ຣັຖະບານລາວ ໄດ້ລົງນາມສັນຍາ ກັບບໍຣິສັດ ຈາກປະເທດ ມາເລເຊັຽ ເພື່ອໃຫ້ບໍຣິສັດ ຂອງມາເລເຊັຽ ພັດທະນາໂຄງລ່າງ ເຂດອຸດສະກັມ ຢູ່ໃນເຂດເສຖະກິດ ພິເສດ ສວັນ-ເຊໂນ


2008.02.29

ຣັຖະບານລາວ ໄດ້ລົງນາມສັນຍາກັບບໍຣິສັດ ຈາກປະເທດມາເລເຊັຽ ເພື່ອໃຫ້ບໍຣິສັດ ຂອງມາເລເຊັຽ ພັດທະນາໂຄງລ່າງ ເຂດອຸດສະກັມ ຢູ່ໃນເຂດເສຖະກິດພິເສດ ສວັນ-ເຊໂນ ໃນພາກສ່ວນຫລັກ 10 ຢູ່ຮິມທາງເລກທີ 9 ໃນພື້ນທີ່ 211 ເຮັກຕາ.

ບໍຣິສັດມາເລເຊັຽຈະລົງທຶນ ໃນມູນຄ່າ 14 ລ້ານໂດລາ ສະຫະຣັຖ ເພື່ອພັດທະນາ ໃຫ້ເປັນນິຄົມອຸດສະຫະກັມ ແລະທຸຣະກິດຄົບວົງຈອນ. ອີງຕາມລາຍງານ ຂອງໜັງສືພິມ ວຽງຈັນທາຍ ແລະອົງການຂ່າວ ວຽດນາມ ການລົງນາມ ໄດ້ມີຂື້ນ ໃນວັນອາທິດຜ່ານມາ ນີ້ລະຫ່ວາງ ທ່ານ ບົວຄຳ ສີສຸລາດ ຜູ້ວ່າການ ເຂດເສຖະກິດພິເສດ ສວັນ-ເຊໂນ ແລະຜູ້ຕາງໜ້າ ບໍຣິສັດ Pacifia Stream Development CO.

ທ່ານ ບົວຄຳວ່າ ໂຄງລ່າງ ທີ່ບໍຣິສັດຂອງມາເລເຊັຽ ຈະພັດທະນາ ນັ້ນກໍມີ ສ້າງຖນົນ, ລະບົບໄຟຟ້າ, ລະບົບນ້ຳປະປາ, ລະບົບໂທຣະຄົມະນາຄົມ, ລະບົບຄຸ້ມຄອງນ້ຳ ໂສໂຄກ ທີ່ໄຫລອອກຈາກ ໂຮງງານ ອຸດສະຫະກັມຕ່າງໆ.

ໃນການລົງນາມເທື່ອນີ້ ຣັຖະບານລາວ ຈະຖືຮຸ້ນ 30% ຂອງຜົນປະໂຍດ ໂດຍການປະກອບສ່ວນ ເນື້ອທີ່ດິນໃຫ້, ສ່ວນບໍຣິສັດ Pacificia Stream Development ຈະຖືຮຸ້ນຜົນປະໂຍດ 70% ໃນຖານະ ເປັນຜູ້ອອກທຶນພັດທະນາ. ການສັມປະທານມີກຳນົດ 50 ປີ, ຫລັງຈາກນັ້ນແລ້ວ ຈະສົ່ງມອບໃຫ້ເປັນຂອງ ຣັຖະບານລາວ.

ທ່ານ ບົວຄຳວ່າ ໃນເບື້ອງຕົ້ນນັ້ນ ນິຄົມອຸດສະຫະກັມ ແຫ່ງນີ້ ຈະເລີ້ມຕົ້ນດ້ວຍໂຮງງານ ອຸດສະຫະກັມ ຂະໜາດເບົາ ເຊັ່ນວ່າໂຮງງານຕັດ ຫຍິບເຄື່ອງນຸ່ງ ແລະໂຮງງານຜລິດ ປະລັສະຕິກ. ຫລັງຈາກເຂດນີ້ຫາກຖືກ ພັດທະນາແລ້ວ ມັນກໍຈະເຮັດໃຫ້ເສຖະກິດ ໃນທ້ອງຖິ່ນດີຂື້ນ, ຊີວິດການເປັນຢູ່ ຂອງປະຊາຊົນ ກໍຈະຖືກປັບປຸງ, ຈະເຮັດໃຫ້ມີວຽກເຮັດງານທຳ ເຖິງ 30,000 ວຽກ.

ທ່ານ ອົງຊີວກີດ ຜູ້ຕາງໜ້າ ຂອງບໍຣິສັດ Pacifia Stream Development ກ່າວວ່າ ໃນເບື້ອງຕົ້ນນັ້ນ ຄາດວ່າຈະມີບໍຣິສັດ ຈາກໄຕຫວັນ ແລະຈາກປະເທດຈີນ ປະມານ 10-12 ບໍຣິສັດ ຈະມາລົງທຶນ ໃນນິຄົມອຸດສະຫະກັມນີ້. ແລະເພື່ອໃຫ້ການພັດທະນາບັນລຸຜົນ ສຳເຣັດດີ ທາງບໍຣິສັດ ຫວັງວ່າຈະສາມາດດຶງດູດ ເອົາບໍຣິສັດປະມານ 100 ບໍຣິສັດເພື່ອ ມາລົງທຶນ ໃນຂະແໜງທຸຣະກິດຕ່າງໆ ເພື່ອຜລິດສິນຄ້ າສົ່ງອອກໄປຂາຍ ຢູ່ຕ່າງປະເທດ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.