ສາຍການບິນ ລາວແອລາຍ ໄດ້ເປີດເສັ້ນທາງ ການບິນໃໝ່
2008.01.09
ສາຍການບິນ ລາວແອລາຍ ໄດ້ເປີດເສັ້ນທາງການບິນໃໝ່ ລະຫ່ວາງ ເມືອງມໍຣະດົກໂລກ ເມືອງຫລວງພະບາງ ກັບນະຄອນຂຸນໝິງ ແຂວງຢຸນນ່ານ ຂອງຈີນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງຈຳນວນນັກທ່ອງທ່ຽວ ທີ່ຕ້ອງການເດີນທາງ ມາທ່ອງທ່ຽວ ລະຫ່ວາງສອງຕົວເມືອງ ດັ່ງກ່າວມີເພີ້ມຂື້ນ ເລື້ອຍໆ.
ຕາມລາຍງານຂອງໜັງສືພິມວຽງຈັນທາຍ ພິທີເປີດເສັ້ນທາງບີນໃໝ່ ໄດ້ມີຂື້ນ ໃນ ວັນທີ 5 ມົກະຣາ ຜ່ານມາ. ປັດຈຸບັນນີ້ ສາຍການບິນ ລາວແອລາຍມີ ເສັ້ນທາງການບິນ ລະຫ່ວາງ ນະຄອນຫລວງວຽງຈັນ ກັບນະຄອນຂຸນໝິງ ສັປະດາ ນຶ່ງຕໍ່ 4 ທ່ຽວ. ລາຍງານວ່າ ສາຍການບິນລາວແອລາຍ ຈະໄຊ້ເຄື່ອງບິນ ປະເພດ ATR-72 ສຳລັບບິນຕາມເສັ້ນທາງ ສາຍຫລວງພະບາງ-ຂຸນໝິງ ແລະຈະມີທ່ຽວບິນ ສອງທ່ຽວຕໍ່ສັປະດາ ຄືທຸກໆວັນຈັນ ແລະວັນສຸກ.
ທາງການລາວ ຫວັງຢ່າງຍິ່ງວ່າ ການເປີດສາຍການບິນ ລະຫ່ວາງຫລວງພະບາງ ກັບ ຂຸນໝິງ ຈະເປັນການສົ່ງເສີມ ອຸດສະຫະກັມການທ່ອງທ່ຽວ ແລະເປັນການສົ່ງເສີມ ແຜນການ ພັດທະນາເສຖະກິດ ສັງຄົມ ຂອງລາວໃຫ້ດີຂື້ນ. ນອກນັ້ນກໍເປັນ ການສ້າງຄວາມ ສະດວກສະບາຍ ໃຫ້ແກ່ນັກທຸຣະກິດຈີນ ແລະເຈົ້າໜ້າທີ່ທາງການ ລາວ ຊຶ່ງເດີນທາງລະຫ່ວາງ ສອງຫົວເມືອງນີ້ເປັນປະຈຳ.
ເປັນທີ່ຊາບກັນດີວ່າ ຈີນໄດ້ເລີ້ມລົງທຶນ ໃນເມືອງຫລວງພະບາງ ຫລາຍຂື້ນແດ່ແລ້ວ ເຊັ່ນວ່າຈະສ້າງ ໂຮງແຮມປະເພດ 5 ດາວ ຢູ່ເຂດຊານເມືອງຫລວງພະບາງ ຊຶ່ງມີມູນຄ່າເຖິງ 5 ລ້ານໂດລາສະຫະຣັຖ. ກ່ອນໜ້ານີ້ ຈີນກໍໄດ້ສ້າງໂຮງພະຍາບານ ຢູ່ ໃນເມືອງຫລວງພະບາງ ເພື່ອເປັນການຊ່ວຍເຫລືອ ແກ່ແຂວງຫລວງພະບາງ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ການປາບປາມ ການສໍ່ລາດບັງຫລວງໃນລາວ ຄົງເປັນການຍາກ ທີ່ຈະຈັບຜູ້ກະທຳຜິດໄດ້
- ແຂວງວຽງຈັນໄດ້ສຳເຣັດການປັກດຳເຂົ້ານາແຊງໄປແລ້ວ 30% ຂອງພື້ນທີ່ ປູກເຂົ້ານາແຊງ 12,000 ເຮັກຕາ້
- ລາວ ເປັນປະເທດນຶ່ງ ໃນ 53 ປະເທດໃນໂລກ ທີ່ນັກທ່ອງທ່ຽວ ຈະມັກໄປເບິ່ງໄປຊົມ ໃນປີ 2008 ນີ້
- ກາຣປະຕິບັຕ ຣະບົບກົດໝາຍໃນລາວ ຍັງຂາດທັ້ງປະສິທທິພາບ ແລະກາຣເສີມສ້າງ ຄວາມຍຸຕິທັມ ຢ່າງແທ້ຈີງ
- ທາງກາຣ ສປປລາວ ເປັນຫ່ວງ ນຳກາຣຣະບາດ ຂອງໂຣຄອະຫິວາ
- ທາງກາຣແຂວງ ຫລວງນ້ຳທາ ລົງກວດສອບ ຕາມພື້ນທີ່ໆນຳໃຊ້ ໃນກາຣປູກຢາງພາຣາ ແລະພົບວ່າສ່ວນຫລາຍ ເປັນພື້ນທີ່ ຂອງປະຊາຊົນ
- ແຂວງຊຽງຂວາງ ມີຣາຍຮັບ ຈາກກາຣທ່ອງທ່ຽວ ປະຈຳປີ 2007 ຫລາຍກວ່າ 2 ລ້ານ ດອລລາຣ໌ສະຫະຣັຖ
- ສປປລາວ ໄດ້ອານຸມັດການລົງທຶນ ຈາກຕ່າງປະເທດ ຈຳນວນ 191 ໂຄງການ ມີມູນຄ່າ ລວມທັງໝົດ 1,130 ລ້ານ ດອນລ້າ ສະຫະຣັຖ
- ແຂວງຫລວງພະບາງ ສົ່ງເສີມໃຫ້ປະຊາຊົນ ປູກຄັ່ງເພື່ອສົ່ງໄປຂາຍ ໃນຕະຫລາດ ຂອງປະເທດຈີນ
- ລາວ ແລະ ວຽດນາມ ຈະລົງມືສ້າງທາງຣົດໄຟ ຣະຫວ່າງກັນ