ເງິນເດືອນພຽງແຕ່ 2,000 ບາດ ຊະ ແຕ່ວ່າເ ຂົາເຈົາກໍມີນອກມີໃນ ມີນັ້ນມີນີ້ ກໍມີໄຕ້ໂຕະ ແລະອີກຢ່າງນຶ່ງ ມີເສັ້ນໃຫ່ຽອີກ ຄືແມ່ນໃຜກໍເກງໃຈ."

ທຸກມື້ນີ້ ບັນດາພໍຄ້າແມ່ຄ້າຊາວລາວ ແລະນັກລົງທຶນ ຈາກພາຍນອກ ຕ້ອງຍິນຍອມ ເສັຽເງິນໄຕ້ໂຕະ ໃຫ້ແກ່ເຈົ້າໜ້າທີ່ພາສ ປະຈຳດ່ານຂົວມິຕະພາບ ລາວ-ໄທ ຄືກັນກັບໃນລະຍະຜ່ານມາ ເພື່ອແລກປ່ຽນ ກັບການອຳນວຍຄວາມສະດວກ ຫືລບໍ່ຢາກເສັຽ ພາສີຫລາຍ.

ຜົນສລຸບວຽກງານ ການເກັບພາສີລາຍໄດ້ ຂອງທາງການລາວ ໃນແຕ່ລະປີແຈ້ງວ່າ ຣັຖະບານລາວ ເສັຽລາຍໄດ້ ຈາກການເກັບພາສ ເປັນຈຳນວນມະຫາສານ ຍ້ອນພະນັກງານ ບໍ່ປະຕິບັດໜ້າທີ່ ຢ່າງຊື່ສັດສຸດຈະຣິດ. ເງິນທີ່ສູນເສັຽ ໄປໃນແຕ່ລະປີນັ້ນ ໄປຕົກຢູ່ໃນມືຂອງຄົນກຸ່ມນ້ອຍ ທີ່ສ້າງຮັ່ງຄູນມີ ດ້ວຍການສໍ່ລາດບັງຫລວງ.

ການສໍ່ລາດບັງຫລວງ ດຳເນີນຕໍ່ໄປໄດ້ກໍຍ້ອນວ່າ ຜູ້ທີ່ມີອຳນາດໃນຂັ້ນສູງ ຈຳນວນນຶ່ງ ເປັນຜູ້ພາເຮັດພາທຳ ແລະ ທັງປົກປ້ອງ ພະນັກງານຂັ້ນລຸ່ມ ຈຳນວນ ທີ່ຫາເງິນມາໃຫ້ຕົນ.

ກ່ານສໍ່ລາດບັງຫລວງ ແມ່ນສັຕຣູ ອັນດັບນຶ່ງ ຂອງຊາດ ແລະສັງຄົມລາວ ທີ່ເຮັດໃຫ້ການພັດທະນາ ປະເທດຊາດບໍ່ກ້າວໜ້າ ເທົ່າທີ່ຄວນ. ເຖິງແມ່ນວ່າ ທາງການລາວ ໄດ້ປະກາດວ່າ ຈະເອົາມາຕະການ ເດັດຂາດ ກັບຜູ້ສໍ່ລາດບັງຫລວງກໍຕາມ, ແຕ່ໃນທາງປະຕິບັດ ແລ້ວກໍຍັງບໍ່ເຫັນວ່າ ທາງການລາວ ໄດ້ລົງໂທດ ເຈົ້າໜ້າທີ່ຂັ້ນສູງ ທີ່ສໍ່ລາດບັງຫລວງ ແມ້ແຕ່ຄົນດຽວ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.