ສປປລາວ ລົງນາມໃນສັນຍາ ເພື່ອໃຫ້ບໍຣິສັທ ອີຕາລຽນ-ໄທຽ ປັບປຸງສນາມບິນ ເມືອງປາກເຊ ແຂວງຈຳປາສັກ
2008.03.03
ເຈົ້າໜ້າທີ່ກະຊວງໂຍທາ ແລະກາຣຂົນສົ່ງໄດ້ເປີດເຜີຽວ່າ: ທາງກາຣກ່ຽວຂ້ອງ ຂອງ ລາວໄດ້ລົງນາມ ໃນຂໍ້ສັນຍາ ອະນຸຍາດ ໃຫ້ທາງບໍຣິສັທອີຕາລຽນ-ໄທຽ ດຳເນີນກາຣປັບ ປຸງ/ຂຍາຍຕໍ່ເຕີມລານແລ່ນຂື້ນລົງ ຂອງເຮືອບິນ ທີ່ເດີ່ນເຮືອບີນ ເມືອງປາກເຊ ແຂວງ ຈຳປາສັກ ໃຫ້ຍາວອອກໄປຕື່ມອີກ ເຖີງ 2,800 ແມ໊ຕ.
ພ້ອມກັບ ໃຫ້ມີກາຣຕິດຕັ້ງອຸປ ກອນໄຟຟ້າ ໃນທົ່ວສນາມບິນ ເພື່ອໃຫ້ສາມາດ ຮອງຮັບເຮືອບິນ ຂນາດກາງເຊັ່ນ: Boeing 737 ຫລື Airbus ຂນາດ A320 ແລະ A321 ໃຫ້ໄດ້ ຊື່ງໂຄງກາຣດັ່ງ ກ່າວຕົກເປັນມູລຄ່າທັງໝົດ 230 ລ້ານບາທ ໂດຽມີກາຣຄາດໝາຍ ໃຫ້ສ້າງແລ້ວໝົດ ພາຍໃນ 15 ເດືອນ.
ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ໃນປັຈຈຸບັນນີ້ ສນາມບິນ ເມືອງປາກເຊ ດັ່ງກ່າວ ສາມາດຮອງຮັບໄດ ້ແຕ່ເຮືອບິນ ຂນາດນ້ອຍ ທີ່ບັນຈຸພຽງ 50-70 ທີ່ນັ່ງໂດຽມີ ແຕ່ສາຍກາຣບິນລາວ ແລະບາງກອກ ແອຣ໌ເວຍ໌ເທົ່ານັ້ນ ທີ່ໃຊ້ບໍຣິກາຣ ແລະເຊື່ອວ່າຖ້າ ມີກາຣສ້າງ ເປັນທີ່ສຳເຣັຈຮຽບຮ້ອຍແລ້ວ ກໍຍີ່ງຈະສ້າງຄວາມສະດວກ ທາງດ້ານພັທນາ ກາຣທ່ອງທ່ຽວ ຫລາຍເພີ່ມຂື້ນ ແລະວ່າຕລອດປີ 2007 ຜ່ານມາມີນັກທ່ອງທ່ຽວເຂົ້າ ມາທ່ຽວຊົມ ແຂວງຈຳປາສັກ ທັງໝົດປະມານ 165,700 ຄົນ ແຕ່ສະເພາະຜູ້ໂດຽສາຣ ທີ່ໃຊ້ສນາມບິນ ເມືອງປາກເຊ ກໍມີປະມານ 30,000 ຄົນ.
