ແຂວງຈໍາປາສັກ ຂອງລາວສົ່ງມອບສີນຄ້າ ກະເສຕກອນໃຫ້ ແຂວງອຸບົນຣາຊທານີ ຂອງໃທພາຍໄຕ້ໂຄງການ contract farming ຄິດເປັນມູນຄ່າ 200 ກວ່າລ້ານບາດ
2008.01.09
ທ່ານ ມັງກອນ ໃສງາມ ຫົວໜ້າສໍານັກງານພານິດ ແຂວງ ອຸບົນຣາຊທານີ ເຜີຍວ່າ ຕາມທີ່ແຂວງອຸບົນ ຣາຊທານີ ກັບ ແຂວງຈໍາປາສັກ ໄດ້ມີການລົງນາມ ໃນບັນທຶກ ຂໍ້ຕົກລົງຄວາມ ຮ່ວມມືໂຄງການ ສົ່ງເສີມຕະລາດສີນຄ້າ ກະເສຕກອນ ຫລື contract farming ເມື່ອຕົ້ນປີ 2007 ຜ່ານມາ.
ທັງສອງຝ່າຍ ຕົກລົງຊີ້ຂາຍສິນຄ້າກະເສດ ຣະຫວ່າງກັນ 13 ຊະນິດ ສີນຄ້າ ຈໍານວນ 69 ສັນຍາ ຄິດເປັນມູນຄ່າ 200 ລ້ານບາດນັ້ນ ປາກົດວ່າ ແຕ່ເດືອນມົກກະຣາ ຫາເດືອນພຶສຈິກາ 2007 ແຂວງຈໍາປາສັກ ສາມາດສົ່ງມອບສີນຄ້າກະເສດ ໃຫ້ແຂວງອຸບົນ ຣາຊທານີ ຄິດເປັນມູນຄ່າ 196 ລ້ານບາດ ແລະເມື່ອຮວມກັບຕົວເລກ ເດືອນທັນວາ ປີ 2007 ແລ້ວຄາດວ່າ ຈະມີມູນຄ່າ ເກີນເປົ້າໝາຍ.
ທີ່ີ່ຜ່ານມາ ໃນການດໍາເນີນໂຄງການ contract farming ດັ່ງກ່າວ ບາງຄັ້ງຄູ່ສັນຍາ ທັງສອງຝ່າຍ ບໍ່ສາມາດ ຊື້ຂາຍສີນຄ້າກະເສດ ໄດ້ຕາມຣາຄາ ທີ່ຕົກລົງກັນໄວ້ ເນື່ອງຈາກຣາຄາ ໃນທ້ອງຕະລາດ ມີການປ່ຽນແປງໄປ ຈາກຂໍ້ຕົກລົງ ຫລາຍ. ແຕ່ເຖີງຢ່າງໃດ ກໍສາມາດແກ້ໃຂກັນໄດ້ດ້ວຍດີ. ໃນ ປີ 2008 ນີ້ແຂວງອຸບົນຣາຊທານີ ມີໂຄງການຂະຫຍາຍ ການຮ່ວມມືໂຄງການ contract farming ໄປຍັງແຂວງສາຣະວັນ ອັດຕະປື ອີກດ້ວຍ.
ສ່ວນການຄ້າຊາຍແດນ ຣະຫວ່າງແຂວງອຸບົນ ຣາຊທານີ ກັບ ແຂວງຈໍາປາສັກ ແລະແຂວງສາຣະວັນນັ້ນ ມີມູນຄ່າ 3,908 ລ້ານກວ່າບາດ ແຕ່ເດືອນມົກກະຣາ ຫາເດືອນພຶສຈິກາ 2007. ໃນນັ້ນ ແຂວງອຸບົນຣາຊທານີ ສົ່ງອອກສີນຄ້າໄດ້ 3,255 ລ້ານກວ່າບາດ ແລະ ນໍາເຂົ້າຈາກລາວ ເກືອບ 653 ລ້ານບາດ.
