ເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຣກໄຂ້ຫວັດນົກ ເຈົ້າໜ້າທີ່ ແຂວງສະຫວັນະເຂດເຝົ້າ ແລະຄວບຄຸມ ສະຖານະການຢູ່ຕະລອດ


2008.01.18

ເຈົ້າຫນ້າທີ່ ຄວບຄຸມໂຣຄໃຂ້ຫວັດນົກ ທີ່ແຂວງສັວນນະເຂດ ໄດ້ໃຫ້ການເຝົ້າຣະວັງ ແລະຄວບຄຸມ ສຖານະການມາຢູ່ຕຣອດ ເພືອ່ປ້ອງກັນການຣະບາດ ທີ່ອາດຈະເກີດຂື້ນມາໃຫມ່.

ເຖີງແມ່ນວ່າ ຈະບໍ່ມີການຣະບາດໂຣຄດັ່ງກ່າວ ທີ່ແຂວງສວັນນະເຂດ ໃນຣະຍະຫລັງໆມານີ້ກໍ່ຕາມ ແຕ່ທາງການ ແຂວງສວັນນະເຂດ ກໍ່ພາກັນເຝົ້າຣະວັງ ເອົາໃຈໃສ່ຢູ່ຕຣອດມາ ໂດຍສເພາະ ໃນຊ່ວງຣະດູຫນາວ ຊື່ງເປນັຣະດູ ການ ທີ່ອາດຈະມີ ການຣະບາດຫລາຍຂື້ນ, ກ່ອນຫນ້ານີ້ ກໍ່ມີການຣະບາດທີ່ວຽດນາມ. ເຈົ້າຫນ້າທີ່ກ່ຽວຂ້ອງທ່ານນື່ງ ຈາກຫ້ອງການ ສາທາຣະນະສຸກແຂວງສວັນນະເຂດ ໃຫ້ລາຍລະອຽດ ກ່ຽວກັບການເຝົ້າຣະວັງວ່າ:

(ສຽງ) "ປັດຈຸບັນພວກເຮົາກຳລັງຮີ້ບຮ້ອນ ໃຫ້ແຕ່ລະເມືອງ ແຕ່ລະບ້ານ ແລະສັຕະວັດແພດບ້ານ ເອົາໃຈໃສ່ເກົບຂໍ້ມູນ ຈາກຄອບຄົວ ຊາງກະສີກອນ ພວກເຮົາເກັບຕົວຢ່າງສົ່ງມາວິຈັຍ."

ນອກຈາກ ການເກັບສີ້ນສ່ວນສັດປີກ ທີ່ໂຊມາວິຈັຍແລ້ວ ເຈົ້າຫນ້າທີ່ ຈາກສູນກາງກໍ່ຈະລົງໄປ ປະຕິບັດງານ ຕາມຫົວເມືອງຕ່າງໆ ທີ່ຖືວ່າ ເປັນພື້ນທີ່ໆສ່ຽງຕໍ່ການຣະບາດ ເພືອ່ໃຫ້ການປະຊາສຳພັນ ຊາວບ້ານ ແລະກໍ່ເປັນການ ເຜີຍແຜ່ຄວາມຮູ້ ໃຫ້ແກ່ປະຊາຊົນ ສ່ວນໃຫຍ່ກໍ່ຈະແມ່ນ ເຮື້ອງສຸຂອານາມັຍສັດປີກ ການທຳຄວາມສອາດ ແຫລ່ງລ້ຽງສດັ ແລະການນຳເອົາ ສີ້ນສ່ວນສັດທີ່ໂຊມາວິຈັຍ ເພືອ່ເປັນການຕ້ານບັນຫາ ທີ່ອາດຈະເກີດຂື້ນ ເຈົ້າຫນ້າທີ່ ທ່ານດຽວກັນນັ້ນກ່າວເພີ້ມອີກວ່າ:

(ສຽງ) "ພວກເຮົາ ຕ້ອງຕິດຕາມຢ່າງເຂັ້ມງວດ ໂດຍສເພາະ ໃນຊ່ວງຣະດູຫນາວ ເພາະເປັນຊ່ວງພຍາດ ແຜ່ຣະບາດ ເຂດທີ່ມີຄວາມສ່ຽງ ຕ້ອງມີການຕິດຕາມເປັນປະຈຳ."

ພື້ນທີ່ ຫລືຫົວເມືອງ ທີ່ມີການສ່ຽງ ສ່ວນໃຫຍ່ ກໍ່ແມ່ນເມືອງໃກສອນ ພົມວິຫານ ເມືອງສອງຄອນ ເມືອງຈຳພອນ ແລະເຂດຊາຍແດນ ທີ່ຕິດກັບວຽດນາມ ກໍ່ມີການຫ້າມ ນຳສັດປີກ ເຂົ້າມາຈາກວຽດນາມ ແຕ່ກໍ່ຍັງມີກຸ່ມພໍ່ຄ້າ ແມ່ຄ້າ ພຍາຍາມລັກລອບນຳເຂົ້າມາຢູ່.

ສິດນີ້ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.