ເຖີງຢ່າງໃດກໍຕາມເງີນທຶນ ສຳຫລັບກາຣປັບປຸງ ສນາມບິນດັ່ງກ່າວ ແມ່ນທາງຣັຖ ບາລໄທຽ ໃຫ້ກູ້ຢືມໂດຽມີກາຣຕົກລົງ ໃນຂໍ້ສັນຍາກັນ ໃນເດືອນມີນາ 2007 ຜ່ານມາ ຊື່ງນອກຈາກໃຫ້ຢືມ ໃນອັຕຣາດອກເບັ້ຽຕໍ່າ ແລ້ວຍັງມີກາຣ ໃຫ້ແບບຊ່ວຍເຫລືອລ້າໆ 96 ລ້ານບາທຕື່ມອີກ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ໂຄງກາຣສ້າງອຸໂມງ ຫລືທໍ່ທາງພື້ນດິນ ເພື່ອສູບນ້ຳ ຈາກແມ່ນ້ຳຂອງ ຂື້ນມາໃຊ້ ຂອງທາງກາຣໄທຽ ອາຈຈະສົ່ງຜົລກະທົບ ຕໍ່ທຸຣະກິຈກາຣຄ້າ ກັບປະເທດ ເພື່ອນບ້ານ
- ມີຜູ້ເຄາະຮ້າຍ ຈາກຣະເບີດບໍ່ທັນແຕກ 3ຄົນໃນຣະຫວ່າງເດືອນກຸມພານີ້ ທີ່ແຂວງຊຽງຂວາງ ຊຶ່ງສາເຫດ ມາຈາກ ການເກັບເສດເຫລັກ ເພື່ອໄປຂາຍເໝືອນເດີມ
- ໂຮງຮຽນສຶກສາສົງ ໃນແຂວງໄຊຍະບູລີຂອງລາວ ມີນະໂຍບາຍໃຫ້ທຶນການສຶກສາ ແກ່ເດັກນ້ອຍ ທີ່ຍາກຈົນ
- ທາງການທະຫານໄທ ຢືນຢັນວ່າ ການສົ່ງຊາວມົ້ງລາວ ທັງ 11 ຄົນ ກັບປະເທດລາວ ເປັນຄວາມ ສະມັກໃຈ ຂອງຜູ້ກ່ຽວ-ບໍ່ມີການບີບບັງຄັບ
- ສູນສິ່ງພິມຕ່າງໆຂອງລາວ ຍັງບໍ່ສາມາດ ຄວບຄຸມ ການແຜ່ລະບາດ ຂອງການປອມແປງ ວີຊີດີພາບພະຍົນ ແລະວີຊີດີເພລງໄດ້
- ຣັຖະບານລາວ ໄດ້ລົງນາມສັນຍາ ກັບບໍຣິສັດ ຈາກປະເທດ ມາເລເຊັຽ ເພື່ອໃຫ້ບໍຣິສັດ ຂອງມາເລເຊັຽ ພັດທະນາໂຄງລ່າງ ເຂດອຸດສະກັມ ຢູ່ໃນເຂດເສຖະກິດ ພິເສດ ສວັນ-ເຊໂນ
- ນັກທ່ອງທ່ຽວ ຈາກຕ່າງປະເທດ ຍັງເດີນທາງ ເຂົ້າໄປທ່ອງທ່ຽວ ໃນ ແຂວງຫລວງນ້ຳທາ ຄືເກົ່າ ເຖິງແມ່ນວ່າ ມີຂ່າວການລະບາດ ຂອງເຊື້ອໂຣກ ໄຂ້ຫວັດນົກ
- ນັກວິຊາການ ເຄືອຂ່າຍແມ່ນໍ້າເອເຊັຽຕາເວນອອກຊ່ຽງໄຕ້ ເຫັນວ່າເອກກະຊົນທີ່ເຂົ້າມາ ສໍາຣວດຄວາມເປັນໄປໄດ້ ໃນການສ້າງເຂື່ອນປາກລາຍ ພະຍາຍາມເລັ່ງລັດການກໍ່ສ້າງເຂື່ອນ ໂດຍບໍ່ໃຫ້ ຂໍ້ມູນທີ່ແທ້ຈີງ ແກ່ປະຊາຊົນ
- ການປູກຢາງພາລາ ໃນແຂວງ ອຸດົມໃຊ້ ຖືກຢຸດຊງັກໃນເວລານີ້ ເປັນຍອ້ນ ການຈັດສັນທີ່ດີນຍັງບໍ່ທັນຊັດເຈນ ສຳລັບນັກລັງທືນຕ່າງຊາດ
- ມີການພົບເຫັນ ການຣະບາດ ຂອງເຊື້ອໂຣຄໃຂ້ຫວັດນົກ ທີ່ແຂວງຫລວງນ້ຳທາ ອີກໃຫມ່ ເປັນແຫ່ງທີ 3 ໃນມື້ນີ້, ຄັ້ງນີ້ ແມ່ນເກີດຂື້ນ ທີ່ບໍຣີເວນ ອອ້ມແອ້ມເຂດ ເທສບານຂອງ ແຂວງດັ່ງກ່າວ
- ການບໍຣິການຂອງໂຮງໝໍເມືອງ ແລະສຸກສາລາ ຢູ່ຕ່າງແຂວງແລະພື້ນທີ່ຫ່າງໃກ ນອກຈາກບໍ່ໄດ້ ມາຕຖານແລ້ວ-ຍັງຊຸດໂຊມນໍາອີກ