ນັກຊ່ຽວຊານ ສິດທິມະນຸດ ຂໍຮ້ອງ ຈີນ ຍຸຕິ ການກັ່ນກອງ ຂ່າວສານ ກ່ຽວກັບ ຕີເບດ
ຈີນ ຕ້ອງຍຸຕິ ການກວດກາ ກັ່ນກອງຂ່າວ ພາຍໃນ ຂອງຕົນ ກ່ຽວກັບ ຕີເບດ ແລະ ອະນຸຍາດ ໃຫ້ບັນດາ ນັກຂ່າວ ຕ່າງປະເທດ ເຂົ້າເຖິງ ເຂດ ຕີເບດ, ໂດຍບໍ່ມີການກີດກັ້ນ, ອີງຕາມຄໍາເວົ້າ ຂອງນັກຊ່ຽວຊານ ດ້ານສິດທິມະນຸດ ສະຫະປະຊາຊາດ 6 ທ່ານ ເມື່ອວັນພະຫັດ ນີ້.
-
ຈະເຣີນສຸກ ຣາຍງານ
2008-04-10 -
-
-
ໃນຖແລງການຮ່ວມ ຂອງຜູ້ຖືກແຕ່ງຕັ້ງ ໃຫ້ເປັນຜູ້ສືບສວນ ຂອງສະຫະປະຊາຊາດ 6 ທ່ານ ເວົ້າວ່າ: ຣັຖບານຈີນ ໄດ້ເພີ້ມມາຕການ ຈໍາກັດການເຂົ້າເຖິງ ຂ່າວ ກ່ຽວກັບ ເຂດປົກຄອງ ຕີເບດ.
ຈີນ ກວດກາ ຢ່າງເຂັ້ມງວດ ຕໍ່ ການອອກຄວາມຄິດຄວາມເຫັນ ຂອງປະຊາຊົນ, ໂດຍໄດ້ກວດກາ ກັ່ນກອງຂ່າວ ທີ່ພົວພັນ ກັບການປາບປາມ ບັນດານັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຢູ່ຈັດຕຸລັດ ທ່ຽນອັນເມັນ ປີ 1989, ຢູ່ໃຕ້ຫວັນ ຫລື ຢູ່ ຕີເບດ.
ບັນດາ ນັກຊ່ຽວຊານ ສະຫະປະຊາຊາດ ເວົ້າວ່າ ຈີນ ຄວນອະນຸຍາດ ໃຫ້ບັນດາ ນັກສັງເກດການ ອິສຣະ ແລະ ນັກຂ່າວ ຢ່າງເຕັມສ່ວນ ທີ່ມີຈຸດປະສົງ ເດີນທາງໄປ ຕີເບດ, ແລະ ການທີ່ຣັຖບານຈີນ ໄດ້ເປັນຜູ້ຈັດຕັ້ງ ການເດີນທາງໄປຕີເບດ ນັ້ນ, ບໍ່ແມ່ນໂຕແທນ ຂອງນັກຊ່ຽວຊານ ສະຫະປະຊາຊາດ ທີ່ຂໍຮ້ອງ ໄປຢ້ຽມຢາມຈີນ.
ພ້ອມກັນນັ້ນ, ນັກຊ່ຽວຊານ ທັງ 6 ທ່ານ ຍັງໄດ້ສເນີ ໃຫ້ຈີນ ຮັບປະກັນ ສິດທິ ຂອງພົລເມືອງຕົນ ໃນການປະທ້ວງ ຢ່າງສັນຕິ ແລະ ຮັບປະກັນ ໃຫ້ຜູ້ຖືກຄຸ້ມຂັງ ທຸກຄົນ ໄດ້ຮັບການສອບສວນ ດ້ວຍຄວາມຍຸຕິທັມ.
ຜູ້ຊ່ຽວຊານ ສະຫະປະຊາຊາດ ເວົ້າວ່າ ນອກຈາກ ມີພຣະສົງ ຕີເບດ ຫລາຍກ່ວາ 570 ອົງ ຖືກກັກຂັງ ໃນວັນທີ 28 ແລະ 29 ມີນານັ້ນ, ຍັງມີຜູ້ ຖືກສົງໃສ ວ່າ ມີສ່ວນຮ່ວມ ໃນການປະທ້ວງ ແລະ ຕິດຕໍ່ພົວພັນ ກັບຊາວ ຕີເບດ ຢູ່ນອກປະເທດ ອີກຫລາຍໆຄົນ.
EKW: ຈີນ-ຕີເບດ-ຮຸກຮານ