ແມ່ຍີງ ຊາວວີກເກີ ຖືກບັງຄັບ ໃຫ້ເອົາລູກ ຄົນທີ 3 ອອກ
ນາງ ອາຊີກຸຍ ເຕີຊັນ ຖືພາ ລູກຄົນ ທີ່ 3 , ໄດ້ 6 ເດືອນ ເຈົ້າຫນ້າທີ່ຈີນ ໄດ້ຢືນເຝົ້າ ຢູ່ຕໍ່ຫນ້າຫ້ອງ ເອົາລູກອອກ ທີ່ໂຮງພຍາບານ ແບບບັງຄັບ ທີ່ແຂວງຊີນຈຽງ ຂອງຈີນ ເປັນການບັງຄັບ ໃຫ້ຫມໍ ເອົາອອກ ຊື່ງເປັນນະໂຍບາຍ ຂອງຣັຖບານຈີນ ກ່ຽວກັບ ກັບການເກີດລູກ ຂອງຊົນເຜົ່າວີກເກີ ສາມາດ ເອົາລູກໄດ້ ແຕ່ 2 ຄົນ ເທົ່ານັ້ນ ຄົນຕໍ່ໄປ ຕ້ອງຖືກບັງຄັບ ໃຫ້ເອົາອອກ.
-
ຊິດນີ ຣາຍງານ
2008-11-14 -
-
-
ໃນຖານະ ທີ່ນາງ ເປັນຊົນເຜົ່ານ້ອຍ ຊາວວີກເກີ ຣັຖບານຈີນ ອະນຸຍາດ ໃຫ້ເອົາລູກ ໄດ້ 2 ຄົນຫລາຍກວ່າ ຄົນຈີນ ທົ່ວໄປ ເມື່ອລາວ ມີລູກຄົນທີສາມ ທາງການຈີນ ກໍ່ມາ ທີ່ບ້ານ ຂອງນາງ ເພື່ອນຳນາງ ໄປເອົາອອກ ທີ່ໂຮງພຍາບານ ອີງຕາມ ຄຳເວົ້າ ຂອງສາມີ ຂອງນາງ.
ສາມີ ຂອງນາງ ບອກວ່າ ເຈົ້າຫນ້າທີ່ຈີນ ໄດ້ເຝົ້າ ຢູ່ຕໍ່ຫນ້າ ຫ້ອງເອົາລູກອອກ ເພື່ອປະຕິບັດ ຕາມນະໂຍບາຍ ລູກສອງຄົນ ຂອງຊາວວີກເກີ, ແຕ່ຊາວຫັ້ນຈີນ ໃນເຂດດັ່ງກ່າວ ສາມາດ ເອົາລູກໄດ້ ນື່ງຄົນ ເທົ່ານັ້ນ. ເຖີງຢ່າງໃດກໍ່ຕາມ ນອກຈາກ ການກຳຈັດ ຮັດແຄບ ສິດທິມະນຸດ ແລະ ສີດທິ ທາງສາສນາ ຂອງຊາວວິກເກີ ແລ້ວ ຣັຖບານຈີນ ຍັງກຳຈັດ ຮັດແຄບ ດ້ານການສືບພັນ ຂອງພວກຂະເຈົ້າ ນຳອີກ, ຊາວວີກເກີ ເປັນຊົນກຸ່ມນ້ອຍ ຢູ່ໃນແຄ້ວນ ຊີນຈຽງຂອງຈີນ ທີ່ຖືສາສນາ ອີສລາມ ແລະ ບໍ່ພໍໃຈ ໃນການປົກຄອງ ຂອງຈີນ ແບບດຽວກັບ ຊາວຕິເບດ.