ຂັ້ນຕໍ່ໄປຂອງມາດາມ ອອງຊານຊູຈິ
ນາຍົກ ຣັຖມົນຕຣີ ໄທ ທ່ານອະພິສິດ ເຫັນຄວາມສໍາຄັນ ໃນການ ປ່ອຍໂຕ ມາດາມ ອອງຊານຊູຈີ ຂອງພະມ້າ ແຕ່ສະຖານະການ ຍັງຕ້ອງໄດ້ ລໍຖ້າເບິ່ງ ອີກຕໍ່ໄປ.
-
ໂພໄຊສວັດ
2010-11-15 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ນາຍົກ ຣັຖມົນຕຣີ ໄທ ທ່ານອະພິສິດ ເວຊຊາຊີວະ ກ່າວວ່າ ການປ່ອຍໂຕ ມາດາມ ອອງຊານຊູຈີ ສັນຍາລັກ ແຫ່ງ ປະຊາທິປະໄຕ ມີຄວາມ ສຳຄັນຢ່າງຍິ່ງ ແຕ່ ສະຖານະການ ຈະນຳພາ ໄປອີກຂັ້ນໃດ ຍັງຕ້ອງໄດ້ ລໍຖ້າເບິ່ງ ຕໍ່ໄປ.
ທ່ານອະພິສິດ ກ່າວໃນມື້ວັນ ອາທິດ ທີ 14 ພຶສຈິກາ 2010 ຜ່ານມາວ່າ ສະຖານະການ ໃນພະມ້າ ຍັງຈະຕ້ອງໄດ້ ຕິດຕາມ ສິ້ງຊອມເບິ່ງ ຢ່າງໃກ້ຊິດ. ການປ່ອຍໂຕ ມາດາມ ອອງຊານຊູຈີ ໃນມື້ວັນເສົາ ທີ 13 ພຶສຈິກາ 2010 ຄາດວ່າຈະ ສາມາດ ຜ່ອນຄາຍ ການເອົາ ມາຕການລົງໂທດ ທາງເສຖກິດ ຂອງປະເທດ ຕາເວັນຕົກ ລົງແດ່ ເລັກນ້ອຍ.
ທ່ານອະພິສິດ ກ່າວຕໍ່ໄປວ່າ ຍັງມີຫລາຍຢ່າງ ທີ່ຈະຕ້ອງ ໄດ້ຕິດຕາມ ສິ້ງຊອມ ຢ່າງໃກ້ຊິດ ຊຶ່ງຮວມທັງ ການປ່ຽນແປງ ຫລັງຈາກການ ປະຕິຮູບ ຣັຖທັມມະນູນ, ການເລືອກຕັ້ງ, ການປະທະກັນ ກັບຊຸມຊົນ ກຸ່ມນ້ອຍ ທີ່ເກີດຂຶ້ນ ພາຍໃນທ້າຍ ສັປດາຜ່ານມາ. ທ່ານກ່າວຕື່ມ ອີກວ່າ ເຖິງປັດຈຸບັນ ນີ້ ຫລາຍຄົນຍັງ ບໍ່ຮູ້ຢ່າງ ແນ່ນອນວ່າ ບົດບາດ ທາງການເມືອງ ຂອງມາດາມ ອອງຊານຊູຈີ ໃນອະນາຄົດ ຈະເປັນໄປ ໃນຮູບໃດ.
ເຖິງຢ່າງໃດ ກໍຕາມ ທ່ານໃຫ້ ຄວາມເຫັນວ່າ ສະພາບການ ອາດຈະ ແຈ່ມແຈ້ງຂຶ້ນ ໃນເວລາ ອັນໃກ້ນີ້, ຊຶ່ງທ່ານຄິດວ່າ ການປ່ຽນແປງ ອາດຈະໃຊ້ ລະຍະເວລາ ຢ່າງໜ້ອຍ 2 ຫາ 3 ເດືອນ, ຊຶ່ງເປັນສິ່ງ ທີ່ຄວນຕິດຕາມ ສິ້ງຊອມເບິ່ງ ຢ່າງລະມັດ ລະວັງ.