ຣັຖບາລພະມ້າ ປະຕິເສດຊາວໂລກ

ທາງກາຣຣັຖບາລ ທະຫາຣພະມ້າ ບໍ່ຍອມ ປະຕິບັຕຕາມ ກາຣຮຽກຮ້ອງ ຂອງ ປະຊາຄົມໂລກ ທີ່ຢາກເຫັນ Mme Aung San Suu-kyi ຜູ້ນຳ ພັກຝ່າຍຄ້ານ ຖືກປ່ອຍ ອອກຈາກກາຣ ກັກບໍຣິເວນ ແລະ ບັນດານັກໂທສ ກາຣເມືອງທຸກໆຄົນ ອອກຈາກຄຸກຄຸມຂັງ.


ກົດຟັງສຽງ

ໃນຂນະດຽວກັນ ທາງກາຣພະມ້າ ຊ້ຳພັດໄດ້ແຈ້ງ ແລະຢືນຢັນ ຕໍ່ຜູ້ນຳຕ່າງໆ ໃນທົ່ວໂລກ ວ່າ ກາຣເລືອກຕັ້ງ ຄັ້ງປະວັຕກາຣ ທີ່ມີກຳໜົດ ຈັດຂຶ້ນ ໃນມື້ວັນ ທີ່ 7 ພຶສຈິກາ ທີ່ຈະມາເຖິງ ນີ້ນັ້ນ ເປັນກາຣເລືອກຕັ້ງ ແບບໂປ່ງໃສ ແລະມີ ປະຊາທິປະໄຕ ຢ່າງແທ້ຈິງ.

ທ່ານ U Nyan Win ຣັຖມົນຕຣີ ກາຣຕ່າງປະເທສ ຂອງພະມ້າ ໃຫ້ທັສນະ ດັ່ງກ່າວ ໃນມື້ວັນ ອັງຄາຣ ທີ່ 28 ກັນຍາ ນີ້ ຫລັງຈາກທີ່ ບັນດາຄນະ ຣັຖມົນຕຣີ ກາຣຕ່າງປະເທສ ອື່ນໆ ທີ່ເຂົ້າຮ່ວມ ກອງປະຊຸມ ສະມັຊຊາໃຫຍ່ ສະຫະປະຊາຊາຕ ຢູ່ນະຄອນ ນີວຢອກ ແລະໄດ້ເຕືອນ ທາງກາຣພະມ້າ ວ່າກາຣປ່ອຍຕົວ ຜູ້ນຳພັກ ຝ່າຍຄ້ານ ເປັນສິ່ງທີ່ຈຳເປັນ ເພື່ອໃຫ້ກາຣເລືອກຕັ້ງ ໃນພະມ້າ ເປັນທີ່ໜ້າ ເຊື່ອຖືໄດ້.

ຢ່າງໃດກໍຕາມ ທ່ານ Ban Ki-moon ເລຂາໃຫຍ່ ສະຫະປະຊາຊາຕ ກໍໄດ້ເນັ້ນ ທີ່ກອງປະຊຸມ ຮ່ວມກັບບັນດາ ຣັຖມົນຕຣີ ຕ່າງໆ ຈາກເອເຊັຽ ໃນຕອນກາງຄືນ ຂອງມື້ວັນຈັນ ຜ່ານມາວ່າ ທາງກາຣພະມ້າ ກໍຄວນທີ່ຈະປ່ອຍ ຜູ້ນຳພັກ ຝ່າຍຄ້ານ ເພື່ອໃຫ້ເຂົ້າຮ່ວມ ໃນຣະບົບ ກາຣເລືອກຕັ້ງ ຢ່າງເສຣີ ແລະ ໂປ່ງໃສເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org