ພົບເຫັນມີເຊື້ອໂຣຄ ໄຂ້ຫວັດນົກ ແພ່ຣະບາດ ຄັ້ງໃໝ່ອີກຕື່ມແຫ່ງໜື່ງ ໃນແຂວງຫລວງນ້ຳທາ ຫວ່າງມໍ່ໆມານີ້


2008.02.21

ແຫລ່ງຂ່າວທ້ອງຖີ່ນແຈ້ງວ່າ: ໃນຕົ້ນເດືອນກຸມພາ ນີ້ພົບເຫັນມີກາຣຣະບາດຂອງ ໂຣຄໄຂ້ຫວັດສັຕປີກ ຢູ່ທາງພາຄເໜືອ ຂອງລາວທີ່ບ້ານນ້ຳມະເມືອງລອງ ແຂວງ ຫລວງນ້ຳທາ ທີ່ເຮັດໃຫ້ຈຳພວກສັຕປີກ ຕາຍໄປຫລາຍກວ່າ 600 ໂຕໃນຣະຍະເວລາ ພຽງ 3 ມື້ເທົ່ານັ້ນ ເຮັດໃຫ້ທາງເຈົ້າໜ້າທີ່ ກ່ຽວຂ້ອງຕ້ອງໄດ້ເອົາມາຕກາຣ ປາບປາມ ແລະສກັດກັ້ນຢ່າງເຂັ້ມງວດ ເຮັດໃຫ້ສະພາບກາຣ ໃນເຂຕດັ່ງກ່າວຄ່ອຍເບົາບາງລົງ.

ແຕ່ວ່າເຊື້ອພຍາທໄຂ້ຫວັດນົກ ປາກົດແພ່ຣະບາດຂື້ນ ຢູ່ບ່ອນໃໝ່ອີກ ຢູ່ແຂວງຫລວງ ນ້ຳທາເຊັ່ນກັນ ໃນສັບປະດາຜ່ານມານີ້ ທີ່ມີໄກ່ໃນເຂຕບ້ານທົ່ງໃໝ່ຕາຍໄປຢ່າງກະທັນ ຫັນບໍ່ຕໍ່າກວ່າ 300 ໂຕ.

ບ້ານທົ່ງໃໝ່ດັ່ງກ່າວນີ້ ເປັນບ້ານຂອງຊົນເຜົ່າອີ່ກໍ້ ມີປະຊາກອນທັງໝົດປະມານ 140 ຄົນໃນຈຳນວນ 57 ຫລັງຄາເຮືອນ ຊື່ງຢູ່ຫ່າງຈາກເມືອງສິງ ພຽງປະມານ 3 ຫລັກ ກິໂລແມ໊ຕເທົ່ານັ້ນ.

ແຫລ່ງຂ່າວເດີມແຈ້ງເພີ່ມວ່າ: ໃນເມື່ອຊາບຂ່າວແລ້ວ ທາງກາຣກ່ຽວຂ້ອງຂອງ ລາວ ກໍໄດ້ສົ່ງເຈົ້າໜ້າທີ່ ເຂົ້າໄປກວດສອບສືບສວນ ພ້ອມທັງໄດ້ນຳເອົາຕົວຢ່າງ ສົ່ງໄປກວດວິຈັຍ ຢູ່ສູນສັຕວະແພທ ໃນມື້ວັນທີ່ 16 ກຸມພາ ແລະໄດ້ຮັບຊາບວ່າ ເປັນເຊື້ອໂຣຄ ໄຂ້ຫວັດນົາສາຍພັນ H5N1 ແທ້. ສະນັ້ນທາງກົມລ້ຽງສັຕ ແລະກາຣປະມົງຈື່ງໄດ້ ແຕ່ງຕັ້ງຄະນະວິຊາກາຣ ຈາກທາງກົມ ໄປສົມທົບກັບ ທາງກາຣແຂວງຫລວງນ້ຳທາ ເພື່ອວາງແຜນສກັດກັ້ນ ແລະປາບປາມເຊື້ອໂຣຄ ທີ່ຮ້າຍແຮງດັ່ງກ່າວນີ້ຕໍ່ໄປ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.