ທາງການທະຫານໄທ ຢືນຢັນວ່າ ການສົ່ງຊາວມົ້ງລາວ ທັງ 11 ຄົນ ກັບປະເທດລາວ ເປັນຄວາມ ສະມັກໃຈ ຂອງຜູ້ກ່ຽວ-ບໍ່ມີການບີບບັງຄັບ


2008.02.29

ພົນຕຣີ ວໍຣະວິດ ຄຣູນຊູ ຮອງເຈົ້າກົມກິດຈະການຊາຍແດນທະຫານຂອງໄທ ໃນຖານະປະທານຝ່າຍໄທໃນການ ຈັດສົ່ງຊາວມົ້ງລາວທັງ 11ຄົນນັ້ນ ໄດ້ກ່າວຕໍ່ວິທະຍຸເອເຊັຽເສຣີ ກ່ຽວກັບກໍຣະນີຂ່າວທີ່ວ່າ ທະຫານບັງຄັບແລະຜັກດັນຊາວມົ້ງ 11ຄົນ ຈາກບ້ານຫ້ວຍນໍ້າຂາວ ກັບປະເທດລາວ. ທ່ານກ່າວວ່າ:

(ສຽງ) " ຊາວມົ້ງທີ່ທາງນ້ອງໆໄດ້ເຫັນ ເມື່ອເຊົ້າ-ທີ່ສົ່ງກັບ ຖືວ່າໂຊກດີແລະເປັນໂອກາດດີ ຖືວ່າເປັນຊາວມົ້ງລາວຊຸດທໍາອິດ ທີ່ປາຖນາເດີນທາງກັບປະເທດຂອງຕົນ ດ້ວຍຄວາມເຕັມໃຈ-ບໍ່ມີການບັງຄັບໃດໆທັງສີ້ນ. ດັ່ງນັ້ນ ຂ່າວທີ່ອອກທາງຊື່ມວນຊົນບາງສບັບ ບາງປະເທດ ເປັນຂ່າວທີ່ຜິດພາດ."

ຂ່າວນັ້ນ ມີຣາຍຣະອຽດວ່າ ຊາວມົ້ງລາວຫ້ວຍນໍ້າຂາວ ສະແດງຄວາມບໍ່ພໍໃຈແລະ ອ້າງວ່າທະຫານໄທບີບບັງຄັບມົ້ງລາວ 11ຄົນດັ່ງກ່າວຂຶ້ນຣົດ ເພື່ອຜັກດັນກັບຄືນລາວ ອັນເຮັດໃຫ້ເກີດຄວາມຢ້ານກົວ ໃນໝູ່ຊາວມົ້ງລາວທີ່ບ້ານຫ້ວຍນໍ້າຂາວ ເຖີງຂັ້ນກິນບໍ່ໄດ້ນອນບໍ່ຫລັບ.

ທາງການໄທ ໃຫ້ຣາຍຣະອຽດວ່າ ເລື່ອງດັ່ງກ່າວບໍ່ເປັນຄວາມຈີງແລະ ພິສູດໄດ້ວ່າ ຊາວມົ້ງດຫລົ່ານັ້ນ ຢາກກັບຄືນລາວໂດຍບໍ່ມີການບີບບັງຄັບ ແລະວ່າ ມີຊາວມົ້ງລາວບາງກຸ່ມໃນເຂດບ້ານຫ້ວຍນໍ້າຂາວ ພະຍາຍາມໂນ້ມນ້າວໃຫ້ຊາວມົ້ງ ສ່ວນໃຫຍ່ຢືນຢັດ-ຕໍ່ຕ້ານການຖືກສົ່ງກັບ. ທ່ານພົນຕຣີ ວໍຣະວິດກ່າວຕໍ່ໄປວ່າ:

(ສຽງ) "ຈາກການສອບຖາມ ພັນຕໍາຣວດໂທ-ເຂົາຄໍ້ ປາກົດວ່າ ມີຊາວມົ້ງອີກຈໍານວນຫລວງຫລາຍ ປະສົງທີ່ຈະເດີນທາງກັບປະເທດລາວ."

ແລະວ່າ ທ່ານກໍຮູ້ສຶກດີໃຈ ທີ່ຊາວມົ້ງເຫລົ່ານັ້ນໄດ້ກັບຄືນບ້ານເກີດ ເພື່ອຈະໄດ້ໄປເລີ່ມຕົ້ນຊີວິດແລະກັບຄືນສູ່ປະເທດຊາດ ຂອງເຂົາເຈົ້າ.

ທ້າວຫວາເລົາ ແຊ່ຢ່າງ ໜີມາຈາກເມືອງຄູນ ແຂວງຊຽງຂວາງ -ເປັນນຶ່ງໃນຊາວມົ້ງ 11ຄົນທີ່ສະມັກໃຈກັບຄືນລາວນັ້ນ ກ່າວຕໍ່ນັກຂ່າວວິທະຍຸເອເຊັຽເສຣີ ວ່າ ຕົນຮູ້ສຶກດີໃຈທີ່ໄດ້ກັບຄືນລາວ-ຈະຂໍເລີ່ມຕົ້ນຊີວິດໃໝ່ ແລະພ້ອມກັນນັ້ນ ກໍຢືນຢັນວ່າ ຕົນສະມັກໃຈກັບປະເທດລາວ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.