ທາງການແຂວງວຽງຈັນ ເຊື່ອໝັ້ນວ່າ ນະໂຍບາຍລົງທຶນແບບ 2ບວກ3 ຣະຫວ່າງນັກລົງທຶນກັບ ປະຊາຊົນ ຈະໄດ້ຜົນດີຕໍ່ທຸກຝ່າຍ


2008.02.14

ຣັດຖະບານສປປລາວ ສະນັບສະໜູນໃຫ້ນັກລົງທຶນເຂົ້າມາລົງທຶນ ເພື່ອວ່າປະຊາຊົນລາວໂດຍທົ່ວໄປ ຈະໄດ້ມີງານທໍາແລະມີຣາຍໄດ້ ຢ່າງທົ່ວເຖີງຫລາຍຂຶ້ນ. ຍົກຕົວຢ່າງ ໃນແຂວງວຽງຈັນ ກໍມີນະໂຍບາຍທີ່ເອີ້ນວ່າ 2ບວກ3 ຊຶ່ງເຫັນຈາກການປະຕິບັດຕົວຈີງມາແລ້ວນັ້ນ ໄດ້ຮັບຜົນດີຣະດັບນຶ່ງ -ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທ່ານນຶ່ງ ຈາກພາກສ່ວນການຄ້າແລະການລົງທຶນ ແຂວງວຽງຈັນໃນວັນທີ13ກຸມພາ 2008ນີ້. ທ່ານເວົ້າວ່າ:

(ສຽງ) "ຈະມີສ່ວນຮ່ວມເວລາທີ່ວ່າ ມີຜົນລະປູກມາແລ້ວແມ່ນຖືວ່າມີຜົນກໍາໄລຮ່ວມກັນ ແບບລັກຊະນະປະຊາຊົນມີສ່ວນຮ່ວມແບບ 2ບວກ3 ໝາຍຄວາມວ່າ ປະຊາຊົນເປັນດິນເປັນແຮງງານ ຜູ້ລົງທຶນເປັນແນວພັນເປັນວິຊາການເປັນການຕະລາດ."

ນະໂຍບາຍ 2ບວກ3 ເຫັນໄດ້ຈະແຈ້ງໃນການລົງທຶນປູກຢາງພາຣາ ທີ່ໄຊ້ດິນແລະແຮງງານຂອງປະຊາຊົນ ໂດຍທີ່ປະຊາຊົນບໍ່ໄດ້ລົງທຶນເປັນເງິນເປັນຄໍາ ແຕ່ຢ່າງໃດ ຊຶ່ງກໍຖືວ່າເປັນການລຸດຜ່ອນຄວາມຊ່ຽງ. ເມື່ອຜົນຜະລິດອອກມາ ກໍນໍາໄປຂາຍ ແລະປະຊາຊົນກໍຈະໄດ້ຮັບຣາຍໄດ້ສ່ວນນຶ່ງດ້ວຍ.

ນັກລົງທຶນຣາຍສໍາຄັນ ໃນຂະແໜງການດັ່ງກ່າວກໍແມ່ນມາຈາກ3ປະເທດເພື່ອນບ້ານ ຂອງລາວເອງ ຊຶ່ງນັກລົງທຶນຈີນ ຍອມຮັບວ່າແຜນນະໂຍບາຍສົ່ງເສີມການລົງທຶນນັ້ນ ຂ້ອນຂ້າງປະສົບຄວາມສໍາເຣັດ. ແລະມາຮອດເວລານີ້ ປາກົດວ່ານັກລົງທຶນຈີນ ກວາດພື້ນທີ່ເພື່ອລົງທຶນ ປູກຢາງພາຣາໄປແລ້ວເຖີງ 30ເປີເຊັນຂອງພື້ນທີ່ປູກໃນທົ່ວແຂວງວຽງຈັນ. ຖ້າເວົ້າເຖີງອັຕຣາພາສີອາກອນ ກໍມີການລຸດຜ່ອນໃຫ້ດ້ວຍສໍາລັບ ບາງປະເພດ. ທ່ານກ່າວຕໍ່ໄປວ່າ:

(ສຽງ) "ມາລົງທຶນຫລາຍທີ່ສຸດ ຈີນ ວຽດນາມ ໃທກໍໜ້ອຍ ມາລົງທຶນຢາພາຣາ ໄມ້ເກສນາ."

ດຣ. ທອງລຸນ ສີສຸລິດ ຮອງນາຍົກຣັດຖະມົນຕຣີ ກ່ອນໜ້ານີ້ກໍໄດ້ຖະແຫລງ ກ່ຽວກັບນະໂຍບາຍດ້ານການຄ້າ-ການລົງທຶນວ່າ ອີກປະມານ3-4ປີຂ້າງໜ້າ ທ່ານຄິດວ່າລາວ ຈະກາຍເປັນເສັ້ນທາງ-ການຄ້າ-ການລົງທຶນ ແລະການທ່ອງທ່ຽວທີ່ສໍາຄັນຂອງພູມີພາກ. ການເດີນທາງສະດວກ-ໄວຂຶ້ນ. ນັກທ່ອງທ່ຽວກໍຈະເພີ່ມຂຶ້ນດ້ວຍ. ລາວມີຊັບພະຍາກອນທໍາມະຊາດທີ່ສໍາຄັນ. ພ້ອມກັນນັ້ນກໍ ເຊີນຊວນໃຫ້ນັກລົງທຶນເຂົ້າມາລົງທຶນຫລາຍຂຶ້ນ ໂດຍສະເພາະດ້ານການກະເສດ ເພາະລາວຍັງມີພື້ນທີ່ວ່າງເປົ່າອີກ ຫລາຍກວ່າ 60ເປີເຊັນຂອງປະເທດ ແລະສາມາດນໍາໄຊ້ໃນການພັດທະນາການກະເສດ ຊຶ່ງທາງການລາວ ກໍສະນັບສະໜູນໃຫ້ນັກທຸຣະກິດເຂົ້າມາລົງທຶນ ປູກພືດການກະເສດແລະ ພະລັງງານທົດແທນ ຢ່າງເຕັມທີ່.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.