ຄາດວ່າການຄ້າຊາຍແດນ ທັງປີຈະມີມູນຄ່າ ປະມານ 4,200 ລ້ານບາດ ຊຶ່ງລຸດລົງຈາກປີ 2006 ທີ່ມີມູນຄ່າ 5ພັນລ້ານບາດ. ໃນປີ 2006 ລາວໄດ້ປ່ຽນເສັ້ນທາງ ສົ່ງອອກແຮ່ທອງແດງ ຈາກແຂວງມຸກດາຫານ ມາສົ່ງອອກ ທີ່ດ່ານຊ່ອງເມັກ ແຂວງອຸບົນຣາຊທານີ. ຕໍ່ມາ ເມື່ອຂົວຂ້າມແມ່ນໍ້າຂອງ ສະຫວັນນະເຂດ-ມຸກດາຫານ ສ້າງແລ້ວໆ ລາວຈຶ່ງປ່ຽນມາໄຊ້ເສັ້ນທາງ ສົ່ງອອກແຮ່ທອງແດງ ທີ່ແຂວງມຸກດາຫານ ຕາມເດີມ. ສະນັ້ນ ຈຶ່ງເຮັດໃຫ້ ການຄ້າຊາຍແດນ ແຂວງອຸບົນຣາຊທານີ ມີມູນຄ່າລຸດລົງ ໃນ ປີ 2007.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ກາຣຈັດຕັ້ງວັງສງວນ ໃນແມ່ນ້ຳຕ່າງໆ ຢູ່ 3 ແຂວງພາຄກາງ ສາມາດຊ່ວຍເພີ່ມຜົລຜລິຕ ທາງກາຣປະມົງ ໄດ້ດີຫລາຍຂື້ນ
- ສາຍການບິນ ລາວແອລາຍ ໄດ້ເປີດເສັ້ນທາງ ການບິນໃໝ່
- ການປາບປາມ ການສໍ່ລາດບັງຫລວງໃນລາວ ຄົງເປັນການຍາກ ທີ່ຈະຈັບຜູ້ກະທຳຜິດໄດ້
- ແຂວງວຽງຈັນໄດ້ສຳເຣັດການປັກດຳເຂົ້ານາແຊງໄປແລ້ວ 30% ຂອງພື້ນທີ່ ປູກເຂົ້ານາແຊງ 12,000 ເຮັກຕາ້
- ລາວ ເປັນປະເທດນຶ່ງ ໃນ 53 ປະເທດໃນໂລກ ທີ່ນັກທ່ອງທ່ຽວ ຈະມັກໄປເບິ່ງໄປຊົມ ໃນປີ 2008 ນີ້
- ກາຣປະຕິບັຕ ຣະບົບກົດໝາຍໃນລາວ ຍັງຂາດທັ້ງປະສິທທິພາບ ແລະກາຣເສີມສ້າງ ຄວາມຍຸຕິທັມ ຢ່າງແທ້ຈີງ
- ທາງກາຣ ສປປລາວ ເປັນຫ່ວງ ນຳກາຣຣະບາດ ຂອງໂຣຄອະຫິວາ
- ທາງກາຣແຂວງ ຫລວງນ້ຳທາ ລົງກວດສອບ ຕາມພື້ນທີ່ໆນຳໃຊ້ ໃນກາຣປູກຢາງພາຣາ ແລະພົບວ່າສ່ວນຫລາຍ ເປັນພື້ນທີ່ ຂອງປະຊາຊົນ
- ແຂວງຊຽງຂວາງ ມີຣາຍຮັບ ຈາກກາຣທ່ອງທ່ຽວ ປະຈຳປີ 2007 ຫລາຍກວ່າ 2 ລ້ານ ດອລລາຣ໌ສະຫະຣັຖ
- ສປປລາວ ໄດ້ອານຸມັດການລົງທຶນ ຈາກຕ່າງປະເທດ ຈຳນວນ 191 ໂຄງການ ມີມູນຄ່າ ລວມທັງໝົດ 1,130 ລ້ານ ດອນລ້າ ສະຫະຣັຖ