68% ຂອງຈຳນວນ ຄົວເຮືອນ ປະມານ 100,000 ຄົວເຮືອນ ໃນ ແຂວງຈຳປາສັກ ມີໄຟຟ້າໄຊ້ແລ້ວ


2008.02.05

68% of Champassak residents have access to electricity ປັດຈຸບັນ 68% ຂອງຈຳນວນ ຄົວເຮືອນ ປະມານ 100,000 ຄົວເຮືອນ ໃນ ແຂວງ ຈຳປາສັກ ຫລື 68,000 ຄອບຄົວ ມີໄຟຟ້າໄຊ້ແລ້ວ.

ແຕ່ວ່າ ຍັງເຫລືອແຕ່ ເຂດຊົນະບົດ ບ່ອນທີ່ບໍ່ທັນ ມີການພັດທະນາ, ຕາມທີ່ ຍານາງໄພມະນີ ສາຍຄຳ ຫົວໜ້າ ຂະແໜງໄຟຟ້າ ປະຈຳຜແນກພະລັງງານ ແລະບໍ່ແຮ່ ປະຈຳ ແຂວງໄດ້ເປີດເຜີຽ.

(ສຽງ) "ໝົ້ງ 68% ນີ້ແຫລະ ປະຊາກອນ ໄດ້ຊົມໄຊ້ໄຟຟ້າ. ເມືອງດຽວທີ່ເຮົາເອົາໄຟຟ້າເຂົ້າ 100% ຄືເມືອງປາກເຊ ແຕ່ວ່າ ຢູ່ນອກໆຂອງເມືອງແຕ່ລະເມືອງ ພວກເຮົາ ຍັງບໍ່ທັນເອົາເຂົາໄດ້ທົ່ວເຖິງ. ຮອດປີ 2020 ເພີ່ນຈະໃຫ້ຊົມໄຊ້ ທົ່ວເຖິງກັນໝົດ ເພາະວ່າ ໄຟຟ້າເຮັດການຜລິດ."

ໄຟຟ້າທີ່ປະຊາຊົນ ໄດ້ໄຊ້ນັ້ນ ແມ່ນມາຈາກເຂື່ອນຜລິດ ກະແສໄຟຟ້າ ເຊເສັດ-1 ທີ່ຕັ້ງຢູ່ໃນແຂວງສາລະວັນ ແລະເຊລະບຳ ໃນແຂວງຈຳປາສັກ. ຍານາງ ໄພມະນີວ່າ ປະຊາຊົນ ສາມາດໄຊ້ໄຟຟ້າ ໄດ້ຍ້ອນວ່າ ຣາຄາຄ່າໄຊ້ໄຟຟ້າ ໃນແຂວງຈຳປາສັກ ຖືວ່າຍັງຖືກຫລາຍ.

(ສຽງ) "ແຕ່ນຶ່ງຫາ 50 kw ມັນກໍມີຣາຄາຕ່າງກັນ, ແຕ່ 50 ຂຶ້ນໄປຫາ 100 ກິໂລວັດ ມັນກໍອີກ ຣາຄານຶ່ງ. ມັນມີສາມຂະນາດຣາຄາ ກໍບໍ່ແພງ ຖືວ່າຣາຄາໄຟຟ້າ ຖືກກ່ວາໝູ່ໝົດ ໃນເມືອງລາວ ເພາະວ່າ 5 ປີເຮົາປັບເທື່ອນຶ່ງ."

ແຂວງຈຳປາສັກ ເປັນແຂວງທີ່ໄດ້ຮັບ ຄວາມສົນໃຈ ຈາກເອກະຊົນຕ່າງຊາດ ທີ່ຢາກມາລົງທຶນ ສ້າງເຂື່ອນຜລິດ ກະແສໄຟຟ້າ ຫລາຍໂຄງການ. ເຂື່ອນທີ່ຢູ່ໃນໂຄງການ ກໍ່ສ້າງກໍມີເຂື່ອນຫ້ວຍຈຳປີ ຫ້ວຍເຢັນ ເຊກະຕໍ່າ ນ້ຳຜາກ ແລະເຂື່ອນດອນສະຫົງ ໃນແມ່ນ້ຳຂອງ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.